ເລັ່ງພັດທະນານັກກິລາທີມຊາດລາວໃຫ້ກ້າວໄກ ເນື່ອງຈາກເປັນກິລາຍອດນິຍົມຂອງຄົນທົ່ວໂລກ

- 470664347 976296714535328 3022738957972934242 n - ເລັ່ງພັດທະນານັກກິລາທີມຊາດລາວໃຫ້ກ້າວໄກ ເນື່ອງຈາກເປັນກິລາຍອດນິຍົມຂອງຄົນທົ່ວໂລກ
- kitchen vibe - ເລັ່ງພັດທະນານັກກິລາທີມຊາດລາວໃຫ້ກ້າວໄກ ເນື່ອງຈາກເປັນກິລາຍອດນິຍົມຂອງຄົນທົ່ວໂລກ

ໂດຍ: ທິດກໍ່າ

ວັນທີ 18 ມັງກອນຜ່ານມາ, ສະຫະພັນກິລາບານເຕະແຫ່ງຊາດລາວ ໄດ້ເປີດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດປະຈໍາປີ 2024 ຢ່າງເປັນທາງການ. ຫວັງຢ່າງຍິ່ງວ່າ ຜ່ານກອງປະຊຸມຄັ້ງນີ້ຈະມີຜົນດີຫລາຍປະການທີ່ເປັນພື້ນຖານໃຫ້ແກ່ການພັດທະນາກິລາບານເຕະຂອງລາວເຮົາໃນປີ 2025 ກໍຄືໃນປີຕໍ່ໆໄປໃນອະນາຄົດ.

- Visit Laos Visit SALANA BOUTIQUE HOTEL - ເລັ່ງພັດທະນານັກກິລາທີມຊາດລາວໃຫ້ກ້າວໄກ ເນື່ອງຈາກເປັນກິລາຍອດນິຍົມຂອງຄົນທົ່ວໂລກ
- Visit Laos Visit SALANA BOUTIQUE HOTEL - ເລັ່ງພັດທະນານັກກິລາທີມຊາດລາວໃຫ້ກ້າວໄກ ເນື່ອງຈາກເປັນກິລາຍອດນິຍົມຂອງຄົນທົ່ວໂລກ

ດັ່ງຮູ້ດີນໍາກັນແລ້ວວ່າ, ບານເຕະເປັນປະເພດກິລາຍອດນິຍົມຂອງຄົນທົ່ວໂລກ ເພາະກິລາປະເພດນີ້ມັນມີຈຸດພິເສດຫລາຍດ້ານ ເປັນຕົ້ນໃຊ້ຈໍານວນນັກກິລາຫລາຍຄົນ, ມີຄູຝຶກທີ່ເກັ່ງຄຸມທີມເປັນໝູ່ຄະນະ, ໃຊ້ສະໜາມທີ່ກວ້າງຂວາງໃຫຍ່ໂຕມະໂຫຖານ ສາມາດດຶງດູດເອົາຜູ້ເຂົ້າຊົມເຂົ້າເຊຍໃນສະໜາມຫລາຍພັນຫລາຍໝື່ນຄົນ, ມີການລົງທຶນລົງຮອນຫລວງຫລາຍ, ການນໍາໃຊ້ເຕັກນິກການຫລິ້ນກໍຫລາກຫລາຍແບບປະສົມປະສານເປັນທີມງານ ອັນທີ່ພິເສດສຸດໆກໍແມ່ນ ຖ້ານັກກິລາຄົນໃດເຕະດີ, ເຕະເກັ່ງຈະມີຄ່າຕົວສູງ ກາຍເປັນອາຊີບຂອງສະໂມສອນໃດໜຶ່ງທີ່ຢູ່ພາຍໃນ ຫລື ຕ່າງປະເທດ.

ແຕ່ສໍາລັບ ສປປ ລາວ ເຮົາ ຍັງບໍ່ທັນມີສະໂມສອນໃດກາຍເປັນອາຊີບ ເພາະສະນັ້ນຈຶ່ງມີການພັດທະນາກິລາບານເຕະຂ້ອນຂ້າງຊັກຊ້າຖ້າທຽບໃສ່ໃນກຸ່ມອາຊຽນ ຫລື ພາກພື້ນ ແລະ ໃນໂລກ.

ໃນຍຸກສະໄໝປັດຈຸບັນ ການພັດທະນາກິລາບານເຕະມັນບໍ່ໄດ້ຂຶ້ນກັບວ່າພົນລະເມືອງຫລາຍ ຫລື ໜ້ອຍ, ແຕ່ມັນຂຶ້ນກັບຄວາມມັກຮັກ ປັດໄຈພາຍໃນພາຍນອກ ເປັນຕົ້ນດ້ານບຸກຄະລາກອນຕ້ອງມີພຽງພໍ, ສະໜອງວັດຖຸ ແລະ ທຶນຮອນໃນການບໍາລຸງສ້າງພື້ນຖານວັດຖຸເຕັກນິກວິຊາສະເພາະ, ມີການຈັດຕັ້ງຊີ້ນໍາ-ນໍາພາຢ່າງໃກ້ຊິດ, ມີໄຫວພິບ ແລະ ສິ່ງທີ່ຂາດບໍ່ໄດ້ອີກປະການໜຶ່ງກໍຄືການສະໜັບສະໜູນອຸປະຖໍາຄໍ້າຊູ, ການຍ້ອງຍໍຊົມເຊີຍ, ແຮງເຊຍແຮງຊົມຈາກສັງຄົມຢ່າງໃສແຈ້ງ.

ແນວໃດກໍຕາມ, ນັບແຕ່ປີ 2023 ມານີ້ ເຫັນວ່າການພັດທະນາກິລາປະເພດບານເຕະຂອງລາວເຮົາມີທ່າອ່ຽງດີຂຶ້ນ ເພາະວ່າຜ່ານການເຂົ້າຮ່ວມແຂ່ງຂັນໃນແຕ່ລະຄັ້ງແຕ່ລະລາຍການ ທີມຊາດລາວເຮົາກໍສາມາດຕໍ່ສູ້ເອົາຊະນະ ຫລື ສະເໝີກັບຄູ່ແຂ່ງທີ່ຢືນຢູ່ແຖວໜ້າຂອງອາຊຽນ ຫລື ຖ້າເສຍປະຕູກໍມີໜ້ອຍຖ້າທຽບໃສ່ 5 ປີ ຫລື 10 ປີຄືນຫລັງ ເຊິ່ງກ່ອນໜ້ານັ້ນຈົນບາງປະເທດໃນກຸ່ມອາຊຽນເຂົາໃຫ້ສາຍານາມວ່າບານເຕະທີມຊາດລາວເປັນພຽງດາວປະດັບ.

ອີກປະການໜຶ່ງໃນໄລຍະຜ່ານມາເຫັນວ່າການຈ້າງເອົາຄູຝຶກທີ່ດີທີ່ເກັ່ງມາຄຸມທີມ ກໍຍິ່ງເຮັດໃຫ້ນັກກິລາທີມຊາດມີບົດຮຽນມີປະສົບປະການ ແລະ ມີທັກສະທີ່ເກັ່ງ ຈຶ່ງສາມາດຕໍ່ສູ້ກັບຄູ່ແຂ່ງທີ່ເຂົາມີການພັດທະນາແລ້ວ. ດັ່ງການແຂ່ງຂັນໃນລາຍງານຊີງແຊ້ມອາຊຽນມິດຊຸບິຊິ ເອເລັກຕຣິກ 2024 ຫລື ASEAN MITSUBISHI ELECTRIC CUP 2024 ກໍສາມາດຕີສະເໝີອິນໂດເນເຊຍ ແລະ ມຽນມາ ທັງໆທີ່ເຂົາມີຟອມເໜືອກວ່າ.

ເຖິງຢ່າງໃດກໍດີ, ໃນອະນາຄົດບໍ່ໄວກໍຊ້າວົງການບານເຕະລາວອາດກ້າວຂຶ້ນທຽບເທົ່າພາກພື້ນ ແລະ ສາກົນ ຖ້າພວກເຮົາພ້ອມກັນເລັ່ງລັດພັດທະນາຮ່ວມກັນ.

- 4 - ເລັ່ງພັດທະນານັກກິລາທີມຊາດລາວໃຫ້ກ້າວໄກ ເນື່ອງຈາກເປັນກິລາຍອດນິຍົມຂອງຄົນທົ່ວໂລກ
- 3 - ເລັ່ງພັດທະນານັກກິລາທີມຊາດລາວໃຫ້ກ້າວໄກ ເນື່ອງຈາກເປັນກິລາຍອດນິຍົມຂອງຄົນທົ່ວໂລກ
- 5 - ເລັ່ງພັດທະນານັກກິລາທີມຊາດລາວໃຫ້ກ້າວໄກ ເນື່ອງຈາກເປັນກິລາຍອດນິຍົມຂອງຄົນທົ່ວໂລກ