ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ

ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ - 474962659 1163626365766494 374936406772664389 n - ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ
ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ - kitchen vibe - ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ

ໂດຍ: ທິດກໍ່າ

ໜ້າຊົມຊື່ນຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ທີມເຕະບານເຍົາວະຊົນ WIG NAGA ສາມາດຍາດໄດ້ແຊ້ມເປັນຄັ້ງທີ 2 ໃນລາຍການ PANYIELITE CUP 2025 NEW YEAR CUP ທີ່ໄດ້ຈັດຂຶ້ນແຕ່ວັນທີ 20-24 ມັງກອນ 2025, ທີ່ ສປ ຈີນ ໂດຍມີໄຊຊະນະຈາກຄູ່ແຂ່ງ Shaoxing shangde 2-1 ຖືໄດ້ວ່າເປັນການປ້ອງກັນແຊ້ມຄັ້ງທີ 2 ຢູ່ ສປ ຈີນ ກໍວ່າໄດ້. ການໄດ້ແຊ້ມມາຄັ້ງນີ້ມັນກໍບໍ່ໄດ້ມາຢ່າງງ່າຍດາຍ ເພາະມີເຖິງ 36 ທີມບານເຕະເຂົ້າຮ່ວມແຂ່ງຂັນຄື: ຈາກ ສປ ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ແອັສປາຍ ແລະ ສປປ ລາວ ຂອງພວກເຮົາ.

ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ - Visit Laos Visit SALANA BOUTIQUE HOTEL - ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ
ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ - Visit Laos Visit SALANA BOUTIQUE HOTEL - ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ

ເມື່ອກ່າວເຖິງທີມເຕະບານເຍົາວະຊົນ WIG NAGA ປຽບເໝືອນດາວດວງເດັ່ນຫຼືດາວດວງນ້ອຍທີ່ໂດດເດັ່ນ ຂອງ ສປປ ລາວ ທັງມີສາຍານາມວ່າທີມເຕະບານລູກຫລານພະຍານາກທີ່ກໍາລັງມາແຮງແຊງໜ້າໃນຫລາຍໆທີມເຕະບານໃນ ສປປ ລາວ ເພາະທີມເຕະບານຮຸ້ນນີ້ມີອາຍຸບໍ່ເກີນ 11 ປີ ແນ່ນອນວ່າໃນອະນາຄົດ ເມື່ອພວກເຂົາໃຫຍ່ຂຶ້ນມາກໍຈະກາຍເປັນທີມຊາດໃນແຕ່ລະຮຸ້ນຢ່າງແນ່ນອນ. ຈາກຜົນງານຫລາຍໆຄັ້ງທີ່ເຂົາສາມາດຍາດໄດ້ແຊ້ມໃນລາຍການຕ່າງໆໃນພາກພື້ນອາຊີ ແລະ ຈົນສາມາດໄປຮ່ວມແຂ່ງຂັນກັບທີມເຕະບານເຍົາວະຊົນຊື່ດັງທີ່ປະເທດແອັສປາຍ ມາແລ້ວໃນປີ 2024 ຜ່ານມາ.

ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ໃນການເດີນທາງໄປຮ່ວມແຂ່ງຂັນລະດັບພາກພື້ນ ແລະ ສາກົນໃນແຕ່ລະຄັ້ງສາມາດຍາດໄດ້ໄຊຊະນະເໜືອຄູ່ແຂ່ງຈົນໄດ້ຂັນແຊ້ມມາຢູ່ໃນກໍາມືມັນກໍເປັນໃບໜ້າໃບຕາຂອງສະໂມສອນ ທັງເປັນໃບໜ້າໃບຕາຂອງປະເທດຊາດ, ເປັນໃບໜາໃບຕາຂອງນັກກິລາເອງ ຕະຫລອດຍາດຕິພີ່ນ້ອງ ແລະ ຍັງສະແດງໃຫ້ເຫັນຕື່ມວ່າ: ວົງການກິລາເຕະບານເຍົາວະຊົນຂອງລາວເຮົາມີການພັດທະນາດີຂຶ້ນເລື້ອຍໆ. ໃນຍຸກປັດຈຸບັນຖືໄດ້ວ່າທີມເຕະບານເຍົາວະຊົນ WIG NAGA ໄດ້ກາຍເປັນຕົ້ນແບບຂອງນັກກິລາເຕະບານເຍົາວະຊົນຂອງຊາດ ກໍຄືທີມເຕະບານໃນທົ່ວປະເທດທີ່ພວກເຮົາຄວນຊຸກຍູ້ສົ່ງເສີມໃນການຈັດຕັ້ງນໍາພາ ນັບທັງການໃຫ້ກໍາລັງໃຈ, ກໍາລັງຊັບ, ກໍາລັງສັດທາທີ່ປ່ຽມລົ້ນໄປດ້ວຍຄວາມຮັກຊາດຢ່າງດູດດື່ມ ສ້າງກິລາເຕະບານຮຸ້ນເຍົາວະຊົນໃຫ້ກາຍເປັນນັກກິລາເຕະບານອາຊີບໃນອະນາຄົດ.

ເຖິງຢ່າງໃດກໍດີ, ສິ່ງທີ່ໜ້າເປັນຫ່ວງ ແລະ ຄວນຊອກວິທີແກ້ໃນສະພາບປັດຈຸບັນ ແລະ ເພື່ອອະນາຄົດນັ້ນຄືທັກສະ, ຄວາມສາມາດເກັ່ງກາດ ນັບທັງສຸຂະພາບຮ່າງກາຍຕ້ອງໃຫຍ່ສູງທຽບເທົ່າກັບນັກກິລາໃນພາກພື້ນ ແລະ ສາກົນ ຂໍຊົມເຊີຍ ສະຫະພັນບານເຕະແຫ່ງຊາດລາວ ລວມທັງສະໂມສອນ WIG NAGA ທີ່ໃຫ້ໂອກາດແກ່ທີມເຕະບານເຍົາວະຊົນລາວ WIG NAGA ໄດ້ສະແດງອອກເຖິງຄວາມສາມາດ ຈົນກາຍເປັນແຊ່ມໄດ້ຫຼາຍລາຍການ ຂໍໃຫ້ທີມເຕະບານເຍົາວະຊົນລາວ WIG NAGA ຈົ່ງເປັນຕົ້ນແບບທີ່ໂດດເດັ່ນໃນການພັດທະນາກິລາບານເຕະໄປຢ່າງກ້າວໄກ ກາຍເປັນຊັບສົມບົດ ແລະ ທຶນຮອນອັນປະເສີດຂອງຊາດໃນອະນາຄົດ.

ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ - 5 - ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ
ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ - 3 - ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ
ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ - 4 - ສາຍແວວຄວາມໂດດເດັ່ນ ! ທີມເຕະບານເຍົາວະຊົນ WIG NAGA ຄວາມຫວັງຂອງທີມຊາດໃນອະນາຄົດ