ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ

ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ - Article 3 - ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ
ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ - kitchen vibe - ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ

ໃນຊ່ວງລະດູຝົນນີ້ ສິ່ງທີ່ມັກມາກັບນໍ້າແມ່ນສັດຕ່າງໆ ທີ່ອັນຕະລາຍ ແລະ ບໍ່ອັນຕະລາຍ ທີ່ອົບພະຍົບມາຢູ່ໃນເຮືອນຂອງເຮົາ ຫລື ຢູ່ຕາມບ່ອນທີ່ມີນໍ້າຂັງ ເຊິ່ງສ່ຽງຕໍ່ການເກີດອັນຕະລາຍຕໍ່ເຮົາເອງ ແລະ ຄົນໃນຄອບຄົວ ດັ່ງນັ້ນ ກ່ອນທີ່ຈະຖືກສັດທີ່ເຫລົ່ານັ້ນກັດ ຫລື ຕອດ ເຮົາມາເບິ່ງກັນວ່າມີສັດຫຍັງແນ່ ແລະ ຈະຮັບມືແນວໃດເມື່ອຖືກຕອດ ຫລື ກັດ ຈາກສັດທີ່ມີພິດ.

  1. ງູ

ເປັນສັດອັນຕະລາຍທີ່ມີພິດຮ້າຍແຮງອັນດັບຕົ້ນໆ ທີ່ມັກມາອາໄສຕາມເຮືອນຄົນ ເຊັ່ນ ຫ້ອງນໍ້າ, ຂື່ເຮືອນ, ກ້ອງຕູ້… ເປັນຕົ້ນແມ່ນ ງູເຫົ່າ, ງູສິງ, ງູຂຽວ, ງູເຫລືອມ…

ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ - Visit Laos Visit SALANA BOUTIQUE HOTEL - ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ
ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ - Visit Laos Visit SALANA BOUTIQUE HOTEL - ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ

ວິທີປະຖົມພະຍາບານເບື້ອງຕົ້ນເມື່ອຖືກງູກັດ

ເພື່ອສະກັດກັ້ນການແຜ່ກະຈາຍຂອງພິດງູກ່ອນທີ່ຈະເກີດພາວະແຊກຊ້ອນອື່ນໆຄວນປະຕິບັດດັ່ງນີ້:

  • ພາຄົນເຈັບໄປໂຮງໝໍທີ່ໃກ້ທີ່ສຸດ ແລະ ຊາກງູທີ່ກັດໄປພ້ອມ (ຖ້າມີ) ຫລື ຈື່ຈໍາລັກສະນະຂອງຊະນິດງູ ເພື່ອການຮັກສາທີ່ຖືກຕ້ອງ.
  • ລ້າງບາດແຜບໍລິເວນທີ່ຖືກງູກັດ ດ້ວຍນໍ້າສະອາດ, ຢາຂ້າເຊື້ອ, ເຫລົ້າ90.
  • ພະຍາຍາມໃຫ້ບໍລິເວນທີ່ຖືກງູກັດ ໄດ້ຮັບການເຄື່ອນໄຫວໜ້ອຍທີ່ສຸດເຊັ່ນ ເອົາໄມ້ແປ້ນນ້ອຍໆ ມາດາມແລ້ວປິດບາດດ້ວຍຜ້າຄຽນ.
  • ຫ້າມບໍ່ໃຫ້ດູດບໍລິເວນທີ່ຖືກກັດ ຕາມທີ່ເຮົາເຄີຍເຫັນໃນລະຄອນ ຫລື ຮູບເງົາຕ່າງໆ, ເພາະຈະເຮັດໃຫ້ບາດເປື້ອນ ແລະ ເກີດການຕິດເຊື້ອ.
  1. ຂີ້ເຂັບ

ຂີ້ເຂັບເປັນສັດມີພິດທີ່ມັກອາໄສຢູ່ບ່ອນທີ່ປຽກຊຸ່ມເຊັ່ນ ກອງໄມ້ທີ່ຕາຍແລ້ວ, ຮູດິນ, ກ້ອງກ້ອນຫີນໃຫຍ່… ເມື່ອລະດັບນໍ້າໃນບ່ອນທີ່ພວກມັນອາໄສຢູ່ສູງຂຶ້ນ ພວກມັນຈະອົບພະຍົບໄປບ່ອນຢູ່ອາໄສຂອງພວກເຮົາໄດ້ ດັ່ງນັ້ນ ຂີ້ເຂັບຈຶ່ງເປັນສັດມີພິດທີ່ພົບເຫັນໄດ້ຫລາຍເມື່ອເຂົ້າລະດູຝົນ.

ປົກກະຕິແລ້ວຖ້າຫາກຖືກຂີ້ເຂັບກັດຈະບໍ່ມີອາການຮູນແຮງເຖິງແກ່ຊີວິດ ຄວາມຮຸນແຮງແມ່ນຂຶ້ນກັບຈະໜາດຂອງຂີ້ເຂັບ, ສ່ວນຫລາຍແມ່ນຈະມີອາການປວດ, ບວມ, ຄັນ, ແສບຮ້ອນ ໃນບໍລິເວນທີ່ຖືກກັດ ແລະ ອາດຈະມີໄຂ້ພຽງເລັກໜ້ອຍ, ເຊິ່ງອາການຈະດີຂຶ້ນພາຍໃນ 24 ຊົ່ວໂມງ.

ວິທີປະຖົມພະຍາບານເບື້ອງຕົ້ນ

  • ລ້າງບາດດ້ວຍນໍ້າສະອາດ.
  • ປະຄົບນໍ້າເຢັນເພື່ອບັນເທົາອາການປວດ ເທື່ອລະ 10 ນາທີ.
  • ບໍ່ຄວນເກົາ ບໍລິເວນທີ່ຖືກກັດ ເພື່ອບໍ່ໃຫ້ເກີດການຕິດເຊື້ອ.
  • ໄປພົບແພດທັນທີ ເມື່ອມີອາການຮ້າຍແຮງເຊັ່ນ ມີຮອຍແດງ, ບວມ, ອາການເຈັບເພີ່ມຂຶ້ນ, ມີນໍ້າເຫລືອງບໍລິເວນທີ່ຖືກກັດ.
  • ສໍາລັບຜູ້ທີ່ມີອາການແພ້ຮຸນແຮງເຊັ່ນ ໜ້າບວມ, ຫາຍໃຈລໍາບາກ, ແໜ້ນເອິກ, ວິນຫົວ, ປວດຮາກ, ຊ໋ອກໝົດສະຕິ ໃຫ້ຮີບພາໄປໂຮງໝໍໂດຍໄວ.
  • ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ - first aid centipede 31 1 300x200 - ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ
  1. ແມງງອດ

ແມງງອດເປັນສັດທີ່ມັກອາໄສຢູ່ໃນບ່ອນມືດ ແລະ ຊຸ່ມ ເຊັ່ນ ກ້ອງໃບໄມ້, ກ້ອງກ້ອນຫີນ ຫລື ຂຸດຮູຢູ່, ແມງງອດເປັນສັດທີ່ມີຂາ 4 ຄູ່ ຂາຄູ່ໜ້າມີລັກສະນະເປັນກ້າມໃຫຍ່ ສ່ວນຫາງມີລັກສະນະເປັນປ້ອງ ແລະ ປ້ອງສຸດທ້າຍຈະມີປາຍແຫລມທີ່ມີພິດຮ້າຍ. ອາການສ່ວນໃຫຍ່ຈະບໍ່ຮຸນແຮງ ເຊັ່ນ ປວດ, ບວມ, ແດງ, ຮ້ອນແສບໃນບໍລິເວນທີ່ຖືກຕອດ ແລະ ເຊົາໄປເອງ, ສ່ວນບາງຄົນທີ່ມີອາການຮຸນແຮງ ອາດມີຫົວໃຈເຕັ້ນໄວ, ຫາຍໃຈໄວ,ຄວາມດັນເລືອດສູງ, ປວດກ້າມຊີ້ນ.

ວິທີປະຖົມພະຍາບານເບື້ອງຕົ້ນ

  • ລ້າງບາດທີ່ຖືກຕອດດ້ວຍນໍ້າສະອາດ.
  • ປະຄົບເຢັນເທື່ອລະປະມານ 10 ນາທີ ເພື່ອບັນເທົາອາການບວມ.
  • ຖ້າມີອາການປວດ ສາມາດກິນຢາແກ້ປວດໄດ້.

ໝາຍເຫດ: ຖ້າຫາກມີອາການທີ່ຮຸນແຮງຂຶ້ນ ຄວນຮີບໄປພົບແພດໂດຍໄວ.

  1. ແມງໄມ້ທີ່ມີພິດຕ່າງໆ

ແມງໄມ້ຫລາຍຊະນິດທີ່ມີເຫລັກໃນຄື ເຜິ້ງ, ຕໍ່, ແຕນ ເປັນຕົ້ນ ເມື່ອຖືກຕອດແລ້ວມັກຈະຝັງເຫລັກໄນໄວ້ ເຊິ່ງຢູ່ເຫລັກໄນຈະມີພິດແຕ່ບໍ່ຮ້າຍແຮງ ຈະມີອາການບວມ ແດງ ຄັນ ແລະ ປວດ ຈະປວດຫລາຍ ຫລື ໜ້ອຍແມ່ນຂຶ້ນກັບບລິເວນທີ່ຖືກຕອດ ແລະ ສະພາບຮ່າງກາຍຂອງແຕ່ລະບຸກຄົນ.

ວິທີປະຖົມພະຍາບານເບື້ອງຕົ້ນ

  • ອະນາໄມບໍລິເວນທີ່ຖືກຕອດດ້ວຍນໍ້າສະອາດ ຖ້າມີເຫລັກໄນໃຫ້ດຶງອອກທັນທີ ເພື່ອຫລຸດປະລິມານພິດທີ່ເຂົ້າໄປໃນຮ່າງກາຍ.
  • ໃຊ້ເລັບມື ຫລື ບັດແຂງ ຄ່ອຍໆຂູດເອົາຫລັກໄນອອກມາ ຫລີກລ່ຽງການໃຊ້ແໜບດຶງ ເນື່ອງຈາກມັນອາດຈະເຮັດໃຫ້ພິດຫລັ່ງອອກມາຫລາຍຂຶ້ນ.
  • ສາມາດປະຄົບເຢັນໄດ້ເທື່ອລະ 10 ນາທີ ເພື່ອບັນເທົາອາການປວດບວມ.
  • ຫລີກລ່ຽງການເກົາ ຫລື ແກະບໍລິເວນທີ່ຖືກຕອດ ເພື່ອຫລຸດຄວາມສ່ຽງຕໍ່ການຕິດເຊື້ອຊໍາເຮື້ອ.
  • ສາມາດກິນ, ທາຢາ ຕ້ານສານຮິສຕາມີນ ແລະ ຢາທາປະເພດສະເຕຣອຍ ເພື່ອບັນເທົາອາການຄັນ ປວດແສບຮ້ອນ.
  • ຖ້າມີອາການຮຸນແຮງເຊັ່ນ ຜິວໜັງບໍລິເວນນັ້ນມີຮອຍແດງ, ບວມ ຫລື ມີອາການປວດເພີ່ມຂຶ້ນ, ມີນໍ້າເຫລືອງບໍລິເວນທີ່ເປັນບາດ ຄວນໄປພົບແພດໂດຍໄວ.
  • ບາງກໍລະນີທີ່ມີອາການແພ້ຮຸນແຮງຈະມີອາການເຊັ່ນ ໜ້າບວມ, ຫາຍໃຈຕິດຂັດ, ແໜ້ນເອິກ, ວິນຫົວ, ປວດຮາກ ຈົນເຖິງຂັ້ນຊ໋ອກບໍ່ມີສະຕິ.
  • ສໍາລັບຜູ້ໃດຫາກຕ້ອງສໍາຜັດກັບແມງໄມ້ຢູ່ເລື້ອຍໆ ແລ້ວມີອາການແພ້ ຄວນມີຢາ Epinephrine ໄວ້ຕິດຕົວ ເພື່ອໃຊ້ໃນກໍລະນີສຸກເສີນ.
ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ - 3 - ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ
ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ - 5 - ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ
ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ - 4 - ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກສັດມີພິດກັດ