ມູນຄ່າການຄ້າຂອງ ລາວ ເດືອນມີນາ 2025 ບັນລຸໄດ້ 1,730 ລ້ານໂດລາ ເກີນດຸນ 160 ລ້ານ


ສູນຂໍ້ມູນຂ່າວສານການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານ ວັນທີ 29 ພຶດສະພາ 2025 ນີ້ວ່າ: ມູນຄ່າການຄ້າຂອງ ສປປ ລາວ ເດືອນມີນາ 2025 ບັນລຸໄດ້ 1,730 ລ້ານໂດລາສະຫະລັດ ມູນຄ່າການສົ່ງອອກ ປະມານ 945 ລ້ານໂດລາສະຫະລັດ ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 785 ລ້ານໂດລາສະຫະລັດ ເກີນດຸນການຄ້າ 160 ລ້ານໂດລາສະຫະລັດ.
10 ສິນຄ້າສົ່ງອອກຫຼັກ ປະກອບມີ: ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 172 ລ້ານໂດລາ; ມັນຕົ້ນ 115 ລ້ານໂດລາ; ຄໍາປະສົມ, ຄຳແທ່ງ 101 ລ້ານໂດລາ; ເກືອກາລີ 74 ລ້ານໂດລາ; ແຮ່ທອງ 43 ລ້ານໂດລາ; ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 41 ລ້ານໂດລາ; ຢາງພາລາ 31 ລ້ານໂດລາ; ໝາກກ້ວຍ 27 ລ້ານໂດລາ; ແປ້ງມັນຕົ້ນ26 ລ້ານໂດລາ; ເຍື້ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາ;


10 ສິນຄ້ານໍາເຂົ້າຫຼັກປະກອບມີ: ນ້ຳມັນກາຊວນ 114 ລ້ານໂດລາ; ຜະລິດຕະພັນເຄມີປະສົມສໍາເລັດຮູບ 87 ລ້ານໂດລາ; ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 81 ລ້ານໂດລາ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 71 ລ້ານໂດລາ; ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 35 ລ້ານລ້ານໂດລາ; ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 27 ລ້ານໂດລາ; ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 24 ລ້ານໂດລາ; ຝຸ່ນ (ປຸຍ) 18 ລ້ານໂດລາ; ນໍ້າຕານ 9 ລ້ານໂດລາ; ລົດໄຖນາ 5 ລ້ານໂດລາ;


ປະເທດທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ປະກອບມີ: ໄທ ປະມານ 279 ລ້ານໂດລາສະຫະລັດ, ຈີນ ປະມານ 259 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 237 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 64 ລ້ານໂດລາສະຫະລັດ, ສ ອາເມລິກາ ປະມານ 32 ລ້ານໂດລາສະຫະລັດ.
ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ປະກອບມີ: ໄທ ປະມານ 340 ລ້ານໂດລາສະຫະລັດ, ຈີນ ປະມານ 257 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 104 ລ້ານໂດລາສະຫະລັດ, ສ.ອາເມລິກາ ປະມານ 19 ລ້ານ ໂດລາສະຫະລັດ, ແລະ ຢີ່ປຸ່ນ ປະມານ 15 ລ້ານໂດລາສະຫະລັດ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາ ເດືອນ ມີນາ ປີ 2025 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).