ທຸກຍຸກມີຈຸດຈົບ! ເທນຮາກ ຕັ້ງຕາລໍຖ້າດວນ ເປັບ-ຄລັອບ

ທຸກຍຸກມີຈຸດຈົບ! ເທນຮາກ ຕັ້ງຕາລໍຖ້າດວນ ເປັບ-ຄລັອບ - skysports erik ten hag man utd 5781244 - ທຸກຍຸກມີຈຸດຈົບ! ເທນຮາກ ຕັ້ງຕາລໍຖ້າດວນ ເປັບ-ຄລັອບ
ທຸກຍຸກມີຈຸດຈົບ! ເທນຮາກ ຕັ້ງຕາລໍຖ້າດວນ ເປັບ-ຄລັອບ - kitchen vibe - ທຸກຍຸກມີຈຸດຈົບ! ເທນຮາກ ຕັ້ງຕາລໍຖ້າດວນ ເປັບ-ຄລັອບ

ເອຣິກ ເທນຮາກ ຜູ້ຈັດການທີມຄົນໃໝ່ຂອງ ແມນເຊັສເຕີ ຢູໄນເຕັດ ຫວັງຈະພົບກັບ 2 ສະໂມສອນຍັກໃຫຍ່ຂອງ ພຣີເມຍລີກ ໃນຍຸກນີ້ຄື ແມນເຊັສເຕີ ຊິຕີ້ ແລະ ລິເວີພູລ.

ຄູຝຶກຊາວໂຮນລັງໄດ້ເຊັນສັນຍາກັບຜີສາດແດງເຖິງປີ 2025 ແລະ ມີເງື່ອນໄຂຂະຫຍາຍສັນຍາອີກ 1 ປີ, ຫຼັງຈາກສ້າງຜົນງານທີ່ດີເດັ່ນກັບ ອາແຈັກ ອຳສະເຕີດຳ ໃນລີກໂຮນລັງ

ທຸກຍຸກມີຈຸດຈົບ! ເທນຮາກ ຕັ້ງຕາລໍຖ້າດວນ ເປັບ-ຄລັອບ - Visit Laos Visit SALANA BOUTIQUE HOTEL - ທຸກຍຸກມີຈຸດຈົບ! ເທນຮາກ ຕັ້ງຕາລໍຖ້າດວນ ເປັບ-ຄລັອບ

ຫຼ້າສຸດ ເທນຮາກ ໃຫ້ສຳພາດໃນງານຖະແຫລງຂ່າວເປີດຕົວທີ່ ໂອແທລັບຟອດ ກ່ຽວກັບໂອກາດທີ່ຈະປະເຊີນໜ້າກັບທີມຂອງ 2 ຜູ້ຈັດການທີມຍິ່ງໃຫຍ່ຂອງ ພຣີເມຍລີກ ຍຸກນີ້ຢ່າງ ເຮືອໃບສີຟ້າຂອງ ເປັບ ກວາດິໂອລາ ແລະ ຫົງແດງຂອງ ເຈີເກລັນ ຄລັອບ

“ຖ້າ​ຫາກ​ວ່າເປັນເວລາ​ນີ້ ຂ້ອຍມັກທັງສອງ. ທັງ ແມນເຊັສເຕີ ຊິຕີ້ ແລະ ລິເວີພູລ ທັງສອງທີມຫຼິ້ນບານໄດ້ຢ່າງມະຫັດສະຈັນ” ເທນຮາກ ກ່າວ

“ແຕ່ເຈົ້າຈະເຫັນໄດ້ວ່າຍຸກສະໄໝມັນໄດ້ຈົບລົງສະເໝີ ຂ້ອຍຕັ້ງຕາລໍທີ່ຈະຕໍ່ສູ້ກັບພວກເຂົາ ແລະ ຂ້ອຍແນ່ໃຈວ່າທີມອື່ນໆໃນ ພຣີເມຍລີກ ຈະເຮັດເຊັ່ນດຽວກັນ.”

“ຂ້ອຍເຄີຍພົບກັບຄູຝຶກສອນຊັ້ນນໍາ, ກັບທີມໃຫຍ່ໃນ ພຣີເມຍລີກ ມາແລ້ວ ແລະ ຮູ້ວິທີການຮັບມືກັບພວກເຂົາແນວໃດ.”

“ແຕ່ແນ່ນອນ ພຣີເມຍລີກແມ່ນລີກທີ່ໃຫຍ່ທີ່ສຸດໃນໂລກ ແລະ ຂ້ອຍລໍຖ້າທີ່ຈະສູ້ກັບພວກເຂົາ.”

ທຸກຍຸກມີຈຸດຈົບ! ເທນຮາກ ຕັ້ງຕາລໍຖ້າດວນ ເປັບ-ຄລັອບ - 3 - ທຸກຍຸກມີຈຸດຈົບ! ເທນຮາກ ຕັ້ງຕາລໍຖ້າດວນ ເປັບ-ຄລັອບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!