ລີເວີພູລ-ແມນ ຊິຕີ ກຽມໂກຍເງິນລາງວັນມະຫາສານເປັນສະຖິຕິ ຫາກຄວ້າແຊ໊ມປຽນລີກໄດ້

ສື່ລາຍງານວ່າ : ລີເວີພູລ-ແມນເຊສເຕີ ຊິຕີ ມີໂອກາດໄດ້ຮັບເງິນລາງວັນສູງສຸດເປັນປະຫວັດສະໂມສອນ ຫາກສາມາດຄວ້າແຊ໊ມ ແຊມປຽນ ລີກ ລະດູການນີ້ໄດ້, ໂດຍເຊື່ອວ່າ ຕອນນີ້ທັງສອງທີມ ມີເງິນອັດສີດໄປແລ້ວເກືອບ 90 ລ້ານຢູໂຣ ແລະ ຫາກຄວ້າແຊ໊ມຈະມີສິດໄດ້ຮັບເຖິງ 110 ລ້ານຢູໂຣ ຍັງບໍ່ລວມສ່ວນແບ່ງຄ່າລິຂະສິດຖ່າຍທອດສົດ.
ເດິ ມິຣເຣີ ສື່ຊື່ດັງໃນປະເທດອັງກິດລະບຸວ່າ ລີເວີພູລ ແລະ ແມນເຊສເຕີ ຊິຕີ 2 ທີມໃຫຍ່ແຫ່ງພຣີເມຍລີກອັງກິດ ມີຫວັງໄດ້ຮັບເງິນລງວັນສູງສຸດເປັນສະຖິຕິສະໂມສອນຫາກພວກເຂົາສາມາດຄວ້າແຊ໊ມ ຢູຟາ ແຊ໊ມປຽນລີກ ລະດູການນີ້ມາຄອງໄດ້ສຳເລັດ.
ສຳລັບເງິນລາງວັນໃນການລົງຫລິ້ນໃນຢູຟາ ແຊມປຽນລີກ ລະດູການນີ້ ທັງ 32 ທີມໃນຮອບແບ່ງກຸ່ມຈະໄດ້ຮັບເງິນເບື້ອງຕົ້ນທີມລະ 15,6 ລ້ານຢູໂຣ ບໍ່ລວມໂບນັສທີ່ຈະຄຳນວນຕາມຄ່າສຳປະສິດຂອງແຕ່ລະທີມ ໂດຍແຕ່ລະເກມໃນຮອບແບ່ງກຸ່ມນັ້ນ ທີມຊະນະໄດ້ໂບນັສ 2,8 ລ້ານຢູໂຣ ຫາກສະເຫມີແບ່ງໄປທີມລະ 930,000 ຢູໂຣ ສ່ວນທີມທີ່ຜ່ານເຂົ້າຮອບ 16 ທີມສຸດທ້າຍ ຮັບເພີ່ມອີກທີມລະ 9,6 ລ້ານຢູໂຣ ຮອບ 8 ທີມສຸດທ້າຍຮັບເພີ່ມທີມລະ 10,6 ລ້ານຢູໂຣ ຮອບຮອງຊະນະເລີດ ບວກໄປອີກທີມລະ 12,5 ລ້ານຢູໂຣ ຂະນະທີ່ 2 ທີມຄູ່ຊີງຊະນະເລີດຈະໄດ້ເງິນລາງວັນທີມລະ 15,5 ລ້ານໂຣ ແລະ ແຊມຈະໄດ້ເພີ່ມອີກ 4,5 ລ້ານຢູໂຣ.
ລາຍງານລະບຸວ່າ : ລີເວີພູລ ເຊິ່ງແຂ່ງຂັນ ບີຢາ ຣຽວ ໃນຮອບຕັດ 4 ທີມສຸດທ້າຍນັ້ນ ໄດ້ຮັບເງິນລາງວັນຈາກການລົງຫລິ້ນ ແຊມປຽນລີກ ລະດູການນີ້ໄປແລ້ວ 89,1 ລ້ານຢູໂຣ ສ່ວນ ແມນເຊສເຕີ ຊິຕີ ທີ່ຕ້ອງຝ່າດ່ານ ຣຽວ ມາດຣິດ ໃນຮອບຮອງຊະນະເລີດນັ້ນໄດ້ໄປແລ້ວ 88,8 ລ້ານຢູໂຣ ນອກຈາກນີ້ ຈະຍັງມີສ່ວນແບ່ງຈາກຄ່າລິຂະສິດຖ່າຍທອດສົດເຊິ່ງລວມແລ້ວປະມານ 300 ລ້ານຢູໂຣ ແຕ່ຍັງບໍ່ມີການລະບຸຈຳນວນວ່າແຕ່ລະທີມຈະໄດ້ສ່ວນແບ່ງເທົ່າໃດ ດັ່ງນັ້ນ ລວມແລ້ວທັງ 2 ທີມມີສິດໄດ້ເງິນລາງວັນຫລາຍກເປັນປະຫວັດສາດຂອງສະໂມສອນ ຫາກຄວ້າແຊ໊ມສຳເລັດ ໂດຍ ແມນ ຊິຕີ ຈະໄດ້ຮັບຢູ່ 108,8 ລ້ານຢູໂຣ ຫາກຄວ້າແຊ໊ມ ຫລັງຈາກລະດູການກ່ອນທີ່ໄດ້ຮອງແຊ໊ມນັ້ນ ພວກເຂົາໄດ້ເງິນລາງວັນໄປ 103,3 ລ້ານຢູໂຣ ຂະນະທີ່ ລີເວີພູລ ຈະໄດ້ເງິນລາງວັນລວມ 109,1 ລ້ານຢູໂຣຫາກຄວ້າແຊ໊ມໄດ້.