ນາຍົກລັດຖະມົນຕີ ປາໄສເນັ້ນ 3 ຈຸດສຳຄັນໃນກອງປະຊຸມທາງໄກເວທີປຶກສາຫາລື ໂບອາວ ເພື່ອອາຊີ 2022

ວັນທີ 21 ເມສາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໄສໃນພິທີເປີດກອງປະຊຸມທາງໄກ ເວທີປຶກສາຫາລື ໂບອາວ ເພື່ອອາຊີ 2022 ພາຍໃຕ້ຫົວຂໍ້ “ໂລກໃນທ່າມກາງການລະບາດຂອງພະຍາດໂຄວິດ-19: ຮ່ວມມືກັນເພື່ອການພັດທະນາ ແລະ ອະນາ ຄົດຮ່ວມກັນ” ໂດຍມີທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ພ້ອມດ້ວຍການນໍາຂັ້ນສູງຈາກບັນດາປະເທດໃນອາຊີ ແລະ ເຈົ້າໜ້າທີ່ຂັ້ນສູງຈາກອົງການຈັດຕັ້ງສາກົນເຂົ້າຮ່ວມ.
ທ່ານ ພັນຄຳ ວິພາວັນ ກ່າວວ່າ:“ການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຫລວງ ຫລາຍຕໍ່ວົງຄະນະຍາດສາກົນທຸກລະດັບບໍ່ວ່າໃນລະດັບໂລກ, ພາກພື້ນ ແລະ ລະດັບຊາດ ເຊິ່ງໄດ້ກາຍ ເປັນສິ່ງທ້າທາຍຢ່າງໃຫຍ່ຫລວງຕໍ່ລະບົບສາທາລະນະສຸກກໍຄືການພົວພັນໃນສັງຄົມຢູ່ພາຍໃນປະເທດແລະ ລະຫວ່າງປະເທດ ທັງຍັງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດໂລກ. ຕໍ່ໜ້າສະພາບການດັ່ງກ່າວ, ວົງຄະນະຍາດສາກົນ ກໍໄດ້ໃຊ້ຄວາມພະຍາຍາມຮ່ວມກັນເພື່ອສະກັດກັ້ນການແພ່ລະບາດ ແລະ ວາງມາດຕະການຮັບມືກັບພະຍາດໂຄວິດ-19 ໄດ້ຢ່າງທັນການ ໂດຍສະເພາະແມ່ນການຮ່ວມມືກັນຄົ້ນຄວ້າວິທະຍາສາດການແພດເພື່ອຜະລິດວັກຊິນ ແລະ ຢາປົວພະຍາດໂຄວິດ-19, ການປັບຕົວເຂົ້າກັບການດໍາລົງຊິວິດປົກກະຕິແບບໃໝ່”. ເພື່ອສະກັດກັ້ນ ແລະ ລົບລ້າງພະຍາດໂຄວິດ-19 ໃຫ້ໄດ້ຢ່າງສິ້ນເຊີງ, ທ່ານ ພັນຄຳ ວິພາວັນ ຍັງກ່າວເນັ້ນ 3 ຈຸດສຳຄັນຄື ວົງຄະນະຍາດສາກົນຄວນສືບຕໍ່ເພີ່ມທະວີການຮ່ວມມືດ້ານວິທະຍາສາດການແພດໃຫ້ກວ້າງຂວາງກວ່າເກົ່າ ເພື່ອຊອກຄົ້ນໃຫ້ໄດ້ສິ່ງທີ່ດີເລີດຂອງວິທະຍາສາດການແພດ, ການຮ່ວມມືດ້ານວິທະຍາສາດການແພດຕ້ອງມີຂຶ້ນບົນພື້ນຖານຄວາມຈິງໃຈ ແລະ ຫລີກເວັ້ນການເອົາບັນຫາການເມືອງມາເປັນປັດໄຈແຊກແຊງ; ສຸມໃສ່ການຮ່ວມມືກັນແກ້ໄຂຜົນກະທົບດ້ານເສດຖະກິດ-ສັງຄົມຈາກພະຍາດໂຄວິດ-19 ໃຫ້ໄດ້. ນອກນີ້ຈໍາເປັນຕ້ອງຟື້ນຟູກົນໄກການເຊື່ອມຈອດ-ເຊື່ອມໂຍງທີ່ຖືກຢຸດສະງັກ ເຊັ່ນ: ການວາງມາດຕະການຜ່ອນຜັນການໄປມາຫາສູ່ກັນ ໂດຍຮັບປະກັນການສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້, ຮັບປະກັນໃຫ້ຕ່ອງໂສ້ການຄ້າສາມາດດໍາເນີນໄປໂດຍປົກກະຕິ, ຟື້ນຟູການສົ່ງເສີມການລົງທຶນ ແລະ ປັບລະບົບການດໍາເນີນທຸລະກິດໄປສູ່ເສດຖະກິດດີຈີຕອນໃຫ້ໄດ້; ເພີ່ມທະວີການສົ່ງເສີມ ແລະ ຮ່ວມມືກັນໃນຂອບການຮ່ວມມືລະດັບພາກພື້ນ ແລະ ສາກົນທີ່ມີແລ້ວ ເພື່ອຟື້ນຟູເສດຖະກິດພາຍຫລັງໂຄວິດ-19.
ທ່ານ ພັນຄຳ ເນັ້ນອີກວ່າ: ສປປ ລາວ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເປັນສ່ວນໜຶ່ງປະກອບສ່ວນຢ່າງຕັ້ງໜ້າຈັດຕັ້ງປະຕິບັດຂອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”ໂດຍໜຶ່ງໃນຜົນສຳເລັດຂອງການຈັດຕັ້ງປະ ຕິບັດຂໍ້ລິເລີ່ມນີ້ແມ່ນການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນໃນວັນທີ 3 ທັນວາ 2021. ການນໍາໃຊ້ເສັ້ນ ທາງລົດໄຟລາວ-ຈີນ ກໍຄື ແລວເສດຖະກິດລາວ-ຈີນ ຈະປະກອບສ່ວນສໍາຄັນຂະຫຍາຍການຮ່ວມມືໃນລະ ດັບພາກພື້ນ ແລະ ອະນຸພາກພື້ນ ກໍຄືປະກອບສ່ວນແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ໃນໄລຍະຍາວ ແລະ ນີ້ຈະເປັນການຕອບສະໜອງໃຫ້ແກ່ການບັນລຸເປົ້າໝາຍການສ້າງຕັ້ງກົນໄກການເຊື່ອມຕໍ່ ແລະ ເຊື່ອມໂຍງພາກພື້ນໃຫ້ເປັນຮູບປະທໍາກໍຄືການນໍາເອົາຜົນປະໂຫຍດຕົວຈິງມາສູ່ພາກພື້ນນີ້. ຂະນະດຽວກັນ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງວົງຄະນະຍາດສາກົນ ແລະ ປະເທດເພື່ອນມິດທີ່ໄດ້ຊ່ວຍເຫລືອ ສປປ ລາວ ໃນການສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ຊ່ວຍເຫລືອສປປ ລາວ ທັງເຕັກນິກການແພດ, ວັກຊິນ, ຢາປົວໂຄວິດ-19 ກໍຄື ອຸປະ ກອນການແພດຕ່າງໆ ເຊິ່ງເຮັດໃຫ້ສປປ ລາວ ສາມາດຕ້ານ ແລະ ສະກັດກັ້ນໄດ້ຢ່າງມີປະສິດທິຜົນ.
ເວທີປຶກສາຫາລືໂບອາວເພື່ອອາຊີ (Boao Forum For Asia) ໄດ້ສ້າງຕັ້ງຂຶ້ນໃນເດືອນກຸມພາ 2001, ມີສະຖານທີ່ຈັດກອງປະຊຸມແບບຖາວອນຢູ່ເມືອງໂບອາວ ແຂວງຫາຍໜານ ສປ ຈີນ ເຊິ່ງເປັນເວທີປຶກສາຫາລືທີ່ສຳຄັນ, ສ້າງໂອກາດໃຫ້ແກ່ພາກລັດ, ເອກະຊົນ ແລະ ຊ່ຽວຊານ ໄດ້ປຶກສາຫາລືກ່ຽວກັບບັນຫາເສດຖະກິດ, ສັງຄົມ, ສະພາບແວດລ້ອມ ແລະ ບັນຫາອື່ນໆ. ແຕ່ລະປີມີປະມຸກລັດ, ຫົວໜ້າລັດຖະບານ, ເຈົ້າໜ້າທີ່ຂັ້ນສູງຈາກອົງການຈັດຕັ້ງສາກົນ, ຊ່ຽວຊານ ແລະ ນັກທຸລະກິດຈາກປະເທດກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ. ສຳລັບສປປ ລາວ ໄດ້ໃຫ້ຄວາມສຳຄັນເວທີປຶກສາຫາລືດັ່ງກ່າວ ແລະ ໄດ້ສົ່ງຄະນະ ຜູ້ແທນຂັ້ນສູງເຂົ້າຮ່ວມເປັນປົກກະຕິ ທັງກອງປະຊຸມແບບເຊິ່ງໜ້າ ແລະ ກອງປະຊຸມທາງໄກ.