ລັດຖະມົນຕີ ກະຊວງການເງິນເຂົ້າພົບປະເຈົ້າແຂວງຫຼວງນ້ຳທາ

ວັນທີ 25 ເມສາ 2022 ນີ້, ທີ່ຫ້ອງຮັບແຂກຫ້ອງວ່າການແຂວງຫຼວງນ້ຳທາ; ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ ແຂວງຫຼວງນ້ຳທາໃນໂອກາດທີ່ລົງເຄື່ອນໄຫວວຽກງານຄັ້ງນີ້, ທ່ານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະໄດ້ເຂົ້າພົບທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງຫຼວງນ້ຳທາ, ເພື່ອແຈ້ງຈຸດປະສົງໃນການລົງເຄື່ອນໄຫວວຽກງານໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະແມ່ນວຽກງານການຕິດຕາມລະບົບການຄຸ້ມຄອງເພື່ອຈະຫັນເປັນທັນສະໄໝໃນການເຊື່ອມ, ໂຍງປັບປຸງໃຫ້ເຂົ້າລະບົບເປັນລວງດຽວກັນເພື່ອເປັນທ່າແຮງໃນການຈັດຕັ້ງປະຕິບັດຂໍ້ມູນຖານລາຍຮັບໃຫ້ມີທ່າອ່ຽງເພີ່ມຂຶ້ນ ແລະ ທົບທວນຄືນໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ.
ຈາກນັ້ນທ່ານເຈົ້າແຂວງກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການມາເຮັດວຽກຂອງທ່ານລັດຖະມົນຕີກະຊວງການເງິນພ້ອມທັງທິມງານໃນຄັ້ງນີ້, ພ້ອມທັງລາຍງານສະພາບລວມຂອງແຂວງການພັດທະນາເສດຖະກິດ-ສັງຄົມເປັນຕົ້ນ:ແມ່ນທ່າແຮງຂອງແຂວງໃນການພັດທະນາເສດຖະກິດສັງຄົມໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງແລະໄດ້ຊຸກຍູ້ບາງບັນດາບໍລິສັດທັງພາຍໃນ ແລະ ຕ່າງປະເທດມາລົງທຶນໃຫ້ນັບມື້ຫຼາຍຂຶ້ນ.