ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ

ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ -                                   scaled - ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ
ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ - kitchen vibe - ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ

ວັນທີ່ 28 ເມສາ 2022 ທ່ານ ພັທ ພົມມີ ແສນຈົ່ງຮັກ ຫົວໜ້າພະແນກຕໍາຫລວດ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຖະແຫລງໃຫ້ຮູ້ວ່າ:

ເວລາ 9:00 ໂມງ ຂອງວັນທີ 25 ເມສາ 2022 ໄດ້ຮັບແຈ້ງຄວາມຈາກເຈົ້າຂອງຮ້ານຊຸບເປີ້ມາເກັດ ຕັ້ງຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ມີຄົນຮ້າຍຕັດກະແຈຮ້ານເຂົ້າໄປງັດຕູ້ເຊັບ ແລະ ຕູ້ເງິນທອນ ພາຍໃນຮ້ານຂອງຕົນ ມີເງິນເສຍຫາຍຈໍານວນໜຶ່ງ, ພາຍຫລັງໄດ້ຮັບແຈ້ງເສຍຫາຍດັ່ງກ່າວຈິ່ງລົງເກັບກໍາຂໍ້ມູນ ກວດກາສະຖານທີ່ເກີດເຫດ ພົບເຫັນຮ່ອງຮອຍການງັດແງ່ຕູ້ເຊບ ແລະ ຕູ້ທອນເງິນ.

ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ - Visit Laos Visit SALANA BOUTIQUE HOTEL - ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ
ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ - Visit Laos Visit SALANA BOUTIQUE HOTEL - ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ

ຕົກມາວັນທີ 26 ເມສາ 2022 ໄດ້ມີພົນລະເມືອງດີແຈ້ງມາໃຫ້ຂໍ້ມູນ ຈຶ່ງສືບຄົ້ນຫາພົບເຫັນເປົ້າໝາຍ ທີ່ກໍາລັງຈະເອົາຕົວຫລົບໜີ ແລະ ສະກັດຈັບຕົວຜູ້ກໍ່ເຫດໄດ້ ຊື່ທ້າວ ຫລໍ່ຄໍາ ອາຍຸ 24 ປີ ເປັນພະນັກງານ ຢູ່ຮ້ານຊຸບເປີ້ມາເກັດດັ່ງກ່າວ ທີ່ພັກເຊົາຢູບ້ານໜອງທາເໜືອ ເມືອງຈັນທະບູລີ ພ້ອມທັງຂອງກາງເງິນສົດ ຈຳນວນ 19.025.000 ກີບ.

ຜ່ານການສອບສວນ ທ້າວ ຫລໍ່ຄໍາ ສາລະພາບວ່າ: ວັນທີ 24 ເມສາ 2022 ພາຍຫລັງເລີກວຽກຈາກຮ້ານດັ່ງກ່າວ ຜູ້ກ່ຽວໄດ້ກັບເມືອຫ້ອງແຖວ ແລ້ວກະກຽມເຫລັກສະແລັງ ແລະ ຄີມຕັດເຫລັກ ຮອດເວລາ 23:00 ໂມງ ຕົນໄດ້ກັບໄປບ່ອນເຮັດວຽກ ຈາກນັ້ນກໍລົງມືງັດປະຕູເຂົ້າໄປພາຍໃນຮ້ານ ແລ້ວງັດຕູ້ເຊັບ ແລະ ຕູ້ເງິນທອນ ໄດ້ເງິນສົດປະມານ 20 ກວ່າລ້ານກີບ ຫລັງຈາກໄດ້ເງິນແລ້ວຈິ່ງກັບຄືນເມືອຫ້ອງແຖວ.

ປັດຈຸບັນ ກອງບັນຊາການ ປກສ ເມືອງຈັນທະບູລີ ກຳລັງສືບຕໍ່ດໍາເນີນຄະດີຕາມກົດໝາຍ. ສ່ວນເຄື່ອງຂອງກາງເງິນຈໍານວນ 19.025.000 ກີບ ທີ່ເກັບກູ້ຄືນໄດ້ ມອບຄືນໃຫ້ຜູ້ເສຍຫາຍເປັນທີ່ຮຽບຮ້ອຍແລ້ວ.

ຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ

ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ - 3 - ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ
ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ - 4 - ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ
ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ - 5 - ຈັບໜຸ່ມໜ້າຕາດີ ເປັນພະນັກງານຮ້ານຊຸບເປີມາເກັດ ແຕ່ກາຍເປັນໂຈນງັດຕູ້ເຊັບຂອງຮ້ານ