ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ

ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ - Screenshot 20220519 115500 com - ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ
ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ - kitchen vibe - ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ

ໃນວັນທີ 6 ພຶດສະພາ 2022, ຄະນະສານອາຍາຂັ້ນຕົ້ນສານປະຊາຊົນ ແຂວງອຸດົມໄຊ ໄດ້ເປີດກອງປະຊຸມ ເພື່ອຄົ້ນຄວ້າພິຈາລະນາສໍານວນຄະດີໃນຖານຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດ (ປະເພດຢາບ້າ ) ໄວ້ໃນຄອບຄອງໂດຍມີຈໍາເລີຍຊື່ ທ້າວ ຢາເຊັງ ອາຍຸ 40 ປີ ຢູ່ບ້ານທອງສີ ເມືອງໂພນທອງ ແຂວງຫຼວງພະບາງ.
ອົງການໄອຍະການປະຊາຊົນແຂວງອຸດົມໄຊ ໄດ້ຖະແຫຼງເນື້ອໃນຄະດີຂອງຈໍາເລີຍໃຫ້ຮູ້ວ່າ: ໃນເວລາ 13:00 ໂມງຂອງວັນທີ 24 ທັນວາ 2020, ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງປາກແບງ ແຂວງອຸດົມໄຊ ໄດ້ອອກເຄື່ອນໄຫວຕັ້ງຈຸດກວດກາຢູ່ເສັ້ນທາງເຂດບ້ານມົກແຄໃຫຍ່ ເມືອງປາກແບງ ແລະ ໃນຂະນະນັ້ນໄດ້ພົບເຫັນ ທ້າວ ຢາເຊັງ ຂັບ ຂີ່ລົດຈັກຮອນດາເວັບ 100 ສີແດງ-ດໍາໝາຍເລກທະບຽນ ຈຈ 1148 ຫຼວງນ້ໍາທາ ມາແຕ່ທາງ ເມືອງຜາອຸດົມ ແຂວງບໍ່ແກ້ວ ດ້ວຍທ່າທາງມີພິລຸດສົງໄສຈຶ່ງໄດ້ລັກລົດຈັກຜູ້ກ່ຽວ ພ້ອມທັງຂໍອະນຸຍາດກວດກາລົດ ແລະ ຄົ້ນຕົວ ຈຶ່ງພົບ ເຫັນຢາບ້າ ຈໍານວນ 20 ມັດເທົ່າກັບ 40.000 ເມັດ ນໍ້າໜັກ 4 ກິໂລກຣາມ ຊກເຊື່ອງ ໄວ້ຢູ່ໃນຖົງຢາງຂອງຜູ້ກ່ຽວ. ຈາກນັ້ນ, ຈຶ່ງໄດ້ກັກຕົວ ພ້ອມຂອງກາງມາມອບໃຫ້ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດປກສ ແຂວງອຸດົມໄຊດໍາເນີນຄະດີຕາມກົດໝາຍ.

ຜ່ານການສືບສວນ-ສອບສວນ, ທ້າວ ຢາເຊັງ ໄດ້ໃຫ້ການຮັບສາລະພາບວ່າ: ໃນເດືອນມິຖຸນາ 2020, ຜູ້ກ່ຽວ ໄດ້ໄປຮັບຈ້າງປາດຢາງພາລາຢູ່ບ້ານລາວຫຼວງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ - Visit Laos Visit SALANA BOUTIQUE HOTEL - ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ
ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ - Visit Laos Visit SALANA BOUTIQUE HOTEL - ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ

ມາຮອດວັນທີ 20 ທັນວາ 2020, ນາງ ປູ່ເຢ ( ແມ່ເມຍ ) ຢູ່ບ້ານທອງເໜືອ ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ໂທລະສັບບອກ ໃຫ້ຜູ້ກ່ຽວກັບໄປບ້ານ ຍ້ອນແມ່ເມຍບໍ່ສະບາຍ.
ວັນທີ 23 ທັນວາ 2020, ຜູ້ກ່ຽວຈຶ່ງໄດ້ຢືມລົດຈັກຂອງ ທ້າວຈະ ຢູ່ ບ້ານຫົວຂົວ ເມືອງລອງ ແຂວງຫຼວງນ້ໍາທາ ທີ່ໄດ້ ມາຢາມຜູ້ກ່ຽວຢູ່ເຮືອນ.

ຈາກນັ້ນ, ຜູ້ກ່ຽວຈຶ່ງຂັບຂີ່ລົດຄັນ ດັ່ງກ່າວອອກຈາກສວນຢາງພາລາບ້ານລາວຫຼວງ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອຈະກັບໄປບ້ານ. ເມື່ອຂັບຂີ່ ໄປຮອດເຂດບ້ານຫ້ວຍຊາຍນ້ອຍ ຈຶ່ງໄດ້ເຊົ່າບ້ານພັກເພື່ອ ນອນຄ້າງຄືນໃນເວ ລາຍ່າງໄປຊື້ຂອງກິນຢູ່ຕະຫຼາດໄດ້ມີ ຜູ້ຊາຍສອງຄົນ ( ບໍ່ຮູ້ຊື່ ແລະ ທີ່ຢູ່ )ຍ່າງມາຖາມຜູ້ກ່ຽວ ວ່າ: ມາແຕ່ໃສ ແລະ ຈະໄປໃສ, ຜູ້ກ່ຽວຕອບວ່າ ມາແຕ່ບ້ານລາວຫຼວງ ຈະໄປເບິ່ງແມ່ເຖົ້າເຈັບຢູ່ບ້ານທອງເໜືອ ເມືອງໂພນທອງ ແຂວງຫຼວງພະບາງ ແລ້ວມີຜູ້ຊາຍຄົນຫນຶ່ງ ຊື່ ທ້າວ ລາວຕົວ ຢູ່ເມືອງນ້ໍາບາກ ແຂວງຫຼວງພະບາງ ແຕ່ບໍ່ໄດ້ບອກບ້ານຢູ່ ໄດ້ເວົ້າຕື່ມວ່າ: ມີເລື່ອງຢາກລົມນໍາ.

ພາຍຫຼັງທີ່ຊື້ຂອງກິນ ແລ້ວພວກກ່ຽວຈຶ່ງໄດ້ກັບມາ ລົມກັນຢູ່ບ້ານພັກທີ່ຜູ້ກ່ຽວເຊົ່າ ໂດຍ ທ້າວ ລາວຕົວ ໄດ້ ບອກໃຫ້ຜູ້ກ່ຽວຂົນສົ່ງຢາບ້າ ຈໍານວນ 20 ມັດ ຈາກແຂວງບໍ່ແກ້ວ ໄປສົ່ງໃຫ້ຜູ້ກ່ຽວຢູ່ເຂດບ້ານປາກມອງ ເມືອງນ້ໍາບາກ ແຂວງຫຼວງພະບາງ ໂດຍຈະໃຫ້ເງິນຄ່າຈ້າງ ຈໍານວນ 500.000 ກີບ ຜູ້ກ່ຽວຈຶ່ງໄດ້ຕົກລົງ ເນື່ອງຈາກ ວ່າເປັນເສັ້ນທາງ ທີ່ຕົນຈະໄດ້ຜ່ານ. ຮອດເວລາປະມານ 21:00 ໂມງ ຂອງວັນດຽວກັນ, ທ້າວ ລາວຕົວ ຈຶ່ງໄດ້ຂັບ ຂີ່ລົດກະບະວີໂກ້ ສີຂາວ ( ບໍ່ມີໝາຍເລກທະບຽນ ) ມາຫາຜູ້ກ່ຽວຢູ່ບ້ານພັກ ແລະ ເອົາຢາບ້າຈໍານວນດັ່ງກ່າວ ມາໃຫ້ຜູ້ກ່ຽວ ແລະ ຜູ້ກ່ຽວຈຶ່ງໄດ້ ເອົາໄວ້ໃນຖົງຢາງ; ຮອດເວລາປະມານ 5:00 ໂມງ ເຊົ້າຂອງວັນທີ 24 ທັນວາ 2020 ຈຶ່ງໄດ້ຂັບຂີ່ລົດອອກມາຜ່ານທາງເມືອງຜາ ອຸດົມ.

ພໍມາຮອດບ້ານມົກແຄໃຫຍ່ ເມືອງປາກແບງ ຈຶ່ງ ຖືກເຈົ້າໜ້າທີ່ຕໍາຫຼວດກວດກາພົບເຫັນ ແລະ ກັກຕົວ ພ້ອມເຄື່ອງຂອງກາງເຫັນວ່າ: ການກະທໍາຂອງ ທ້າວ ຢາ ເຊັງ (ຈໍາເລີຍ) ເປັນການກະທໍາທີ່ແຕະຕ້ອງຕໍ່ປະມວນກົດໝາຍອາຍາໃນ ຫມວດທີ 8 ການກະທໍາຜິດກ່ຽວກັບຢາ ເສບຕິດ ໂດຍອີງຕາມໃບຢັ້ງຢືນຜົນການພິສູດ-ວິໄຈຢາເສບຕິດຂອງພະ ແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ ອຸດົມໄຊ ສະບັບເລກ ທີ 1985/ປກສ.ອຊ, ລົງວັນທີ 09 ມິຖນາ 2021 ຢັ້ງຢືນວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນ ບັນຈຸສານເສບຕິດໃນ ຫມວດ Methamphetamine (ຢາບ້າ+).

ດ້ວຍເຫດນີ້, ຄະນະສານອາຍາຂັ້ນຕົ້ນ ສານ ປະຊາຊົນແຂວງອຸດົມໄຊ ຈຶ່ງໄດ້ພິຈາລະນາຕັດສິນຕາມຄໍາ ຕັດສິນ ເລກທີ 052/ຂຕ.ອຊ ລົງວັນທີ 6 ພຶດສະພາ 2022 ບອກວ່າ: ຕັດສິນ ທ້າວ ຢາເຊັງ (ຈໍາເລີຍ) ມີ ຄວາມຜິດທາງອາຍາ ໃນຫມວດທີ 8 ມາດຕາ 315 ວັກ 4 ໃນການຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດປະເພດຢາ ບ້າໄວ້ໃນຄອບຄອງ ຖືກສານຕັດສິນລົງໂທດປະຫານ ຊີວິດ ແລະ ຮີບຢາເສບຕິດ (ປະເພດຢາບ້າ) ຈໍານວນ 20 ມັດ ເທົ່າກັບ 40.000 ເມັດ ຂອງຈໍາເລີຍມາທໍາລາຍຖິ້ມ, ຮິບລົດຈັກຮອນດ້າ ສີແດງດໍາ ໝາຍເລກທະບຽນ ຈຈ 1148 ຫຼວງນ້ໍາທາ ທີ່ໄດ້ນໍາໃຊ້ເຂົ້າໃນການກະທໍາຜິດ ມາເປັນຂອງລັດ.

ຂ່າວ: ໜັງສືພິມຄວາມສະຫງົບ

ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ - 3 - ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ
ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ - 4 - ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ
ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ - 5 - ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ