ສາລະວັນ ແຈ້ງເປີດຄືນດ່ານທ້ອງຖິ່ນປາກຕະພານ ເມືອງລະຄອນເພັງ

ວັນທີ 27 ເມສາ 2022 ຜ່ານມານີ້, ປະທານຄະນະກໍາມະການຊາຍແດນຂັ້ນແຂວງ ສາລະວັນ ໄດ້ອອກແຈ້ງການ ເຖິງຫົວໜ້າ ກອງບັນຊາການທະຫານ, ກອງບັນຊາການ ປກສ, ພະແນກການເງິນ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກສາທາລະນະສຸກ, ພະແນກກະສິກໍາ ແລະ ປ່າໄມ້, ພະແນກການຕ່າງປະເທດແຂວງ ແລະ ເຈົ້າເມືອງລະຄອນເພັງ ແຂວງສາລະວັນ ກ່ຽວກັບການເປີດດ່ານທ້ອງຖິ່ນປາກຕະພານ ເມືອງລະຄອນເພັງ ເພື່ອເປີດຄືນດ່ານທ້ອງຖິ່ນດັ່ງກ່າວ ເສົ່ງອອກ ແລະ ນຳເຂົ້າສິນຄ້າຕາມລະບຽບການ ໂດຍເຫັນດີໃຫ້ດ່ານທ້ອງຖິ່ນປາກຕະພານ ແລະ ດ່ານປາກແຊງ ນຳເຂົ້າ-ສົ່ງອອກ ສິນຄ້າໄດ້.
ພ້ອມກັນນີ້, ໃຫ້ອົງການປົກຄອງເມືອງລະຄອນເພັງ ແລະ ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ລາຍງານຄວາມພ້ອມໃນການເປີດດ່ານ ມາເປັນລາຍລັກອັກສອນຕໍ່ອົງການປົກຄອງແຂວງ ຮັບຊາບ ແລ້ວສາມາດເປີດດ່ານໃນຄວາມຮັບຜິດຊອບຂອງຕົນ ເພື່ອບໍລິການສົ່ງອອກ-ນຳເຂົ້າສິນຄ້າ, ພ້ອມທັງລາຍງານສະພາບການ ໃຫ້ອົງການປົກຄອງແຂວງຮັບຊາບ ເມື່ອເຫັນວ່າມີສະພາບຄວາມສ່ຽງ ຫລື ປະກົດການຫຍໍ້ທໍ້ເກີດຂຶ້ນ;
ໃຫ້ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ ແລະ ເມືອງລະຄອນເພັງ ເປັນເຈົ້າການຕິດຕາມກວດກາ ສາລະເວ ເພື່ອປ້ອງກັນ ແລະ ຮັກສາຄວາມສະຫງົບຕາມແລວຊາຍແດນ ແລະ ລໍາແມ່ນໍ້າຂອງຕາມຄວາມຮັບຜິດຊອບຂອງຕົນ. ນອກຈາກນີ້, ໃຫ້ພະແນກ ແລະ ພາກສ່ວນຕ່າງໆໃນທົ່ວແຂວງສາລະວັນ ທີ່ມີສ່ວນພົວພັນກັບກິດຈະການສົ່ງອອກ-ນຳເຂົ້າ.