ກ້າວສູ່ປີໃໝ່ສ້າງຜົນງານໃໝ່ໃຫ້ຍິ່ງໃຫຍ່ກວ່າປີເກົ່າ

ກ້າວສູ່ປີໃໝ່ສ້າງຜົນງານໃໝ່ໃຫ້ຍິ່ງໃຫຍ່ກວ່າປີເກົ່າ - 278555750 5168129596583668 8120026910546316380 n - ກ້າວສູ່ປີໃໝ່ສ້າງຜົນງານໃໝ່ໃຫ້ຍິ່ງໃຫຍ່ກວ່າປີເກົ່າ
ກ້າວສູ່ປີໃໝ່ສ້າງຜົນງານໃໝ່ໃຫ້ຍິ່ງໃຫຍ່ກວ່າປີເກົ່າ - kitchen vibe - ກ້າວສູ່ປີໃໝ່ສ້າງຜົນງານໃໝ່ໃຫ້ຍິ່ງໃຫຍ່ກວ່າປີເກົ່າ

ໂດຍ: ທິດກໍ່າ

ປີເກົ່າ ພສ 2564 ໄດ້ຜ່ານພົ້ນໄປ, ປີໃໝ່ ພສ 2565 ໄດ້ໝູນວຽນເຂົ້າມາແທນທີ່ຕາມກົດເກນວັດຕະຈັກຂອງໂລກ. ໃນປີເກົ່າຜ່ານມາ ເຖິງວ່າມີສິ່ງທ້າທາຍທົດສອບຫລາຍດ້ານ ບໍ່ວ່າສະພາບການປ່ຽນແປງຂອງໂລກ, ບັນຫາເງິນເຟີ້, ນ້ຳມັນແພງ ແລະ ອັນສຳຄັນແມ່ນການແພ່ລະບາດຂອງພະຍາດໂຄວິດ-19 ຈົນມາຮອດປັດຈຸບັນກໍຍັງສືບຕໍ່ທ້າທາຍລະບົບເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢ່າງໜັກໜ່ວງ. ຈາກສະຖິຕິຂຶ້ນລົງໃນແຕ່ລະວັນ ນັບແຕ່ວັນທີ 1 ຫາວັນທີ 18 ເມສາ 2022 ຊ່ວງກ້າວສູ່ປີໃໝ່ ມີຄົນຕິດເຊື້ອສະເລ່ຍໃນທົ່ວປະເທດໃນລະດັບ 3 ຮ້ອຍຫາ 1 ພັນກວ່າຄົນ. ດ້ວຍສາເຫດດັ່ງກ່າວ ມາຮອດປັດຈຸບັນຈຶ່ງໄດ້ມີຄົນຕິດເຊື້ອສະສົມເຖິງ 2 ແສນກວ່າຄົນ, ເສຍຊີວິດສະສົມເຖິງ 722 ຄົນ.

ກ້າວສູ່ປີໃໝ່ສ້າງຜົນງານໃໝ່ໃຫ້ຍິ່ງໃຫຍ່ກວ່າປີເກົ່າ - Visit Laos Visit SALANA BOUTIQUE HOTEL - ກ້າວສູ່ປີໃໝ່ສ້າງຜົນງານໃໝ່ໃຫ້ຍິ່ງໃຫຍ່ກວ່າປີເກົ່າ

ສະຫລຸບລວມແລ້ວ, ນັບແຕ່ມີການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ເຮັດໃຫ້ເສດຖະກິດຂອງປະເທດປະສົບບັນຫາຫລາຍຢ່າງ ເປັນຕົ້ນພາກການບໍລິການ ແລະ ການທ່ອງທ່ຽວ ລັດຕ້ອງເສຍລາຍຮັບໃນແຕ່ລະປີຫລາຍຮ້ອຍລ້ານໂດລາສະຫະລັດ. ນອກຈາກນັ້ນ ຂົງເຂດການຜະລິດທຸລະກິດດ້ານອື່ນໆກໍມີຜົນກະທົບບໍ່ໜ້ອຍ, ການຜະລິດບໍ່ປົກກະຕິ, ການເກັບລາຍຮັບບໍ່ໄດ້ຕາມຄາດໝາຍ ແລະ ບັນຫາອື່ນໆ.

ແຕ່ແນວໃດກໍຕາມ, ເຖິງວ່າພວກເຮົາໄດ້ຮັບຜົນກະທົບໃນຫລາຍຂົງເຂດ, ແຕ່ການສ້າງສາພັດທະນາປະເທດຊາດກໍຍັງເດີນໜ້າໄປຕິກໆ ເປັນຕົ້ນການສ້າງພື້ນຖານໂຄງລ່າງ, ຖະໜົນຫົນທາງ, ຕຶກອາຄານ, ບ້ານເຮືອນ, ໂຄງການພັດທະນາເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ໂຄງການສ້າງເຂື່ອນໄຟຟ້າ, ການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນທ່າແຮງຂອງຊາດ, ໂຄງການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ນັບທັງການຜະລິດສິນຄ້າເພື່ອສົ່ງອອກກໍຍັງມີບັນຍາກາດຄຶກຄັກພໍສົມຄວນ. ອັນທີ່ພິເສດທີ່ສຸດແມ່ນໄດ້ສຳເລັດໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ, ໂຄງການສ້າງສູນກາງໂລຈິສຕິກທີ່ໃຫຍ່ລະດັບພາກພື້ນຢູ່ນະຄອນຫລວງວຽງຈັນ ອັນເປັນການສ້າງເງື່ອນໄຂໃຫ້ປະເທດເຮົາທີ່ບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດທີ່ເຊື່ອມຈອດໄປຍັງພາກພື້ນ ແລະ ທົ່ວໂລກໄດ້ຢ່າງເຕັມຕົວ.

ຈາກສາເຫດດັ່ງກ່າວ, ໃນປີເກົ່າຜ່ານມາຈຶ່ງເຮັດໃຫ້ລະບົບເສດຖະກິດຂອງປະເທດຍັງຢູ່ໃນທ່າອ່ຽງທີ່ດີ, ໝັ້ນຄົງ ແລະ ໜັກແໜ້ນສົມຄວນ. ຈາກຕົວເລກການນຳເຂົ້າ ແລະ ສົ່ງອອກສະເພາະເດືອນກຸມພາ 2022 ຜ່ານມາ ບັນລຸ 989 ລ້ານໂດລາ, ໃນນີ້ມູນຄ່າການສົ່ງອອກ 519 ລ້ານໂດລາສະຫະລັດ, ມູນຄ່າການນຳເຂົ້າ 471 ລ້ານໂດລາສະຫະລັດ. ໝາຍວ່າເກີນດຸນການຄ້າໄປປະມານ 48 ລ້ານໂດລາສະຫະລັດ. ນີ້ແມ່ນບາງຕົວເລກລວມຍອດທີ່ຍົກມາໃຫ້ເຫັນຈຳນວນໜຶ່ງ, ສ່ວນໃນດ້ານອື່ນໆກໍມີການພັດທະນາຄຽງຄູ່ທີ່ດີຂຶ້ນໄປເລື້ອຍໆ.

ເຖິງຢ່າງໃດກໍດີ, ໃນປີ ພສ 2565 ຫລື ນັບຈາກເດືອນເມສາ 2022 ໄປຮອດເມສາ 2023 ພວກເຮົາຍິ່ງຈະມີການພັດທະນາທີ່ດີຂຶ້ນ ແລະ ນັບມື້ມີການປ່ຽນແປງໄປແຕ່ລະໄລຍະ. ຄາດຫວັງວ່າການແພ່ລະບາດຂອງພະຍາດໂຄວິດ-19 ນັບມື້ຫລຸດໜ້ອຍຖອຍລົງ, ສົມທົບກັບປະຊາຊົນລາວເຮົາມີຢຸກຢາປິ່ນປົວ, ຮູ້ວິທີຮັກສາຕົນເອງ, ສາມາດເປີດປະເທດໄດ້ຢ່າງເຕັມຕົວ ແລ້ວທຸກສິ່ງຢ່າງຈະຫວນກັບມາຄຶກຄັກ ເສດຖະກິດຂອງປະເທດເຮົາກໍຈະຫວນກັບມາຟື້ນຕົວ ແລະ ສ້າງໄດ້ຜົນງານຢ່າງໃຫຍ່ຫລວງກວ່າເກົ່າ ຂໍພຽງແຕ່ພວກເຮົາເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ລັດຖະບານຈະບໍ່ປະປ່ອຍໃຫ້ປະເທດຊາດ ແລະ ປະຊາຊົນຂອງຕົນເປັນທຸກຕາຍອຶດເຂົ້າຢາກເກືອ ແລະ ຕົກຢູ່ໃນຊາຕາອາພັບຢ່າງເດັດຂາດ.

ກ້າວສູ່ປີໃໝ່ສ້າງຜົນງານໃໝ່ໃຫ້ຍິ່ງໃຫຍ່ກວ່າປີເກົ່າ - 4 - ກ້າວສູ່ປີໃໝ່ສ້າງຜົນງານໃໝ່ໃຫ້ຍິ່ງໃຫຍ່ກວ່າປີເກົ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!