ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້

ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້ -           7 - ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້
ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້ - kitchen vibe - ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້

ຈີນປະກາດເລີ່ມກວດເຊື້ອທົ່ວນະຄອນຫລວງປັກກິ່ງ ຫລັງພົບກຸ່ມກ້ອນນ້ອຍໆໃນຊຸມຊົນຕິດໂຄວິດ ເຮັດໃຫ້ປະຊາຊົນຟ້າວກັກຕຸນສະບຽງທັນທີ.

ວັນທີ 25 ເມສາ 2022,​ ສຳນັກຂ່າວຕ່າງປະເທດລາຍງານວ່າ: ທາງການນະຄອນຫລວງປັກກິ່ງອອກມາປະກາດເຖິງການກວດເຊື້ອຄັ້ງໃຫຍ່ໃນເມືອງຫລວງຂອງຈີນ ສົ່ງຜົນໃຫ້ປະຊາຊົນເລັ່ງຊື້ສິນຄ້າຕ່າງໆຕາມຮ້ານຄ້າຈົນໝົດ ຈາກຄວາມຢ້ານວ່າຈະເກີດການລັອກດາວແບບເຂັ້ມງວດ ແບບດຽວກັບຊຽງໄຮ້ກຳລັງຜະເຊີນຢູ່.

ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້ - Visit Laos Visit SALANA BOUTIQUE HOTEL - ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້
ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້ - Visit Laos Visit SALANA BOUTIQUE HOTEL - ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້

ລັດຖະບານທ້ອງຖິ່ນຂອງນະຄອນຫລວງປັກກິ່ງອອກມາປະກາດໃນຄືນວັນທີ 25 ເມສາວ່າ: ປະຊາຊົນເກືອບທຸກຄົນໃນເມືອງຈະຕ້ອງມາເຂົ້າຮັບການກວດເຊື້ອແບບ PCR ຈຳນວນ 3 ຄັ້ງໃນອີກ 5 ວັນຕໍ່ໜ້າ ຫລັງຈາກພົບຜູ້ຕິດເຊື້ອ 70 ຄົນໃນເມືອງນັບແຕ່ວັນທີ 23 ເມສາຜ່ານມາ.

ຕາມລາຍງານລະບຸວ່າ: ມາດຕະການໃນນະຄອນຫລວງປັກກິ່ງຕອນນີ້ຈະຕ່າງອອກໄປຈາກຕອນລັອກດາວຊຽງໄຮ້ ໂດຍທາງເຈົ້າໜ້າທີ່ໃຊ້ວິທີເລືອກພື້ນທີ່ທີ່ຈະລັອກດາວແບບເຈາະຈົງຫລາຍຂຶ້ນ ມີພຽງຊຸມຊົນບໍ່ເທົ່າໃດແຫ່ງທີ່ຖືກສັ່ງລັອກດາວ. ຂະນະທີ່ຊຸມຊົນທີ່ຢູ່ຕິດກັນໄດ້ຮັບການຂໍການຮ່ວມມືຢ່າງເຄັ່ງຂັດບໍ່ໃຫ້ເດີນທາງອອກຈາກເຮືອນ.

ເຖິງຢ່າງໃດກໍຕາມ, ບັນຫາຕ່າງໆທີ່ເກີດຂຶ້ນໃນການລັອກດາວເມືອງຊຽງໄຮ້ ສົ່ງຜົນເຮັດໃຫ້ຊາວປັກກິ່ງເກີດຄວາມກັງວົນໄປຮຽບຮ້ອຍແລ້ວ ເຫັນໄດ້ຈາກຮ້ານຄ້າ ແລະ ຊຸບເປີມາເກັດຕ່າງໆ ທີ່ມີຄົນເຂົ້າໄປຊື້ສິນຄ້າອຸປະໂພກ-ບໍລິໂພກມາກັກຕຸນໄວ້ ເພື່ອຫລຸດການອາໄສລະບົບຈັດສົ່ງອາຫານຂອງລັດຖະບານທີ່ບໍ່ມີປະສິດທິພາບ ໃນກໍລະນີເກີດການລັອກດາວຂຶ້ນແທ້.

ແພກຟອມສັ່ງຊື້ສິນຄ້າອອນລາຍຄື Meituan ເປີດເຜີຍວ່າ: ມີຍອດສັ່ງຊື້ເພີ່ມຂຶ້ນສູງສຸດເຖິງ 50% ນັບແຕ່ວັນທີ 24 ເມສາເປັນຕົ້ນມາ, ຂະນະທີ່ກົມການຄ້າຂອງປັກກິ່ງໄດ້ຂໍໃຫ້ແພກຟອມຕ່າງໆ ເພີ່ມປະລິມານອາຫານສົດໃນສາງ ແລະ ເພີ່ມຈຳນວນພະນັກງານຈັດສົ່ງສິນຄ້າໃຫ້ຫລາຍຂຶ້ນ.

ອ້າງອີງ:

https://www.washingtonpost.com/…/beijing-china…/

https://www.nytimes.com/…/asia/covid-beijing-shanghai.html

ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້ - 4 - ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້
ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້ - 5 - ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້
ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້ - 3 - ຊາວປັກກິ່ງແຫ່ກັກຕຸນອາຫານ-ສິ່ງຂອງຈຳເປັນ ຢ້ານຖືກລັອກດາວຄືຊຽງໄຮ້