12 ຜົນຮ້າຍທີ່ເກີດຈາກການນອນເດິກ.

12 ຜົນຮ້າຍທີ່ເກີດຈາກການນອນເດິກ. - 114221 thumbnail - 12 ຜົນຮ້າຍທີ່ເກີດຈາກການນອນເດິກ.
12 ຜົນຮ້າຍທີ່ເກີດຈາກການນອນເດິກ. - kitchen vibe - 12 ຜົນຮ້າຍທີ່ເກີດຈາກການນອນເດິກ.
  1.     ອາລົມບໍ່ດີ – ອາລົມປັ່ນປ່ວນ : ຜົນຈາກການວິໄຈເຜີຍວ່າ ຄົນທີ່ມີຄ່າສະເລ່ຍການນອນຫລັບພຽງ 4,5 ຊົ່ວໂມງຕໍ່ຄືນ ເປັນເວລາຕໍ່ເນື່ອງ 1 ອາທິດ ມີໂອກາດຈະເປັນຄົນທີ່ມີອາລົມປັ່ນປ່ວນ ຫລາຍກ່ວາຄົນທີ່ມີເວລານອນປະມານ 7 ຊົ່ວໂມງຕໍ່ຄືນ ທັງນີ້ສະພາບອາລົມປັ່ນປ່ວນທີ່ເກີດຂຶ້ນເຫລົ່ານັ້ນຈະໝາຍຄວາມເຖິງອາລົມ ແລະ ຄວາມຮູ້ສຶກເຄັ່ງຄຽດ, ໂສກເສົ້າ, ໃຈຮ້າຍງ່າຍ,​ ຫງຸດຫງິດ, ທໍ້ໃຈ ເຖິງວ່າຈະເປັນເລື່ອງປົກກະຕິທີ່ຄົນທຳມະດາທຸກຄົນຕ້ອງເຄີຍເປັນຢູ່ທຸກມື້ ກໍມີໂອກາດວ່າຄົນນອນໜ້ອຍ ນອນບໍ່ພໍ ຈະຄວບຄຸມອາລົມໄດ້ໜ້ອຍກ່ວາຄົນທີ່ນອນຢ່າງພຽງພໍ.
  2. ສະໝອງບໍ່ຮັບຮູ້ – ຮຽນຮູ້ຫຍັງໄດ້ຊ້າລົງ : ການນອນຫລັບພັກຜ່ອນບໍ່ພຽງພໍສາມາດສົ່ງຜົນໃຫ້ສະໝອງຂອງເຮົາມີການຮັບຮູ້ ແລະ ຮຽນຮູ້ຊ້າລົງໄດ້ແທ້ ຈາກຜົນສຳຫລວດໃນໂຮງຮຽນມັດທະຍົມຕອນປາຍແຫ່ງໜຶ່ງໃນປະເທດສະຫະລັດອາເມລິກາ ທີ່ໄດ້ມີການທົດລອງເລື່ອນເວລາເຂົ້າຮຽນຈາກ 7:30 ເປັນ 8:30 ໂມງ ພົບວ່າ ຜົນຄະແນນຂອງວິຊາເລກ ແລະ ວິຊາການອ່ານຂອງນັກຮຽນເພີ່ມສູງຂຶ້ນປະມານ 2% ແລະ 1% ຕາມລຳດັບ ແລະ ນີ້ຈຶ່ງເປັນການອະທິບາຍໄດ້ວ່າ ຖ້າເຮົາເພີ່ມໄລຍະເວລາໃນການນອນຫລັບກໍສາມາດເພີ່ມປະສິດທິພາບໃນການຮຽນຮູ້ ແລະ ຈື່ຈຳຂອງສະໝອງໃຫ້ຫລາຍຂຶ້ນໄດ້.
  3. ມີອາການເຈັບຫົວ – ບໍ່ສະບາຍ : ດັ່ງທີ່ຫລາຍທ່ານອາດຈະເຄີຍໄດ້ຍິນກັນວ່າການນອນໜ້ອຍ ນອນບໍ່ພໍນັ້ນ ຈະເຮັດໃຫ້ເລືອດໄປຫລໍ່ລ້ຽງສະໝອງບໍ່ພຽງພໍ ຈຶ່ງເປັນສາເຫດຂອງອາການເຈັບຫົວ ໂດຍສະເພາະຢ່າງຍິ່ງກັບຄົນທີ່ມີພະຍາດປະຈຳໂຕເປັນເຈັບຫົວໄມເກຣນນັ້ນ ຍິ່ງມີໂອກາດທີ່ອາການຈະຮຸນແຮງຫລາຍກ່ວາຄົນທີ່ບໍ່ເປັນ. ນອກຈາກນີ້, ຍັງມີຄົນສ່ວນຫລາຍທີ່ນອນໜ້ອຍ, ແຕ່ເຖິງແນວໃດກໍບໍ່ມີອາການເຈັບຫົວໃນຕອນເຊົ້າ ໃນຂະນະທີ່ອີກ 36% – 58% ມີອາການນອນບໍ່ຫລັບໃນຕອນກາງຄືນ ເມື່ອຕື່ນຂຶ້ນມາຕອນເຊົ້າກໍມີອາການເຈັບຫົວເລັກໜ້ອຍ.
  4. ຕຸ້ຍ – ນຳ້ໜັກຂຶ້ນ : ຄົນທີ່ນອນບໍ່ພໍມີໂອກາດທີ່ນຳ້ໜັກໂຕຈະເພີ່ມຂຶ້ນງ່າຍກ່ວາຄົນທີ່ນອນຫລັບຢ່າງພຽງພໍ ເນື່ອງຈາກການທີ່ຮ່າງກາຍຂອງເຮົາຫລັງຈາກທີ່ບໍ່ໄດ້ຮັບການພັກຜ່ອນຢ່າງພຽງພໍຈະເກີດອາການຢາກອາຫານ ຫລື ຫິວງ່າຍຂຶ້ນ. ຫລັງຈາກນັ້ນ ສະໝອງຈະເລີ່ມສັ່ງການໃຫ້ເຮົາມີຄວາມຮູ້ສຶກຢາກກິນອາຫານທີ່ມີກາລໍຣີຫລາຍ ແລະ ນີ້ກໍແມ່ນສາເຫດສຳຄັນຂອງການທີ່ນຳ້ໜັກໂຕເພີ່ມຫລາຍຂຶ້ນ ຄົນທີ່ບໍ່ຢາກຕຸ້ຍຕ້ອງນອນໃຫ້ເຕັມອີ່ມຈະໄດ້ບໍ່ເກີດບັນຫາດັ່ງກ່າວ.
  5. ຄວາມຮູ້ສຶກຊ້າ – ເຊື່ອງຊຶງ : ສຳລັບການພິສູດຂໍ້ສັນນິຖານນີ້ນັກວິໄຈໄດ້ແບ່ງກຸ່ມອາສາສະໝັກອອກເປັນ 2 ກຸ່ມ ໂດຍຈັດໃຫ້ກຸ່ມໜຶ່ງຫ້າມນອນ, ສ່ວນອີກກຸ່ມໜຶ່ງໄດ້ນອນຕາມປົກກະຕິ ຈາກນັ້ນໃຫ້ອາສາສະໝັກທັງ 2 ກຸ່ມທົດລອງສອບເສັງທັງໝົດ 2 ເທື່ອ ຜົນທີ່ໄດ້ປະກົດວ່າ ກຸ່ມອາສາສະໝັກຝັ່ງທີ່ໄດ້ນອນພັກຜ່ອນຢ່າງພຽງພໍນັ້ນມີການຕອບໂຕ້ ແລະ ການຕັດສິນໃຈໄດ້ວ່ອງໄວຫລາຍກ່ວາກຸ່ມທີ່ບໍ່ໄດ້ນອນຫລັບ ດ້ວຍເຫດນີ້ຈຶ່ງສາມາດສະຫລຸບໄດ້ວ່າ ການນອນບໍ່ພຽງພໍຈະສົ່ງຜົນໃຫ້ຮ່າງກາຍມີການຕອບສະໜອງໄດ້ຊ້າລົງ ແລະ ເຮັດໃຫ້ມີອາການເຊື່ອງຊ້າ.
  6. ສາຍຕາມົວ – ໜັງຕາສະເມັ່ນ : ນອນໜ້ອຍເຮັດໃຫ້ການເບິ່ງເຫັນມີປະສິດທິພາບອ່ອນແອລົງ ການນອນບໍ່ພໍມີຜົນເຮັດໃຫ້ສາຍຕາຂອງເຮົາມົວ, ເບິ່ງບໍ່ເຫັນແຈ້ງ, ທີ່ເຂົ້າໃຈວ່າຫລາຍຄົນອາດຈະເຄີຍມີອາການແບບນີ້ ແລະ ຖ້າຫາກນອນບໍ່ພໍຕິດຕໍ່ກັນໄປເລື້ອຍໆເປັນໄລຍະເວລາຫລາຍຄືນ ກໍອາດມີອາການເຫັນພາບຫລອນຮ່ວມນຳ, ຄົນທີ່ນອນໜ້ອຍອາດຈະມີອາການສະເມັ່ນເປືອກຕາ, ເບິ່ງເຫັນສິ່ງທີ່ຢູ່ທາງໜ້າເປັນພາບຊ້ອນ,​ ມົວ, ເບິ່ງບໍ່ແຈ້ງ ກໍມາຈາກການທີ່ແຊນກ້າມຊີ້ນບໍລິເວນດວງຕາທີ່ບໍ່ໄດ້ຮັບການຟື້ນຟູຕົນເອງຢ່າງສົມບູນ ຍ້ອນນອນໜ້ອຍນັ້ນເອງ.
  7. ບໍ່ມີສະມາທິ : ຄວາມອ່ອນເພຍຈາກການນອນໜ້ອຍເຮັດໃຫ້ສະມາທິອ່ອນແອລົງ ສົ່ງຜົນຕໍ່ການດຳລົງຊີວິດປະຈຳວັນ ເຊັ່ນ : ການເຮັດວຽກ, ການຮຽນໜັງສື, ການຫລິ້ນກິລາ ຫລື ແມ່ນແຕ່ການຂັບລົດ ເນື່ອງຈາກສະໝອງບໍ່ມີສະມາທິຈົດຈໍ່ກັບສິ່ງທີ່ຢູ່ຕໍ່ໜ້າ, ຮ່າງກາຍຢູ່ໃນສະພາບມຶນງົງ ບໍ່ສາມາດຕັ້ງໃຈຈົດຈໍ່ກັບຫຍັງໄດ້.
  8. ເວົ້າຈາບໍ່ຮູ້ເລື່ອງ : ຈາກການທົດລອງໃນເລື່ອງນີ້ໃນກຸ່ມອາສາສະໝັກທີ່ບໍ່ນອນເລີຍເປັນເວລາ 36 ຊົ່ວໂມງນັ້ນ ຜົນປະກົດວ່າ ອາສາສະໝັກກຸ່ມດັ່ງກ່າວມີໂອກາດເປັນຄົນເວົ້າຈາບໍ່ຮູ້ເລື່ອງ, ເວົ້າຕິດຂັດ ແລະ ເວົ້າໄດ້ຊ້າລົງ ສິ່ງສຳຄັນກໍຄື ພວກເຂົາບໍ່ສາມາດເວົ້າໃນສິ່ງທີ່ຄິດອອກມາໄດ້ ເພາະສະໝອງປະມວນຄວາມຄິດຕ່າງໆຊ້າລົງ.
  9. ມີຄວາມສ່ຽງທີ່ຈະປະສົບອຸປະຕິເຫດ : ຄິດວ່າເປັນອາການທີ່ຫລາຍຄົນເຄີບພົບພໍ້ກັບຕົນເອງຢູ່ແລ້ວ ສຳລັບການນັ່ງຫລັບ ຮູ້ສຶກເຫງົານອນ ຖ້າເປັນຄົນທີ່ເຮັດວຽກຢູ່ຫ້ອງການກໍຍັງບໍ່ເທົ່າໃດ ແຕ່ຖ້າເປັນອາຊີບທີ່ຕ້ອງໃຊ້ສະມາທິຢູ່ຕະຫລອດເວລາ ເຊັ່ນ : ການຂັບຂີ່ຍານພາຫະນະ ຄົນເຫລົ່ານີ້ຈະໃຫ້ຄວາມສຳຄັນກັບການນອນຫລາຍເປັນພິເສດ ເຊັ່ນ : ນັກບິນ, ຈຸບິນ, ຄົນຂັບລົດ,​ ຄົນຂັບລົດບັນທຸກສົ່ງເຄື່ອງ ເປັນຕົ້ນ ສາເຫດເປັນຍ້ອນການນອນບໍ່ພໍສາມາດເຮັດໃຫ້ເກີດອຸປະຕິເຫດໄດ້ງ່າຍກ່ວາ ດັ່ງທີ່ເຫັນກັນໃນຫົວຂໍ້ຂ່າວເປັນປະຈຳ ບັນຫາສ່ວນໜຶ່ງທີ່ວ່ານີ້ເກີດຈາກຄວາມອິດເມື່ອຍຂອງຮ່າງກາຍ ເມື່ອເຜີຫລັບພຽງຊົ່ວຂະນະ ກໍເຮັດໃຫ້ເກີດອຸປະຕິເຫດໄດ້ແລ້ວ.
  10. ສະມັດຕະພາບທາງເພດເສື່ອມລົງ : ການນອນຫລັບມີຜົນຕໍ່ເລື່ອງສະມັດຕະພາບທາງເພດ ການນອນຫລັບບໍ່ພຽງພໍຈະມີຜົນຕໍ່ຂະບວນການສ້າງຮໍໂມນເທສໂທສເຕີໂຣນໃຫ້ຕໍ່າລົງໄດ້ ເຊິ່ງຈະສົ່ງຜົນໃຫ້ຄວາມຕ້ອງການທາງເພດຫລຸດລົງ ເຊິ່ງອາການເສື່ອມສະມັດຕະພາບທາງເພດນັ້ນຈະພົບໄດ້ຫລາຍໃນຄົນປ່ວຍທີ່ເປັນຄົນນອນບໍ່ຫລັບ.
  11. ຂີ້ຫລົງຂີ້ລືມ : ຜົນການວິໄຈໃນປີ 1924 ເປີດເຜີຍວ່າ ຜູ້ປ່ວຍອັລໄຊເມີສ່ວນຫລາຍມັກມີພຶດຕິກຳນອນໜ້ອຍ ເມື່ອທຽບໃສ່ຄົນປົກກະຕິ ແລະ ສົ່ງຜົນໃຫ້ເກີດການສະສົມຂອງໂປຣຕິນ ແອມີລອນບີຕາ ໃນແຊນປະສາດມີຄວາມໜາຂຶ້ນເປັນຊັ້ນ ເຮັດໃຫ້ສະໝອງເສື່ອມ. ນອກຈາກນີ້ຍັງສົ່ງຜົນຕໍ່ໂຄງສ້າງຂອງຮູບສະໝອງໃຫ້ປ່ຽນໄປ ແລະ ນີ້ຈຶ່ງເປັນສາເຫດທີ່ສະໝອງຈື່ຈຳຫຍັງບໍ່ໄດ້ດົນ.
  12. ອາຍຸສັ້ນລົງ : ການທີ່ອາຍຸຂອງເຮົາສັ້ນລົງນັ້ນເປັນບັນຫາໂດຍລວມທີ່ເກີດຂຶ້ນເມື່ອເຮົານອນພັກຜ່ອນບໍ່ພຽງພໍ ຈາກຫລາຍໆພະຍາດທີ່ເກີດຂຶ້ນດັ່ງທີ່ໄດ້ກ່າວກັນໄປແລ້ວຂ້າງເທິງ ເມື່ອຜົນກະທົບເຫລົ່ານັ້ນຖືກສະສົມມາເປັນເວລາດົນນານ ຮ່າງກາຍຂອງເຮົາກໍຍ່ອມອ່ອນແອລົງ ເຊິ່ງເຮັດໃຫ້ຊີວິດຂອງເຮົາສັ້ນລົງນຳ ຈາກຜົນການວິໄຈເຜີຍວ່າ ການນອນໃນຕອນກາງຄືນໂດຍສະເລ່ຍ 7 – 8 ຊົ່ວໂມງນັ້ນເປັນໄລຍະເວລາທີ່ກຳລັງດີ ແລະ ເໝາະສົມທີ່ສຸດ ເຊິ່ງຈະສາມາດຍືດອາຍຸໄຂຂອງເຮົາໃຫ້ຍືນຂຶ້ນໄດ້.
12 ຜົນຮ້າຍທີ່ເກີດຈາກການນອນເດິກ. - 5 - 12 ຜົນຮ້າຍທີ່ເກີດຈາກການນອນເດິກ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!