ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ ທີ່ ວັງ ສັນຕິພາບ.

ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ ທີ່ ວັງ ສັນຕິພາບ. - kitchen vibe - ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ ທີ່ ວັງ ສັນຕິພາບ.
ໃນຕອນເຊົ້າວັນທີ່ 11 ເມສາ 2022 ທີ່ ວັງ ສັນຕິພາບ ທ່ານ ບົວແກ້ວ ພູມວົງໄຊ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາ ຊະອານາຈັກ ກຳປູເຈຍ ໄດ້ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພາຍຫຼັງທີ່ໄດ້ສຳເລັດການຍື່ນສານຕາຕັ້ງຕໍ່ Samdech Vibol Sena Pheakdei SAY CHHUM, Acting Head of the State of the Kingdom of Cambodia ໃນວັນທີ່ 15 ມີນາ 2022 ທີ່ຜ່ານມາ.
ໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແລະ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄປຍັງ ສົມເດັດ ເຕໂຊ ຮຸນ ແຊນ, ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກ ກຳ ປູເຈຍ ແລະ ຜ່ານ ສົມເດັດ ໄປຍັງລັດຖະບານ ແລະ ປະຊາຊົນ ກຳ ປູເຈຍ ທຸກຖ້ວນໜ້າ.
ທ່ານ ເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ, ໃນນາມຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາ ຊົນລາວ ໄດ້ສະແດງຄວາມຂອບ ໃຈຢ່າງຈີງໃຈ ແລະ ຮູ້ບຸນຄຸນໄປຍັງ ພັກ, ລັດຖະບານ ແລະ ປະຊາ ຊົນ ກຳປູເຈຍ ຕໍການສະໜັບສະ ໜູນ ແລະ ໃຫ້ການຊ່ວຍເຫຼືອອຸ ປະກອນການແພດ, ຢາວັກແຊັງ, ພະຫະນະລົດຂົນສົ່ງຢາ ແລະ ດ້ານການເງີນ ຈາກພາກລັດ ແລະ ເອກະຊົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການປ້ອງ ກັນ ແລະ ຄວບຄູມການແຜ່ລະທບາດຂອງພະຍາດໂດວິດ-19 ທີ່ ສປປ ລາວ.
ໃນໂອກາດດັ່ງກ່າວນີ້ ສົມເດັດ ເຕໂຊ ຮຸນ ແຊນ ກໍໄດ້ສະແດງຄວາມຂອງໃຈຕໍ່ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະ ເສີດຈາກພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແລະ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ ສົມເດັດ ເຕໂຊ ຮຸນ ເຊັນ, ໂດຍຜ່ານ ສົມເດັດ ໄປຍັງລັດຖະບານ ແລະ ປະຊາຊົນ ກຳປູເຈຍ ທຸກຖ້ວນໜ້າ, ພ້ອມທັງກ່າວເນັ້ນວ່າ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ສອງປະເທດພວກເຮົາໄດ້ມີການພົວພັນພິເສດຍ້ອນປັດໃຈປະຫວັດສາດທີ່ຮັກສາໄວ້ໃຫ້ປະຊາຊົນສອງປະເທດພວກເຮົາສືບທອດກັນມາແຕ່ບູຮານ ນະການ ແລະ ສອງປະເທດພວກເຮົາກໍຕ້ອງໃຫ້ຄົນລຸ່ນໃໝ່ໄດ້ສືບຕໍ່ເສີມຂະຫຍາຍການພົວພັນນີ້ຕະ ຫຼອດໄປໃນອານາຄົດ, ບໍ່ວ່າຈະແມ່ນການພົວພັນດ້ານການເມືອງ, ເສດຖະກິດ-ການຄ້າ ແລະ ການລົງທືນ ຫຼື ການທ່ອງທ່ຽວ- ວັດທະ ນະທຳ-ສັງຄົມ ລະຫວ່າງສອງປະເທດພວກເຮົາໃຫ້ມີການຂະ ຫຍາຍຕົວນັບມື້ນັບເພີ່ມຂື້ນ, ສົມ ເດັດ ເຕໂຊ ຮຸນ ແຊນ ສະເໜີໃຫ້ສອງປະເທດສືບຕໍ່ຊຸກຍູ້ການຮ່ວມມືສອງຝາຍໃຫ້ນັບມື້ນັບເພີ່ມຂື້ນໃນແຕ່ລະຂະແໜ່ງການໂດຍສະເພາະແມ່ນຂະແໜ່ງອຸດ ສາຫະກຳໄຟຟ້າທີ່ສອງປະເທດມີການຊື້ຂາຍໄຟຟ້ານຳກັນ ແລະ ຊຸກຍູ້ອຳນວຍຄວາມສະດວກເຂດການຄ້າຊາຍແດນຂອງປະຊາ ຊົນທີ່ດຳລົງຊີວິດຢູ່ໃນບັນດາແຂວງລຽບຕາມຊາຍແດນຂອງສອງປະເທດ. ນອກຈາກນັ້ນ, ສົມ ເດັດ ເຕໂຊ ຮຸນ ແຊນ ກໍໄດ້ສະ ແດງຄວາມຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ ທີ່ໄດ້ຮັບການແຕ່ງຕັ້ງໄປດຳລົງຕໍາແໜ່ງເປັນເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ຄົນ ໃໝ່ປະຈຳ ຣາຊະອານາຈັກ ກຳປູ ເຈຍ ແລະ ໄດ້ອວຍພອນໄຊໃຫ້ທ່ານເອກອັກຄະລັດຖະທູດຈົ່ງປະສົບຜົນສຳເລັດໃນການປະຕິ ບັດໜ້າທີ່ວຽກງານອັນມີກຽດຂອງທ່ານມານະໂອກາດນີ້.
อาจเป็นรูปภาพของ 9 คน, ผู้คนกำลังยืน และ สถานที่ในร่ม ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ ທີ່ ວັງ ສັນຕິພາບ. - 278455818 3045681492409058 7748658666103381038 n - ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ ທີ່ ວັງ ສັນຕິພາບ.
ຂ່າວ,ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ ທີ່ ວັງ ສັນຕິພາບ. - 3 - ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ ທີ່ ວັງ ສັນຕິພາບ.
ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ ທີ່ ວັງ ສັນຕິພາບ. - 4 - ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ ທີ່ ວັງ ສັນຕິພາບ.
ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ ທີ່ ວັງ ສັນຕິພາບ. - 5 - ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ ທີ່ ວັງ ສັນຕິພາບ.