ຫລວງນ້ຳທາ ສັນຍາຈະພັດທະນາສີມືແຮງງານຕອບສະໜອງແຮງງານໃຫ້ໄດ້ 5.000 ຄົນ
May 28, 2022 - 3:40 PM

ວັນທີ 26 ພຶດສະພາ 2022 ນີ້ ກະຊວງ ຮສສ ແລະ ແຂວງຫລວງນ້ຳທາ ເຊັນບົດບັນທຶກການຮ່ວມມືດ້ານວຽກງານແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ແລະ ທ່ານ ຄໍາໄຫລ ສີປະເສີດ ເຈົ້າແຂວງຫລວງນ້ຳທາ ຈັດຂຶ້ນໃນວັ ໂດຍມີຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ເພື່ອຊຸກຍູ້ ແລະ ສົ່ງເສີມການຮ່ວມມືດ້ານວຽກງານແຮງງານ ແລະ ສະຫວັດດີການສັງຄົມ ແບບມີຈຸດສຸມ ລະຫວ່າງ ກະຊວງ ຮສສ ແລະ ແຂວງຫລວງນ້ຳທາ ເປັນການຮ່ວມມືໃນການຊຸກຍູ້ ແລະ ສົ່ງເສີມ ການພັດທະນາສີມືແຮງງານ ໂດຍການມີສ່ວນຮ່ວມຂອງສະຖາບັນການສຶກສາ ທັງພາກລັດ, ພາກເອກະຊົນ, ຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ເພື່ອສາມາດພັດທະນາສີມືແຮງງານໃຫ້ໄດ້ 5.000 ຄົນ ເພື່ອສະໜອງຕາມຄວາມຕ້ອງການຂອງຂະແໜງເສດຖະກິດ ກໍຄື ຕະຫລາດແຮງງານພາຍໃນແຂວງ.