ສານການຄ້າອາເມລິກາຕັດສິນຢຸດການບັງຄັບໃຊ້ນະໂຍບາຍຂຶ້ນພາສີນໍາເຂົ້າທົ່ວໂລກ ກ່າວວ່າທ່ານ ທຣໍາ ໃຊ້ອໍານາດເກີນຂອບເຂດ


ສານການຄ້າລະຫວ່າງປະເທດໃນນະຄອນນິວຢ໋ອກ ມີຄໍາພິພາກສາວັນທີ 28 ພຶດສະພາ ໃຫ້ຢຸດການບັງຄັບໃຊ້ນະໂຍບາຍຂຶ້ນພາສີອາກອນຕໍ່ທົ່ວໂລກ ລວມທັງພາສີອາກອນຕອບໂຕ້ ທີ່ປະທານາທິບໍດີ ໂດນັລ ທຣໍາ ປະກາດເມື່ອວັນທີ 2 ເມສາ ໂດຍລະບຸເຫດຜົນວ່າ: ເປັນການ “ໃຊ້ອໍານາດເກີນຂອບເຂດ” ຈາກລັດຖະທໍາມະນູນກໍານົດໄວ້.
ຄະນະຜູ້ພິພາກສາ 3 ຄົນ ລະບຸໃນຄໍາພິພາກສາວ່າ: ທ່ານ ທຣໍາ ປະກາດຂຶ້ນພາສີອາກອນຕໍ່ທົ່ວໂລກ ໂດຍອ້າງກົດໝາຍສຸກເສີນທາງເສດຖະກິດ ເຊິ່ງສານເບິ່ງວ່າ: ກົດໝາຍສຸກເສີນດັ່ງກ່າວ ບໍ່ໄດ້ໃຫ້ສິດຝ່າຍດຽວໃນການກໍານົດພາສີອາກອນຕໍ່ເກືອບທຸກປະເທດທົ່ວໂລກ.
ຂະນະທີ່ລັດຖະທໍາມະນູນອາເມລິກາມອບອໍານາດໃຫ້ລັດຖະສະພາໃນການຄວບຄຸມການຄ້າກັບປະເທດອື່ນໆ ແລະ ອໍານາດນີ້ບໍ່ໄດ້ຖືກແທນທີດ້ວຍອໍານາດຂອງປະທານາທິບໍດີໃນການປົກປ້ອງເສດຖະກິດ.
ຄໍາພິພາກສາດັ່ງກ່າວຄວບຄຸມເຖິງການຢຸດພາສີພື້ນຖານ 10% ທີ່ທ່ານ ທຣໍາ ເກັບຈາກທົ່ວໂລກ ແລະ ຢຸດການຂຶ້ນພາສີ 30% ຕໍ່ສິນຄ້າຈີນ ແລະ 25% ຕໍ່ສິນຄ້າບາງປະເພດຈາກແມັກຊິກ ແລະ ການາດາ ທີ່ທ່ານ ທຣໍາ ປະກາດບັງຄັບໃຊ້ເມື່ອຕົ້ນປີຜ່ານມາ ເພື່ອກົດດັນໃຫ້ທັງ 3 ປະເທດເພີ່ມຄວາມພະຍາຍາມໃນການປາບປາມຢາເສບຕິດເຟນທານິລທີ່ລະບາດໃນອາເມລິກາ.
ຂະນະທີ່ບໍ່ສົ່ງຜົນກະທົບຕໍ່ການຂຶ້ນພາສີ 25% ສໍາລັບຍານພາຫະນະ, ຊິ້ນສ່ວນຍານພາຫະນະ, ເຫລັກ ຫລື ອາລູມີນຽມ ເຊິ່ງຢູ່ພາຍໃຕ້ມາດຕາ 232 ຂອງກົດໝາຍຂະຫຍາຍການຄ້າ ເຊິ່ງເປັນກົດໝາຍທີ່ແຕກຕ່າງໄປຈາກກົດໝາຍສຸກເສີນທີ່ທ່ານ ທຣໍາ ອ້າງເຖິງໃນການດໍາເນີນນະໂຍບາຍຂຶ້ນພາສີຕໍ່ທົ່ວໂລກ.
ເຖິງຢ່າງໃດກໍຕາມ, ບໍ່ເທົ່າໃດນາທີຫລັງຈາກຄໍາຕັດສິນ, ລັດຖະບານ ທຣໍາ ໄດ້ມີການຍື່ນອຸທອນ ໂດຍທ່ານ ຄູຊ ເດໄຊ (Kush Desai) ຮອງໂຄສົກທໍານຽບຂາວ ເຜີຍແຜ່ຖະແຫລງການ ລະບຸວ່າ:
“ບໍ່ແມ່ນໜ້າທີ່ຂອງຜູ້ພິພາກສາທີ່ບໍ່ໄດ້ຮັບການເລືອກຕັ້ງທີ່ຈະຕັດສິນໃຈວ່າຈະແກ້ໄຂສະຖານະການສຸກເສີນລະດັບປະເທດແນວໃດ”.
“ປະທານາທິບໍດີ ທຣໍາ ໃຫ້ຄໍາໝັ້ນວ່າ: ຈະໃຫ້ຄວາມສໍາຄັນຕໍ່ອາເມລິກາເປັນອັນດັບທໍາອິດ ແລະ ລັດຖະບານຕັ້ງໃຈຈະໃຊ້ທຸກອໍານາດຂອງຝ່າຍບໍລິຫານ ເພື່ອແກ້ໄຂວິກິດນີ້ ແລະ ຟື້ນຄືນຄວາມຍິ່ງໃຫຍ່ຂອງອາເມລິກາ. ທ່ານກ່າວ.
ສໍາລັບຄະດີນີ້ ຖືກຍື່ນຟ້ອງໂດຍກຸ່ມສະໜັບສະໜູນກົດໝາຍເສລີນິຍົມ Liberty Justice Center ແລະ ບໍລິສັດຜູ້ແທນຈໍາໜ່າຍວາຍ ແລະ ທຸລະກິດຂະໜາດນ້ອຍອີກ 4 ແຫ່ງ ໃນເດືອນເມສາຜ່ານມາ ໂດຍອ້າງວ່າ: ໄດ້ຮັບຜົນກະທົບຢ່າງຮຸນແຮງຈາກມາດຕະການຂຶ້ນພາສີອາກອນຂອງທ່ານ ທຣໍາ.
ພາຍຫລັງສານມີຄໍາຕັດສິນ ສົ່ງຜົນເຮັດໃຫ້ດັດຊະນີຫຸ້ນຟິວເຈີອາເມລິກາເພີ່ມສູງຂຶ້ນ ໂດຍດັດຊະນີດາວໂຈນຟິວເຈີເພີ່ມຂຶ້ນເກືອບ 500 ຈຸດ ຫລື 1.1%, S&P 500 ຟິວເຈີ ເພີ່ມຂຶ້ນ 1.4% ໃນການຊື້ຂາຍຫລັງປິດຕະຫລາດ.
ອ້າງອີງ: