ບາເຢິນ ມິວນິກ ຂະຫຍາຍສັນຍາ ນອຍເອີ ໄປເຖິງປີ 2024
May 24, 2022 - 7:36 AM

ບາເຢິນ ມິວນິກ ຈັດການຂະຫຍາຍສັນຍາໃຫ້ ມານູເອລ ນອຍເອີ ເພີ່ມໄປຈົນເຖິງປີ 2024 ຮຽບຮ້ອຍແລ້ວ ຫລັງນັກເຕະມີສ່ວນຊ່ວຍນຳທີມປະສົບຄວາມສຳເລັດມາດົນ ຫລ້າສຸດຄວ້າແຊ໊ມລີກເປັນສະໄຫມທີ 10 ຕິດຕໍ່ກັນ.
ໂອລີເວີ ຄານ ປະທານບໍລິຫານບາເຢິນ ມິວນິກ ເປີດເຜີຍວ່າ : ມານູເອລ ເປັນຜູ້ຮັກສາປະຕູທີ່ດີທີ່ສຸດໃນໂລກ ແລະ ກາຍເປັນມາດຕະຖານຂອງລະດັບນານາຊາດມາດົນຫລາຍປີ ລາວເປັນຫນຶ່ງໃນບຸກຄົນສຳຄັນແຫ່ງປະຫວັດສາດຂອງບາເຢິນ ມິວນິກ.
ສຳລັບ ນອຍເອີ ຍ້າຍຈາກຊາລເກ ທີມຮ່ວມໃນບຸນເດສລີກາ ມາຢູ່ ບາເຢິນ ມິວນິກຕັ້ງແຕ່ເມື່ອປີ 2011 ມີສ່ວນສຳຄັນນຳທີມຄວ້າແຊ໊ມຫລາຍລາຍການ ລວມເຖິງການກວາດ 3 ແຊ໊ມໃຫຍ່ໃນລະດູການ 2012-13 ແລະ 2019-20 ຫາກລາວຢູ່ຈົນຄົບສັນຍາໃຫມ່ດັ່ງກ່າວ ມືກາວລາຍນີ້ກໍຈະມີອາຍຸເຖິງ 38 ປີ.