ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ

ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ - gettyimages 2196682765 - ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ
ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ - kitchen vibe - ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ

       ເກີດເຫດເຮືອບິນໂດຍສານແບບ CRJ-700 ຖ້ຽວບິນທີ່ 5342 ຂອງສາຍການບິນ American Airlines ພ້ອມຜູ້ໂດຍສານ 60 ຄົນ ແລະ ຈຸບິນ 4 ຄົນ ຕໍາກັນກາງອາກາດກັບເຮລິກອບເຕີແບັກຮໍຂອງກອງທັບອາເມລິກາ ຢູ່ບໍລິເວນໃກ້ສະໜາມບິນສາກົນເຣແກນ ນອກນະຄອນຫລວງວໍຊິງຕັນ ກ່ອນຕົກລົງໃນແມ່ນໍ້າໂພໂທແມກ (Potomac River).

       ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບອາເມລິກາ ກ່າວວ່າ: ມີທະຫານຢູ່ໃນເຮລິກອບເຕີແບັກຮໍ 3 ຄົນ.

ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ - Visit Laos Visit SALANA BOUTIQUE HOTEL - ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ
ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ - Visit Laos Visit SALANA BOUTIQUE HOTEL - ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ

      ຖ້ຽວບິນດັ່ງກ່າວເດີນທາງມາຈາກເມືອງວິຊິຕາ (Wichita) ໃນລັດແຄນຊັສ ໂດຍສໍານັກງານບໍລິຫານການບິນແຫ່ງຊາດ (FAA) ລະບຸວ່າ: ເຫດເກີດໃນຂະນະທີ່ເຮືອບິນກໍາລັງເຂົ້າໃກ້ລັນເວຂອງສະໜາມບິນ ຊ່ວງເວລາປະມານ 21:00 ໂມງ ຕາມເວລາທ້ອງຖິ່ນ.

      ເບື້ອງຕົ້ນຍັງບໍ່ຮູ້ຊະຕາກໍາຂອງຜູ້ໂດຍສານ ແລະ ຈຸບິນທັງໝົດ. ຂະນະທີ່ຫລັງເກີດເຫດ ສະໜາມບິນສັ່ງຢຸດການຂຶ້ນ ແລະ ລົງເຮືອບິນທັງໝົດ ໂດຍໜ່ວຍສຸກເສີນພ້ອມເຮືອກູ້ໄພກໍາລັງເລັ່ງປະຕິບັດການຄົ້ນຫາຜູ້ລອດຊີວິດໃນແມ່ນໍ້າ.

ອ້າງອີງ:

ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ - 4 - ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ
ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ - 3 - ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ
ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ - 5 - ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ