ນັກກິລາໃຊ້ສອກສັບຄູ່ແຂ່ງ ອອກມາຂໍໂທດ “ສິ່ງທີ່ເກີດຂຶ້ນເເມ່ນເປັນຄວາມກົດດັນ ເເລະ ອາລົມໃນເກມທີ່ບໍ່ສາມາດຄວບຄຸມໄດ້”

ວັນທີ 8 ກຸມພາ 2024 ຜ່ານມານີ້ ເກີດເຫດການນັກກິລາທີມ EZRA FC ໃຊ້ສອກສັບທີມຄູ່ແຂ່ງ ໃນນັດແຂ່ງຂັນລາວລີກ ລະຫວ່າງ ທີມ EZRA FC VS MASTER 7 ໃນນາທີ 90+2 ຈົນເຮັດໃຫ້ຄູ່ແຂ່ງ ທີ່ຖືກສັບສອກລົ້ມລົງ ແລະ ໄດ້ຮັບບາດເຈັບ ສ່ວນນັກກິລາຄົນດັ່ງກ່າວແມ່ນຖືກບັດແດງ.
ຈາກເຫດການດັ່ງກ່າວ ໄດ້ເປັນກະແສ ວິພາກວິຈານ ຕໍ່ພຶດຕິກຳທີ່ບໍ່ເໝາະສົມຂອງນັກກິລາ ເປັນການກະທຳທີ່ຜິດກົດກິລາຢ່າງຮ້າຍແຮງ.
ພາຍຫລັງການແຂ່ງຂັນຈົບລົງ ນັກກິລາຄົນດ່ັງກ່າວ ໄດ້ອອກມາໂພສຂໍໂທດຜ່ານເຟສບຸກສ່ວນຕົວວ່າ: “ສະບາຍດີ…ກ່ອນອື່ນທັງໝົດຕ້ອງຂໍໂທດກັບເຫດການທີ່ເກີດຂື້ນກັບເກມມື້ນີ້ທັງ2ທີມ. EZRA FC VS MASTER 7 ທຸກຄົນສູ້ຈົນເຖິງນາທີສຸດທ້າຍ ສິ່ງທີ່ເກີດຂຶ້ນເເມ່ນເປັນຄວາມກົດດັນ ເເລະ ອາລົມໃນເກມທີ່ບໍ່ສາມາດຄວບຄຸມໄດ້ໃນຂະນະນັ້ນ. ສຳລັບຂ້າພະເຈົ້າເອງຕ້ອງຂໍໂທດເເຟນບານທັງ2ທີມຈະບໍ່ໃຫ້ເກີດເຫດການເເບບນີ້ອີກ ເພື່ອບໍ່ໃຫ້ເປັນເເບບຢ່າງທີ່ບໍ່ດີໄຫ້ເເກ່ເເຟນບານ ເເລະ ເຍົາວະຊົນລຸ້ນນ້ອງ”.