ມິກ ເລສເຄີລ ສະເດດຕັນ ນັກກິລາເທັນນິສ ຫຼຽນທອງ ຊີເກມ ຮັບເງິນອຸປະຖຳ 100 ລ້ານກວ່າກີບ
May 26, 2022 - 2:00 PM


ທ້າວ ມິກ ເລສເຄີລ ສະເດດຕັນ ນັກກິລາເທັນນິສທີມຊາດລາວ ມື 3 ລາຍການເທັນນິສ ຮ່າໂນ້ຍ ເກມ ຜູ້ສ້າງຜົນງານຍາດໄດ້ຫຼຽນທອງ ຊຶ່ງເປັນຫຼຽນປະຫວັດສາດ ໃຫ້ນັກກິລາລາວ ກໍຄື ວົງການກິລາເທັນນິສລາວ ໃນງານກິລາຊີເກມ ຄັ້ງທີ 31 ຫຼື ຮ່າໂນ້ຍ ເກມ ທີ່ ສສ ຫວຽດນາມ ເປັນເຈົ້າພາບ ໄດ້ຮັບເງິນອຸປະຖຳຈາກບັນດາພາກສ່ວນຕ່າງໆເຖິງ 100 ລ້ານກວ່າກີບ.
ໃນວັນທີ 24 ພຶດສະພາ ຜ່ານມາ ທີ່ສະໜາມກິລາສະໂມສອນເທັນນິສ ວຽງຈັນ ໄດ້ມີພິທີສະຫຼຸບຜົນງານຂອງທັບນັກກິລາເທັນນິສທີມຊາດລາວ ທີ່ສ້າງປະຫວັດສາດຍາດໄດ້ຫຼຽນທອງ ຮ່າໂນ້ຍ ເກມ, ໃນໂອກາດດັ່ງກ່າວ ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ ກໍໄດ້ປະຕິບັດຕາມຄຳໝັ້ນສັນຍາ ມອບເງິນອຸປະຖຳ ຈຳນວນ 70 ລ້ານກວ່າກີບ ຫຼື ປະມານ 5.000 ໂດລາ ພ້ອມການສະໜັບສະໜູນຈາກພາກສ່ວນຕ່າງໆ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລັມປິກແຫ່ງຊາດລາວ ແລະ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ຫົວໜ້າຄະນະນັກກິລາລາວ ພ້ອມດ້ວຍບັນດາພາກສ່ວນທຸລະກິດ, ນິຕິບຸກຄົນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສຳລັບເງິນອຸປະຖຳ ໃຫ້ ທ້າວ ມິກ ເລສເຄີລ ສະເດດຕັນ ແມ່ນໄດ້ຮັບເງິນທັງໝົດ 100 ລ້ານກວ່າກີບ, ໃນນັ້ນ ທ່ານ ດາວວອນ ພະຈັນທະວົງ ມອບ 5 ພັນໂດລາ ຫຼື ປະມານ 70 ລ້ານກວ່າກີບ, ທ່ານ ບຸນເຫຼືອ ສິນໄຊວໍລະວົງ 10 ລ້ານກີບ, ທ່ານ ຕຸ້ຍ ບຸນທະລາ ປະທານບໍລິສັດ ຕຸ້ຍມໍເຕີ ການຄ້າ 10 ລ້ານກີບ, ທ່ານ ອາໂນໄທ ເອັກເຊນ ເຈົ້າຂອງສະໜາມເທັນນິສອາໂນໄທ 7 ລ້ານກວ່າກີບ, ຄະນະກຳມະການໂອແລັມປິກແຫ່ງຊາດລາວ 7 ລ້ານກວ່າກີບ, ລາວໂທລະຄົມມະນາຄົມ 5 ລ້ານກີບ, ບໍລິສັດ ເບຍລາວ ຈຳກັດ 5 ລ້ານກີບ ແລະ ຫົວໜ້າທີມນັກກິລາລາວ 1,5 ລ້ານກີບ ແລະ ຈາກພາກສ່ວນອື່ນໆອີກດ້ວຍ. ນອກຈາກນັ້ນ, ນັກກິລາເທັນນິດລາວອີກ 4 ຄົນ ກໍຄື ນາງ ພອນພະເທບ, ທ້າວ ສະຖາພອນ ສິມມາລາວົງ ແລະ ທ້າວ ວິທະຍາ ລາຊາວະດີ ກໍຍັງໄດ້ຮັບເງິນອຸປະຖຳ ຈາກທ່ານ ດາວວອນ ພະຈັນທະວົງ ຜູ້ລະ 3 ລ້ານກວ່າກີບ ສ່ວນ ນາງ ດິໄລຣາ ທີ່ໄດ້ຮັບບາດເຈັບ ກໍໄດ້ຮັບເງິນຊ່ວຍເຫຼືອຈາກປະທານກິລາເທັນນິສລາວ 4 ລ້ານກວ່າກີບ ແລະ ບັນດາພາກສ່ວນຕ່າງໆ ກໍໄດ້ມອບເງິນສະໜັບສະໜູນນັກກິລາທັງ 4 ຄົນດັ່ງກ່າວອີກດ້ວຍ.