ສປປ ລາວ ແລະ ສະຫະພາບເອີຣົບ ປະສົບຜົນສຳເລັດໃນການຮ່ວມມືຫລາຍດ້ານ
April 22, 2022 - 4:25 PM


ວັນທີ 20 ເມສາ ນີ້ ທີ່ສໍານັກງານສະມາຄົມນັກຂ່າວແຫ່ງ ສປປ ລາວ (ສຂລ), ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບທ່ານ ອີນາ ມາຈູລີໂອນີແຕ (Ina Marciulionyte) ເອກອັກຄະລັດຖະທູດສະຫະພາບເອີຣົບ (EU) ປະຈຳ ສປປ ລາວເພື່ອການຮ່ວມມືໃນອະນາຄົດໃນຂອບໂຄງການໃໝ່ທີ່ທູດສະຫະພາບເອີຣົບ ປະຈຳສປປ ລາວ ເປີດໃຫ້ສະໝັກ ໂດຍເນັ້ນໃສ່ການສ້າງຄວາມສາມາດໃຫ້ແກ່ນັກຂ່າວລາວ ໃນຕໍ່ໜ້າ.
ຜ່ານມາ, ການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ມີບັນຍາກາດດີ ແລະ ໄດ້ຮັບຜົນປະໂຫຍດຫລາຍດ້ານເປັນຕົ້ນໃນຂົງເຂດການສຶກສາ, ສາທາລະນະສຸກ, ກະສິກໍາ, ວັດທະນະທໍາ-ສັງຄົມ, ຖະແຫລງຂ່າວ ແລະ ອື່ນໆ ຊຶ່ງເປັນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກ້າວໜ້າຂະຫຍາຍຕົວ.