ຟີລິບປິນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນຍ່ອຍ BA.2.12 ຄົນທຳອິດ


ວັນທີ 28 ເມສາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ກະຊວງສາທາລະນະສຸກຟີລິບປິນລາຍງານການກວດພົບຜູ້ຕິດເຊື້ອພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຊະນິດກາຍພັນ ສາຍພັນໂອມິຄຣອນ ສາຍພັນຍ່ອຍບີເອ.2.12 (BA.2.12) ຄົນທຳອິດຂອງປະເທດ ໂດຍເປັນຜູ້ຍິງຊາວຟິນແລນ ອາຍຸ 52 ປີ ເຊິ່ງເດີນທາງເຂົ້າປະເທດນັບແຕ່ວັນທີ 2 ເມສາຜ່ານມາ.
ກະຊວງສາທາລະນະສຸກຟີລິບປິນລະບຸວ່າ: ຜູ້ຕິດເຊື້ອໂຄວິດ-19 ຄົນນີ້ບໍ່ໄດ້ເຂົ້າກັກຕົວຕາມປົກກະຕິ ເນື່ອງຈາກສັກວັກຊີນຄົບສອງໂດສແລ້ວ ແລະ ບໍ່ສະແດງອາການປ່ວຍເມື່ອເດີນທາງເຖິງຟີລິບປິນ ໂດຍປັດຈຸບັນຜູ້ຍິງຄົນນີ້ປິ່ນປົວຫາຍດີ ແລະ ເດີນທາງກັບຟິນແລນແລ້ວໃນວັນທີ 21 ເມສາຜ່ານມາ.
ຜູ້ຕິດເຊື້ອໂຄວິດ-19 ຄົນດັ່ງກ່າວເດີນທາງໄປມະຫາວິທະຍາໄລໃນເຂດມະຫານະຄອນມະນິລາ, ຕໍ່ຈາກນັ້ນເດີນທາງໄປເມືອງບາກຽວທາງຕອນເໜືອເພື່ອຈັດສຳມະນາ ໂດຍນາງເລີ່ມມີອາການເລັກໜ້ອຍຄືເຈັບຫົວ ແລະ ເຈັບຄໍ ຫລັງຈາກເດີນທາງເຂົ້າຟີລິບປິນແລ້ວ 9 ວັນ.
ກະຊວງສາທາລະນະສຸກຟີລິບປິນລະບຸວ່າ: ຫລັງຈາກກວດພົບຜູ້ຕິດເຊື້ອໂຄວິດ-19 ຄົນນີ້, ໜ່ວຍງານລະບາດວິທະຍາ ແລະ ເຝົ້າລະວັງທ້ອງຖິ່ນແກະຮອຍຈົນພົບຜູ້ມີປະຫວັດສຳຜັດໃກ້ຊິດທີ່ບໍ່ສະແດງອາການ ຈຳນວນ 9 ຄົນ ໂດຍໃນຈຳນວນນີ້ສອງຄົນມີຜົນກວດພະຍາດເປັນລົບ. ສ່ວນຄະນະນັກວິທະຍາສາດກຳລັງສຶກສາວ່າ: ເຊື້ອໄວຣັສໂຄໂຣນາ ສາຍພັນໂອມິຄຣອນ ສາຍພັນຍ່ອຍນີ້ ແພ່ເຊື້ອໄດ້ຫລາຍກວ່າ ແລະ ກໍ່ໃຫ້ເກີດອາການປ່ວຍຮຸນແຮງກວ່າ ຫລື ບໍ່.
ທັງນີ້, ຟີລິບປິນມີຜູ້ຕິດເຊື້ອໂຄວິດ-19 ສະສົມຫລາຍກວ່າ 3,68 ລ້ານຄົນ ແລະ ຜູ້ເສຍຊີວິດ 60.215 ຄົນ.