ຟີລິບປິນເລັ່ງບໍລິຈາກວັກຊີນ Sputnik V ໃກ້ໝົດອາຍຸ 5 ລ້ານໂດສ ໃຫ້ມຽນມາ


ເຈົ້າໜ້າທີ່ລະດັບສູງຂອງກະຊວງສາທາລະນະສຸກຟີລິບປິນ ເປີດເຜີຍໃນວັນທີ 2 ພຶດສະພາວ່າ: ລັດຖະບານຟີລິບປິນກຳລັງພິຈາລະນາຈະບໍລິຈາກວັກຊີນ Sputnik V ທີ່ໃກ້ໝົດອາຍຸ ຈຳນວນ 5 ລ້ານໂດສ ໃຫ້ມຽນມາ ເພື່ອໃຊ້ໃນການຮັບມືສະຖານະການແພ່ລະບາດຂອງໂຄວິດ.
ການບໍລິຈາກດັ່ງກ່າວຈະຖືເປັນຄັ້ງທຳອິດຂອງຟີລິບປິນທີ່ມອບວັກຊີນປ້ອງກັນໂຄວິດໃຫ້ຕ່າງປະເທດ ຫລັງຈາກໃນປີ 2021 ລັດຖະບານຟີລິບປິນຕ້ອງພະຍາຍາມຢ່າງໜັກເພື່ອຈັດຫາວັກຊີນສຳລັບສັກໃຫ້ປະຊາຊົນ 110 ລ້ານກວ່າຄົນ ເຊິ່ງຫລ້າສຸດເຈົ້າໜ້າທີ່ສາທາລະນະສຸກຟີລິບປິນຢືນຢັນວ່າ: ປັດຈຸບັນຟີລິບປິນມີວັກຊີນພຽງພໍສຳລັບສັກໃຫ້ປະຊາຊົນ.
ນາງ ມາເຣຍ ໂຣຊາຣິໂອ ແວເກ ຫົວໜ້າກະຊວງສາທາລະນະສຸກຟີລິບປິນ ຖະແຫລງວ່າ: ທາງການຟີລິບປິນກຳລັງຂໍໃບອະນຸຍາດເພື່ອບໍລິຈາກວັກຊີນ Sputnik V ຜ່ານທາງສະພາກາແດງມຽນມາ.
ໂດຍປັດຈຸບັນມີປະຊາກອນມຽນມາໜ້ອຍກວ່າ 53 ລ້ານຄົນທີ່ໄດ້ຮັບການສັກວັກຊີນປ້ອງກັນໂຄວິດຄົບ 2 ໂດສ ເຊິ່ງໜ້ອຍກວ່າຟີລິບປິນທີ່ມີປະຊາກອນໄດ້ຮັບການສັກວັກຊີນຄົບ 2 ໂດສແລ້ວເກືອບ 67,9 ລ້ານຄົນ.
ທັງນີ້, ມຽນມາຜະເຊີນສະຖານະການວຸ້ນວາຍທາງການເມືອງ ແລະ ການລັດຖະປະຫານທີ່ເກີດຂຶ້ນນັບແຕ່ເດືອນກຸມພາປີຜ່ານມາ ເຊິ່ງສົ່ງຜົນກະທົບຕໍ່ການຮັບມືການແພ່ລະບາດຂອງໂຄວິດ ຕະຫລອດຈົນການຈັດຫາ ແລະ ສັກວັກຊີນໃຫ້ປະຊາຊົນ.
ເຖິງຢ່າງໃດກໍຕາມ, ສະຖານະການລະບາດຂອງໂຄວິດໃນມຽນມາ ຫລ້າສຸດໃນວັນທີ 29 ເມສາ, ຄະນະກຳມະການກາງດ້ານການປ້ອງກັນ, ຄວບຄຸມ ແລະ ປິ່ນປົວໂຄວິດ-19 ຂອງມຽນມາ ໄດ້ປະກາດຂະຫຍາຍການບັງຄັບໃຊ້ມາດຕະການປ້ອງກັນໂຄວິດອອກໄປຈົນຮອດວັນທີ 31 ພຶດສະພາ ເພື່ອຮັບມືການລະບາດ.
ຂະນະທີ່ທາງການມຽນມາເປີດເຜີຍຕົວເລກຜູ້ຕິດເຊື້ອໃນວັນທີ 1 ພຶດສະພາ ພົບຜູ້ຕິດເຊື້ອໃໝ່ 17 ຄົນ ສົ່ງຜົນໃຫ້ມີຜູ້ຕິດເຊື້ອສະສົມ 612.900 ຄົນ ແລະ ຜູ້ເສຍຊີວິດຈາກໂຄວິດສະສົມມີ 19.434 ຄົນ.
ອ້າງອີງ:
- https://www.reuters.com/world/asia-pacific/philippines-planning-give-myanmar-5-million-sputnik-v-vaccines-2022-05-02/
- https://www.thestar.com.my/aseanplus/aseanplus-news/2022/04/30/myanmar-further-extends-covid-19-preventive-measures-until-end-of-may
- https://www.thestar.com.my/aseanplus/aseanplus-news/2022/05/03/myanmar-lifts-quarantine-requirement-for-fully-vaccinated-inbound-travellers