ແຕ່ງຕັ້ງ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ເປັນອະທິການບໍດີ ມະຫາວິທະຍາໄລ ແຫ່ງຊາດ

ວັນທີ 11 ເມສາ 2022 ນີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະກາດການແຕ່ງຕັ້ງຕຳແໜ່ງອະທິການບໍດີ ມຊ, ໂດຍການເຂົ້າຮ່ວມຂອງ ທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ຫົວໜ້າ-ຮອງຫົວໜ້າກົມ ກະຊວງສຶກສາທິການ ແລະກິລາ, ມີຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຮອງຫົວຫນ້າຫ້ອງການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ອຸ່ນຄຳ ອວນສະຫວັນ ຮອງຫົວຫນ້າກົມຈັດຕັ້ງ ແລະ ພະນັກງານກະຊວງສຶກສາທິການ ແລະກິລາ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງອະທິການບໍດີ ມຊ ສະບັບເລກທີ 110/ນຍ ລົງວັນທີ 23 ມີນາ 2022, ໂດຍແຕ່ງຕັ້ງ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ເປັນອະທິການບໍດີ ມຊ.
ໃນໂອກາດດັ່ງກ່າວ, ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ໃຫ້ກຽດມອບດຳລັດ ແລະ ໂອ້ລົມ ຕໍ່ທີ່ປະຊຸມ ຊຶ່ງທ່ານໄດ້ເນັ້ນໃຫ້ສ້າງ ແລະ ພັດທະນາ ມຊ ໃຫ້ກາຍເປັນບ່ອນຜະລິດ ຊັບພະຍາກອນມະນຸດທີ່ມີຄຸນນະພາບ, ສ້າງ ມຊ ໃຫ້ເປັນສູນຮຽນຮູ້ທີ່ທັນສະໄໝຮອບດ້ານ, ສ້າງ ມຊ ເປັນບ່ອນພັດທະນາບັນດິດຢ່າງມີຄຸນນະພາບ, ເອົາໃຈໃສ່ພັດທະນາ ມຊ ໃຫ້ກ້າວໜ້າ, ກ້າວໄກ ຫັນເອົາ ມຊ ເປັນບ່ອນກຸ້ມຕົນເອງທາງດ້ານການເງິນເທື່ອລະກ້າວ.