ກະຊວງການຕ່າງປະເທດ ລາວ-ສະວິດ ປຶກສາຫາລືທາງດ້ານການເມືອງ ຄັ້ງທີ 3 ສຸມໃສ່ວຽກງານ 3 ຂະແໜງ

ກະຊວງການຕ່າງປະເທດ ລາວ-ສະວິດ  ປຶກສາຫາລືທາງດ້ານການເມືອງ ຄັ້ງທີ 3 ສຸມໃສ່ວຽກງານ 3 ຂະແໜງ - 74d10a41 218c 45e2 9fe4 c63460e9ce94 - ກະຊວງການຕ່າງປະເທດ ລາວ-ສະວິດ  ປຶກສາຫາລືທາງດ້ານການເມືອງ ຄັ້ງທີ 3 ສຸມໃສ່ວຽກງານ 3 ຂະແໜງ
ກະຊວງການຕ່າງປະເທດ ລາວ-ສະວິດ  ປຶກສາຫາລືທາງດ້ານການເມືອງ ຄັ້ງທີ 3 ສຸມໃສ່ວຽກງານ 3 ຂະແໜງ - kitchen vibe - ກະຊວງການຕ່າງປະເທດ ລາວ-ສະວິດ  ປຶກສາຫາລືທາງດ້ານການເມືອງ ຄັ້ງທີ 3 ສຸມໃສ່ວຽກງານ 3 ຂະແໜງ

ວັນທີ 11 ພຶດສະພາ 2022 ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືທາງດ້ານການເມືອງ (Political Consultation – PC) ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ສະວິດ ຄັ້ງທີ 3 ຢ່າງເປັນທາງການ ທີ່ ນະຄອນຫຼວງເບີນ, ສະມາພັນທະລັດ ສະວິດ ໂດຍຕອບສະໜອງຕາມຄຳເຊື້ອເຊີນ ຂອງ ທ່ານ ຣາຟາແອນ ແນເຊລີ, ຜູ້ຊ່ວຍລັດຖະມົນຕີ ຜູ້ຊີ້ນຳຂົງເຂດອາຊີ/ປາຊີຟິກ, ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ, ,

ກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ສະວິດ ຄັ້ງນີ້ ເປັນກົນໄກຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ທີໄດ້ຕົກລົງຮ່ວມກັນ ຊື່ງຈັດຂື້ນທູກໆສອງປີ ໂດຍຜັດປ່ຽນກັນເປັນເຈົ້າພາບ ເພື່ອທົບທວນຄືນການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປືກສາຫາລື ກ່ຽວກັບ ທິດທາງການພົວພັນຮ່ວມມືໃນຕໍ່ໜ້າ.

ກະຊວງການຕ່າງປະເທດ ລາວ-ສະວິດ  ປຶກສາຫາລືທາງດ້ານການເມືອງ ຄັ້ງທີ 3 ສຸມໃສ່ວຽກງານ 3 ຂະແໜງ - Visit Laos Visit SALANA BOUTIQUE HOTEL - ກະຊວງການຕ່າງປະເທດ ລາວ-ສະວິດ  ປຶກສາຫາລືທາງດ້ານການເມືອງ ຄັ້ງທີ 3 ສຸມໃສ່ວຽກງານ 3 ຂະແໜງ

ກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ຮ່ວມກັນຕີລາຄາສະພາບການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃນໄລຍະຜ່ານມາ ທີ່ເຫັນວ່າ ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 4 ກັນຍາ 1963. ພ້ອມກັນນັ້ນ, ສອງຝ່າຍ ກໍ່ໄດ້ຢໍ້າຄືນຜົນການຮ່ວມມືກັນໃນຂະແຫນງການຕ່າງໆ ລວມທັງຜົນການຢ້ຽມຢາມ ສປປ ລາວ ຂອງຮອງປະທານາທິບໍດີ, ລັດຖະມົນຕີຕ່າງປະເທດສະວິດ ໃນປີ 2021 ຊຶ່ງ ສອງຝ່າຍ ລາວ-ສະວິດ ໄດ້ລົງນາມຮ່ວມກັນໃນສັນຍາການຮ່ວມມືດ້ານວິຊາການ, ວັດທະນະທຳ, ການເງິນ ແລະ ເສດຖະກິດ ແລະ ການຊ່ວຍເຫຼືອທາງດ້ານມະນຸດສະທຳ ເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອລາວ ໃນໄລຍະ 2022-2025 ໂດຍສຸມໃສ່ 3 ຂະແໜງການຫຼັກຄື:

1) ການປົກຄອງ ແລະ ການມີສ່ວນຮ່ວມຂອງພົນລະເມືອງ,
2) ການພັດທະນາເສດຖະກິດໃຫ້ທົ່ວເຖິງໝົດທຸກຄົນ
3) ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດໃຫ້ຍືນຍົງ ລວມທັງການຊ່ວຍເຫຼືອດ້ານມະນຸດສະທໍາ.

ນອກນັ້ນ, ສອງຝ່າຍ ໄດ້ຖືໂອກາດນີ້ ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ ຢູ່ໃນປະເທດຕົນ ລວມທັງ ການແກ້ໄຂບັນຫາການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ພ້ອມກັນນັ້ນ, ກໍ່ເປັນເອກະພາບສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນຕໍ່ໜ້າ ແລະ ໃຫ້ມີການຈັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ສະວິດ ຢ່າງເປັນປົກກະຕິ ເພື່ອປຶກສາຫາລື, ຖອດຖອນບົດຮຽນ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດໃນແຕ່ລະດ້ານຕໍ່ແຜນການຮ່ວມມືໃນຕໍ່ໜ້າ ໃຫ້ກ້າວສູ່ລວງເລິກຕື່ມ, ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເປັນຕົ້ນ ສືບຕໍ່ຮ່ວມມືກັນດ້ານການຄ້າ ແລະ ການລົງທຶນ, ຂະແໜງການສຶກສາ, ສາທາລະນະສຸກ, ການຮ່ວມມືດ້ານກະສິກຳ ແລະ ປ່າໄມ້, ການຮ່ວມມືດ້ານພະລັງງານ, ວຽກມະນຸດສະທຳ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໃນເວທີ ສປຊ ແລະ ອາຊຽນ ໂດຍສະເພາະການສະໜັບສະໜູນຊ່ວຍເຫຼືອການກະກຽມເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງ ລັດຖະບານ ແລະ ປະຊາຊົນ ສະວິດ ຕໍ່ການຊ່ວຍເຫຼືອທີ່ມີໝາກຜົນ ແລະ ການປະກອບສ່ວນອັນສຳຄັນ ທັງດ້ານທຶນຮອນ ແລະ ເຕັກນິກວິຊາການ ໃຫ້ແກ່ ສປປ ລາວ ເຊິ່ງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ໃນແຕ່ລະໄລຍະ ແລະ ລວມທັງຄວາມໝາຍໝັ້ນທີ່ຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ. ພິເສດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານຕ່າງໆເຂົ້າໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. ພ້ອມກັນນີ້, ທ່ານ ຣາຟາແອນ ແນເຊລີ ກໍ່ໄດ້ອວຍພອນໃຫ້ຄະນະຜູ້ແທນລາວ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

ກະຊວງການຕ່າງປະເທດ ລາວ-ສະວິດ  ປຶກສາຫາລືທາງດ້ານການເມືອງ ຄັ້ງທີ 3 ສຸມໃສ່ວຽກງານ 3 ຂະແໜງ - 4 - ກະຊວງການຕ່າງປະເທດ ລາວ-ສະວິດ  ປຶກສາຫາລືທາງດ້ານການເມືອງ ຄັ້ງທີ 3 ສຸມໃສ່ວຽກງານ 3 ຂະແໜງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!