ພົນລະເຮືອນຂອງອາເມລິກາມີອາວຸດປືນຄອບຄອງກວມ 46% ຫຼື ເທົ່າກັບ 393 ລ້ານກະບອກ

ໂດຍແນໃສ່ສະພາບການທີ່ມີຄະດີໃຊ້ຄວາມຮຸນແຮງດ້ວຍປືນທີ່ເກີດຂຶ້ນຢູ່ອາເມລິກາເລື້ອຍໆ, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 16 ພຶດສະພານີ້ວ່າ: ລັດຖະບານອາເມລິກາຄວນມີທ່າທີທີ່ມີຄວາມຮັບຜິດຊອບຕໍ່ປະຊາຊົນ, ໃຊ້ມາດຕະການທີ່ມີປະສິດທິຜົນຢ່າງແທ້ຈິງ ເພື່ອແກ້ໄຂບັນຫາການໃຊ້ຄວາມຮຸນແຮງດ້ວຍປືນ.
ຕາມຂ່າວແຈ້ງວ່າ: ວັນທີ່ 14 ພຶດສະພານີ້, ຢູ່ເມືອງບັບຟາໂລລັດນິວຢອກປະເທດອາເມລິກາ ໄດ້ເກີດເຫດການຍິງກັນຢ່າງຮ້າຍແຮງ ໂດຍມີຊາຍຜິວຂາວທີ່ມີອາຍຸພຽງ 18 ປີໄດ້ຍິງປືນໃສ່ປະຊາຊົນ, ເຮັດໃຫ້ຢ່າງໜ້ອຍມີ 10 ຄົນເສຍຊີວິດ ແລະ 3 ຄົນໄດ້ຮັບບາດເຈັບ. ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ: ຜູ້ໄດ້ຮັບເຄາະຮ້າຍນັ້ນມີ 11 ຄົນແມ່ນຄົນຜິວດຳ, ນີ້ເປັນການກະທຳຂອງລັດທິຫົວຮຸນແຮງສຸດຂີດທີ່ເກີດຈາກຄວາມຄຽດຊັງເຊື້ອຊາດຜິວພັນ.
ຫລ້າສຸດວັນທີ 25 ພຶດສະພາ 2022 ນີ້ ເກີດເຫດເດັກອາຍຸ 18 ປີ ຍິງປືນພົກ ແລະ ປືນ AR-15 ແບບລົວໃສ່ໂຮງຮຽນປະຖົມແຫ່ງໜຶ່ງໃນລັດເທັກຊັດ ມີຜູ້ຖືກເຄາະຮ້າຍເສຍຊີວິດ 21 ຄົນ, ໃນນັ້ນມີເດັກທີ່ມີອາຍຸ 7-10 ປີ ຈຳນວນ 18 ຄົນ ແລະ ເຈົ້າໜ້າທີ່ຕຳຫຼວດບາດເຈັບ 2 ຄົນ.
ອີງຕາມຕົວເລກຂໍ້ມູນຈາກຂ່າວ CRI ກ່ຽວກັບການນຳໃຊ້ປືນຢູ່ອາເມລິກາສະແດງໃຫ້ເຫັນວ່າ: ໃນຫຼາຍປີມານີ້, ອາເມລິກາໄດ້ເກີດເຫດການຈຳແນກເຊື້ອຊາດຜິວພັນແລະຄວາມຄຽດຊັງເຊື້ອຊາດຜິວພັນເພີ່ມຂຶ້ນຢ່າງຫຼວງຫຼາຍ. ປະຊາກອນອາເມຣິກາກວມປະຊາກອນໂລກ 4,2%, ແຕ່ພົນລະເຮືອນມີປືນກວມ 46% ຂອງພົນລະເຮືອນທີ່ມີປືນຢູ່ໃນໂລກ ຫຼືເທົ່າກັບ 393 ລ້ານກະບອກ.
ຜູ້ທີ່ເສຍເສຍວິດແລະໄດ້ຮັບບາດເຈັບຍ້ອນການໃຊ້ຄວາມຮຸນແຮງດ້ວຍປືນ ໄດ້ສ້າງຄວາມກົດດັນເພີ່ມຂຶ້ນໃຫ້ກັບລະບົບຮັກສາສຸຂະພາບຂອງອາເມຣິກາ ເຊິ່ງຫຼາຍກວ່າພະຍາດໂຄ ວິດ-19, ການໃຊ້ຄວາມຮຸນແຮງດ້ວຍປືນຄືກັນກັບສະພາບພະຍາດໂຄວິດ-19 ທີ່ເປັນໄພຂົ່ມຂູ່ຄວາມປອດໄພດ້ານຊີວິດຂອງປະຊາຊົນອາເມຣິກາໃນທຸກເວລາ.
ສິດທິມະນຸດຢູ່ອາເມລິກາຮ້າຍແຮງປານນີ້, ອາເມລິກາຄວນເຮັດວຽກຂອງຕົນໃຫ້ດີ, ຢ່າຄິດແຕ່ຊີ້ໄມ້ຊີ້ມືໃສ່ດ້ານສິດທິມະນຸດຂອງປະເທດອື່ນ.