ອິນເດຍຜະເຊີນຄື້ນຄວາມຮ້ອນຮຸນແຮງ ຜູ້ຊ່ຽວຊານເຕືອນອຸນຫະພູມ ອາດສູງເຖິງ 47 ອົງສາ


ອິນເດຍຜະເຊີນຄື້ນຄວາມຮ້ອນປົກຄຸມ ເຮັດໃຫ້ອຸນຫະພູມເພີ່ມຂຶ້ນທົ່ວປະເທດ, ຜູ້ຊ່ຽວຊານເຕືອນອາດຮ້ອນເຖິງ 47 ອົງສາ.
ວັນທີ 30 ເມສາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກົມອຸຕຸນິຍົມວິທະຍາອິນເດຍ (IMD) ໄດ້ອອກຄຳເຕືອນຄື້ນຄວາມຮ້ອນຮຸນແຮງທີ່ແຜ່ເຂົ້າປົກຄຸມພື້ນທີ່ປະເທດອິນເດຍ ເຊິ່ງຈະສົ່ງຜົນໃຫ້ອຸນຫະພູມເພີ່ມສູງຂຶ້ນຕໍ່ໄປໃນໄລຍະ 5 ວັນຕໍ່ໜ້າ.
ອິນເດຍກຳລັງຜະເຊີນຄື້ນຄວາມຮ້ອນແຜ່ປົກຄຸມພື້ນທີ່ສ່ວນຫລາຍຂອງປະເທດ ໂດຍສະເພາະໃນພາກກາງ ແລະ ພາກຕາເວັນຕົກສຽງເໜືອຂອງປະເທດ ມີຫລາຍພື້ນທີ່ອຸນຫະພູມສູງເຖິງ 45 ອົງສາໃນວັນທີ 28 ເມສາຜ່ານມາ.
ຄື້ນຄວາມຮ້ອນທີ່ກຳລັງປົກຄຸມອິນເດຍຍັງມີທ່າອ່ຽງຈະທະວີຄວາມຮຸນແຮງຂຶ້ນ ໂດຍຜູ້ຊ່ຽວຊານດ້ານສະພາບອາກາດທ່ານໜຶ່ງໄດ້ເປີດເຜີຍຕໍ່ສຳນັກຂ່າວເພຣສທຣັສອອບອິນເດຍວ່າ: ອຸນຫະພູມອາດສູງເຖິງ 47 ອົງສາໃນມໍ່ໆນີ້ ເຊິ່ງສອດຄ່ອງກັບຄຳເຕືອນຫລ້າສຸດຈາກກົມອຸຕຸນິຍົມວິທະຍາ ທີ່ອອກມາລະບຸວ່າ: “ອຸນຫະພູມຈະເພີ່ມຂຶ້ນປະມານ 2 ອົງສາ ທາງຕາເວັນຕົກສຽງເໜືອຂອງປະເທດໃນໄລຍະ 1-2 ວັນຕໍ່ໜ້າ”.
ຂະນະດຽວກັນ, ນັກວິທະຍາສາດຈາກກົມອຸຕຸນິຍົມວິທະຍາອິນເດຍ ໄດ້ອອກມາເປີດເຜີຍໃນວັນທີ 29 ເມສາວ່າ: ສະພາບອາກາດຮ້ອນອົບເອົ້າຈະຍັງດຳເນີນຕໍ່ໄປອີກຢ່າງໜ້ອຍ 3 ວັນ ແລະ ຈາກນັ້ນອຸນຫະພູມຈະຫລຸດລົງຫລັງຈາກມໍລະສຸມພັດເຂົ້າປົກຄຸມ ເຊິ່ງຄາດວ່າອາດຈະເກີດຂຶ້ນໃນບາງພື້ນທີ່ພາຍໃນເດືອນພຶດສະພານີ້.
ດ້ານອະທິບໍດີກົມອຸຕຸນິຍົມວິທະຍາອິນເດຍເຜີຍວ່າ: ກົມອຸຕຸນິຍົມວິທະຍາກຳລັງເຮັດວຽກຮ່ວມກັບລັດຕ່າງໆ ແລະ ໜ່ວຍງານແກ້ໄຂໄພພິບັດຂອງລັດຖະບານ ໃນການກຽມຮັບມືອຸນຫະພູມທີ່ສູງຂຶ້ນເປັນປະຫວັດສາດ ບັນເທົາຄວາມເດືອດຮ້ອນປະຊາຊົນ.
ຄື້ນຄວາມຮ້ອນຍັງສົ່ງຜົນໃຫ້ພື້ນທີ່ນະຄອນຫລວງນິວເດລີ ມີອຸນຫະພູມສູງຂຶ້ນທຸບສະຖິຕິຮອບ 72 ປີ ໃນເດືອນເມສາ ໂດຍມີອຸນຫະພູມສະເລ່ຍໝົດເດືອນຢູ່ 40,2 ອົງສາ ເຊິ່ງອຸນຫະພູມສູງສຸດແທກໄດ້ເຖິງ 43,5 ອົງສາ ໃນວັນທີ 28-29 ເມສາ ເຮັດໃຫ້ກົມອຸຕຸນິຍົມວິທະຍາຕ້ອງອອກປະກາດເຕືອນລະດັບສີສົ້ມໃນຫລາຍພື້ນທີ່ຂອງເມືອງຫລວງ.
ທັງນີ້, ໂຣຊີ ແມກທິວ ຄໍ ຜູ້ຊ່ຽວຊານດ້ານສະພາບອາກາດຈາກສະຖາບັນອຸຕຸນິຍົມວິທະຍາເຂດຮ້ອນແຫ່ງອິນເດຍ ໄດ້ອະທິບາຍເຖິງສະຖານະການຄື້ນຄວາມຮ້ອນທີ່ເກີດຂຶ້ນໃນອິນເດຍຄັ້ງນີ້ວ່າ: ເປັນຜົນມາຈາກສະພາບໂລກຮ້ອນ.
ອ້າງອີງ:
https://www.ndtv.com/…/india-weather-extreme-heat-waves…