ສະຫະພັນບານເຕະແຫ່ງຊາດ ທົບທວນ ແລະ ວາງແຜນການພັດທະນາບານເຕະທົ່ວປະເທດ

ສະຫະພັນບານເຕະແຫ່ງຊາດ ທົບທວນ ແລະ ວາງແຜນການພັດທະນາບານເຕະທົ່ວປະເທດ - 473797067 998202159011450 7417067295596735608 n - ສະຫະພັນບານເຕະແຫ່ງຊາດ ທົບທວນ ແລະ ວາງແຜນການພັດທະນາບານເຕະທົ່ວປະເທດ
ສະຫະພັນບານເຕະແຫ່ງຊາດ ທົບທວນ ແລະ ວາງແຜນການພັດທະນາບານເຕະທົ່ວປະເທດ - kitchen vibe - ສະຫະພັນບານເຕະແຫ່ງຊາດ ທົບທວນ ແລະ ວາງແຜນການພັດທະນາບານເຕະທົ່ວປະເທດ

ສະຫະພັນບານເຕະແຫ່ງຊາດລາວ ລາຍງານວ່າ:​ ວັນທີ 18 ມັງກອນ 2025 ໄດ້ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດ ປະຈໍາປີ 2024 ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງ ທີ່ຫ້ອງປະຊຸມ ສຕລ ພາຍໃຕ້ການເປັນປະທານຂອງທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ໂດຍມີຄະນະບໍລິຫານງານສຕລພ້ອມດວ້ຍສະຫະພັນບານເຕະແຂວງແລະນະຄອນຫຼວງວຽງຈັນເຂົ້າຮ່ວມ.

ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ກອງປະຊຸມ ໄດ້ພ້ອມກັນສັງເກດຕີລາຄືນບັນດາຜົນງານການເຄື່ອນໄຫວວຽກງານການພັດທະນາກິລາບານເຕະທົ່ວປະເທດໃນໄລຍະໜຶ່ປີທີ່ຜ່ານມາ. ສະຫະພັນບານເຕະແຫ່ງຊາດລາວຮຽກຮ້ອງໃຫ້ບັນດາສະຫະພັນບານເຕະແຂວງແລະນະຄອນຫຼວງວຽງຈັນຈົ່ງພ້ອມກັນຄົ້ນຄວ້າ,ປຶກສາຫາລືເພື່ອໃຫ້ການແຂ່ງຂັນສາມາດຈັດຂຶ້ນໄດ້ໃນປີ 2025ນີ້, ການຈັດການແຂ່ງຂັນຮ່ວມກັນລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ ກັບສະຫະພັນບານເຕະແຕ່ລະແຂວງ ໃນການແຂ່ງຂັນນັບແຕ່ມັດທະຍົມຕອນຕົ້ນ-ຕອນປາຍຈົນເຖິງລາວລີກ2,ລວມທັງວຽກງານເຕັກນິກວິທະຍາ ແລະ ພັດທະນາ ສຕລ, ໂຄງການພັດທະນາກີລາບານເຕະຮຸ່ນສືບທອດ, ວຽກງານບານເຕະຂັ້ນພື້ນຖານ, ວຽກງານບານເຕະໃນໂຮງຮຽນ, ວຽກງານບານເຕະຍິງ ແລະ ວຽກງານພັດທະນາຄູຝຶກ.

ທີ່ມາ:​ ສະຫະພັນບານເຕະແຫ່ງຊາດ

ສະຫະພັນບານເຕະແຫ່ງຊາດ ທົບທວນ ແລະ ວາງແຜນການພັດທະນາບານເຕະທົ່ວປະເທດ - 5 - ສະຫະພັນບານເຕະແຫ່ງຊາດ ທົບທວນ ແລະ ວາງແຜນການພັດທະນາບານເຕະທົ່ວປະເທດ
ສະຫະພັນບານເຕະແຫ່ງຊາດ ທົບທວນ ແລະ ວາງແຜນການພັດທະນາບານເຕະທົ່ວປະເທດ - 4 - ສະຫະພັນບານເຕະແຫ່ງຊາດ ທົບທວນ ແລະ ວາງແຜນການພັດທະນາບານເຕະທົ່ວປະເທດ
ສະຫະພັນບານເຕະແຫ່ງຊາດ ທົບທວນ ແລະ ວາງແຜນການພັດທະນາບານເຕະທົ່ວປະເທດ - 3 - ສະຫະພັນບານເຕະແຫ່ງຊາດ ທົບທວນ ແລະ ວາງແຜນການພັດທະນາບານເຕະທົ່ວປະເທດ