ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ

ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ -           7 - ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ
ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ - kitchen vibe - ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ

ວັນທີ 25 ພຶດສະພາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທະນາຄານກາງມຽນມາ (CBM) ມີຄຳສັ່ງຫ້າມໃຊ້ສະກຸນເງິນຕ່າງປະເທດສຳລັບການຊຳລະເງິນໃນມຽນມາ ເພື່ອຮັກສາສະຖຽນລະພາບອັດຕາແລກປ່ຽນເງິນຕາຕ່າງປະເທດພາຍໃນປະເທດ.

ທະນາຄານກາງມຽນມາ ຮ້ອງຂໍໜ່ວຍງານລັດຖະບານຊຳລະເງິນດ້ວຍສະກຸນເງິນຈ໊າດມຽນມາເທົ່ານັ້ນ ເນື່ອງຈາກການໃຊ້ສະກຸນເງິນຕ່າງປະເທດຊຳລະເງິນໃນທ້ອງຖິ່ນ ອາດນຳໄປສູ່ຄວາມຕ້ອງການໃຊ້ເງິນໂດລາສະຫະລັດສູງຂຶ້ນ ແລະ ສົ່ງຜົນໃຫ້ອັດຕາແລກປ່ຽນບໍ່ສະຖຽນ.

ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ - Visit Laos Visit SALANA BOUTIQUE HOTEL - ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ
ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ - Visit Laos Visit SALANA BOUTIQUE HOTEL - ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ

ຖະແຫລງການຈາກທະນາຄານກາງມຽນມາໃນວັນທີ 25 ພຶດສະພາ ລະບຸວ່າ: ການດຳເນີນດັ່ງກ່າວມີຂຶ້ນຫລັງຈາກທະນາຄານກາງມຽນມາພົບວ່າໜ່ວຍງານ ແລະ ອົງກອນຂອງລັດຖະບານບາງແຫ່ງໃຊ້ສະກຸນເງິນຕ່າງປະເທດຊຳລະເງິນໃນມຽນມາ.

ທ່ານ ວິນ ທໍ ຮອງຜູ້ວ່າການທະນາຄານກາງມຽນມາ ເຜີຍວ່າ: ໜ່ວຍງານຂອງລັດບາງແຫ່ງໃຊ້ຈ່າຍ ແລະ ຍອມຮັບສະກຸນເງິນຕ່າງປະເທດໃນບາງກິດຈະກຳ ເຊິ່ງລວມທັງການເຊົ່າທີ່ດິນ, ການລົງທຶນໃນທຸລະກິດປະກັນໄພ ແລະ ລາຍໄດ້ຈາກກິດຈະການຮ່ວມຄ້າ. ພ້ອມກ່າວວ່າ: ທະນາຄານກາງມຽນມາຍັງພົບການໃຊ້ສະກຸນເງິນໂດລາສະຫະລັດໃນບາງໂຮງແຮມ, ຮ້ານອາຫານ, ໂຮງຮຽນນາໆຊາດ, ຮ້ານຈຳໜ່າຍເຄື່ອງທີ່ລະນຶກ ແລະ ການໃຫ້ຊາວຕ່າງປະເທດເຊົ່າອະສັງຫາລິມະຊັບໃນປະເທດ.

ທະນາຄານກາງມຽນມາ ໄດ້ແຈ້ງເຕືອນທຸກກະຊວງ, ລັດຖະບານລະດັບທ້ອງຖິ່ນ ແລະ ລະດັບລັດ ແລະ ຄະນະກຳມະການເທສະບານເມືອງເນປີດໍ, ຢາງກຸ້ງ ແລະ ມັນທະເລ ໃຫ້ໃຊ້ສະເພາະສະກຸນເງິນຈ໊າດມຽນມາສຳລັບການຊື້ ແລະ ຈຳໜ່າຍສິນຄ້າ ແລະ ບໍລິການ ແລະ ການຊຳລະເງິນໃນປະເທດແລ້ວ.

ອີກຢ່າງໜຶ່ງ, ໃນເດືອນເມສາ, ທະນາຄານກາງມຽນມາມີຄຳສັ່ງໃຫ້ປະຊາຊົນທຸກຄົນຜູ້ຖືຄອງສະກຸນເງິນຕ່າງປະເທດ ຍົກເວັ້ນອົງກອນຕ່າງປະເທດ ແລະ ຜູ້ຄ້າທີ່ໄດ້ຮັບການຍົກເວັ້ນໃນພາຍຫລັງ ແລກປ່ຽນສະກຸນເງິນຕ່າງປະເທດເປັນສະກຸນເງິນຈ໊າດມຽນມາພາຍໃນໜຶ່ງວັນ ຫລັງຈາກໄດ້ຮັບເງິນນັ້ນ.

ອ້າງອີງ:

เมียนมาแบนใช้ ‘สกุลเงินต่างชาติ’ ชำระเงินในประเทศ

ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ - 3 - ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ
ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ - 5 - ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ
ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ - 4 - ມຽນມາຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນພາຍໃນປະເທດ