ນໍ້າໃຈນັກກິລາ ຢ່າໃຫ້ອາລົມຊົ່ວວູບມາຕັດສິນອະນາຄົດ
ໂດຍ : ຜາຕຸງ ໃນເວທີການຕໍ່ສູ້ເພື່ອຄວາມເປັນໜຶ່ງນັກກິລາ ບໍ່ວ່າຈະກິລາທາງບົກ ທາງອາກາດ ແລະ ທາງນ້ຳ ແຕ່ລະປະເພດກິລາທີ່ແຂ່ງຂັນ ນັກກິລາແຕ່ລະຄົນ ຈະໃຊ້ຄວາມສາມາດ ປະຕິພານໄຫວພິບທຸກຢ່າງ ເພື່ອຫວັງເອົາຊະນະຄູ່ຕໍ່ສູ້, ແຕ່ເຂົາກໍຈະດຳເນີນໄປ ຕໍ່ສູ້ໄປພາຍໃຕ້ກົດກະຕິກາຂອງກິລາຊະນິດນັ້ນ,ຈະບໍ່ທຳຜິດເປັນເດັດຂາດ ດ້ວຍການເຄົາລົບຄູ່ຕໍ່ສູ້ ແລະ ລະບຽບກະຕິກາຢ່າງເຂັ້ມງວດ ເຖິງຈະເສຍເຂົາກໍພູມໃຈ ຫຼືຈະແພ້ເຂົາກໍ່ຍິ່ງພູມໃຈກັບໄຊຊະນະທີ່ໄດ້ມາ….