ສະຖານີລົດໄຟນາໝໍ້ ຈະເປີດດໍາເນີນ ທຸລະກໍາ ຂົນສົ່ງຜູ້ໂດຍສານ 1 ມິຖຸນາ ນີ້

ຂປລ. ເພື່ອຕອບສະໜອງຄວາມຕ້ອງການ ໃນການເດີນທາງຂອງຜູ້ໂດຍສານ, ສະຖາ ນີລົດໄຟ ນາໝໍ້ ເມືຶອງໄຊ ແຂວງອຸດົມໄຊ ຈະເປີດດຳເນີນທຸລະກໍາຂົນສົ່ງຜູ້ໂດຍສານ ເລີ່ມແຕ່ວັນທີ 1 ມິຖຸນາ 2022 ນີ້ເປັນຕົ້ນໄປ ເຊິ່ງຈະມີລົດໄຟທຳມະດາຖ້ຽວ K12/1 ອອກຈາກສະຖານີ ນະຄອນ ຫລວງວຽງຈັນ ເວລາ 9:00 ໂມງ ແລະ ລົງຈອດຢູ່ສະຖານີນາໝໍ້ ເວລາ 13:50 ໂມງ ຂອງທຸກໆມື້.
ອີງຕາມຂໍ້ມູນຈາກ ບໍລິສັດທາາງລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ: ປັດຈຸບັນລົດໄຟຖ້ຽວທຳມະດາລົງຈອດຢູ່ 10 ສະຖານີຂອງເສັ້ນທາງລົດໄຟ ລາວ-ຈີນ ຄື: ສະຖານີນະຄອນຫລວງວຽງຈັນ, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີກາສີ, ສະຖານີຫລວງພະບາງ, ສະ ຖານີເມືອງງາ, ສະຖານີເມືອງໄຊ, ສະຖານີນາໝໍ້, ສະຖານີນາເຕີຍ ແລະ ສະຖານີບໍ່ເຕ່ນ ເພື່ອອຳນວຍຄວາມສະດວກສະ ບາຍ ໃນການເດີນທາງໃຫ້ແກ່ປະຊາຊົນ. ສະຖານີນາໝໍ້ ຕັ້ງຢູ່ເມືຶອງໄຊ ແຂວງອຸດົມໄຊ ທາງພາກເໜືອຂອງລາວ, ຫ່າງຈາກຊາຍແດນລະຫວ່າງລາວ-ຈີນ ປະມານ 30 ກິໂລແມັດ ແລະ ຫ່າງຈາກສະຖານີນາເຕີຍປະມານ 20 ກິໂລແມັດ ເຊິ່ງເປັນສະຖານີທີ່ສຳຄັນທາງພາກເໜືອຂອງເສັ້ນທາງລົດໄຟ ລາວ-ຈີນ, ລຽບຕາມແລວທາງມີທິວທັດທີ່ສວຍງາມ. ສະຖານີນາໝໍ້ ມີພື້ນທີ່ກໍ່ສ້າງ 1.500 ຕາແມັດ, ສາມາດບັນຈຸຜູ້ໂດຍສານໄດ້ 150 ຄົນ,ມີລາງລົດໄຟ 3 ເສັ້ນ, 1 ຊານຊາລາ ແລະ ພື້ນທີ່ຂອງຊານຊາລາແມ່ນ 3.600 ຕາແມັດ.
ນັບຕັ້ງແຕ່ເປີດທາງລົດໄຟ ລາວ-ຈີນເປັນຕົ້ນມາ, ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ສືບຕໍ່ປັບປຸງການຂົນສົ່ງຜູ້ໂດຍສານ ແລະ ປັບປຸງຄຸນນະພາບການບໍລິການຢ່າງບໍ່ຢຸດຢັ້ງ ເຊັ່ນ: ປັບປຸງແຜນການແລ່ນລົດໄຟຜູ້ໂດຍສານໃຫ້ດີ, ເພີ່ມຖ້ຽວລົດໄຟເພື່ອຮອງຮັບຜູ້ໂດຍສານ ໂດຍອີງຕາມປະລິມານການເດີນທາງຂອງຜູ້ໂດຍສານໃນຊ່ວງວັນເສົາ-ທິດ ແລະ ວັນພັກເທດສະການຕ່າງໆ ເຊິ່ງໃນໄລຍະປີໃໝ່ລາວທີ່ຜ່ານມາ ໄດ້ເປີດນຳໃຊ້ລົດໄຟທຳມະດາ ຄວາມໄວ 120km/h; ພ້ອມດຽວກັນນັ້ນ, ກໍເພີ່ມຖ້ຽວລົດໄຟ EMU ນະຄອນຫລວງວຽງຈັນ-ຫລວງພະບາງ ແລະ ເມືອງໄຊ.
ນອກນີ້ເປີດໃຫ້ມີຈຸດຂາຍປີ້ລົດໄຟໃນນະຄອນຫລວງວຽງຈັນ ແລະ ຫລວງພະບາງ, ເພີ່ມການບໍລິການຕ່າງໆເຊັ່ນ: ຂະຫຍາຍເວລາໃນການຊື້ປີ້ອອກ, ເພີ່ມບ່ອນນັ່ງ ໃຫ້ພຽງພໍແກ່ຜູ້ໂດຍສານ, ຕັ້ງໜ້າຄົ້ນຄວ້າ ແລະ ພັດທະນາລະບົບຊື້ປີ້ອອນໄລ, ສາມາດຊື້ປີ້ດ້ວຍສະກຸນເງິນອື່ນ, ພ້ອມທັງ ຄົ້ນຄ້ວາການຈັດຊື້ອຸປະກອນ ແລະ ຕິດຕັ້ງເຄື່ອງຊື້ປີ້ດ້ວຍຕົນເອງ ແລະ ລະບົບການບໍລິການລູກຄ້າ.
ຂໍ້ມູນ-ພາບ: ບໍລິສັດທາງລົດໄຟ ລາວ-ຈີນ