ຜົນສຳເລັດຂອງທັບນັກກິລາລາວໃນຊີເກມຄັ້ງທີ 31 ຢູ່ ສສ ຫວຽດນາມ

ເຖິງວ່າມະຫະກຳກິລາຊີເກມຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ສຳເລັດລົງມາໄດ້ຫລາຍວັນແລ້ວ, ແຕ່ພາບບັນຍາກາດແຫ່ງຄວາມຊົງຈຳຍັງສະຖິດຢູ່ໃນຈິດໃຈຂອງປະຊາຄົມອາຊຽນ ໂດຍສະ ເພາະແມ່ນປະຊາຊົນຫວຽດນາມທີ່ສາມາດຍາດໄດ້ຫລຽນຄຳຫລາຍກວ່າໝູ່ສົມກັບວ່າເປັນປະເທດເຈົ້າພາບອີຫລີ. ຄວາມຊົງຈຳ ແລະ ຄວາມພາກພູມໃຈຂອງຊາວຫວຽດນາມອາດຈະແກ່ຍາວໄປຮອດມະຫະກຳກິລາ ຊີເກມຄັ້ງທີ 32 ທີ່ປະເທດກຳປູເຈຍເປັນເຈົ້າພາບ ແລະ ຄາດວ່າຂຸນພົນນັກກີລາຫວຽດນາມອາດໄດ້ແຊ້ມບານເຕະທັງຍິງ ແລະ ຊາຍອີກເທື່ອໜຶ່ງກໍເປັນໄດ້.
ແນວໃດກໍຕາມ, ສຳລັບນັກກິລາລາວທີ່ເຂົ້າຮ່ວມແຂ່ງຂັນ 29 ລາຍການໃນມະຫະກຳກິລາຊີເກມຄັ້ງນີ້ຖືວ່າໄດ້ຮັບຜົນສຳເລັດເປັນຢ່າງດີ ເປັນຕົ້ນອັນທີ່ໂດດເດັ່ນແມ່ນໄດ້ເຖິງ 42 ຫລຽນ ໃນນີ້ໄດ້ຫລຽນຄຳ 2 ຫລຽນ, ຫລຽນເງິນ 7 ຫລຽນ ແລະ ຫລຽນທອງ 33 ຫລຽນ. ຖ້າສົມທຽບໃສ່ຊີເກມຄັ້ງທີ 30 ທີ່ຟີລິບປິນເປັນເຈົ້າ ພາບໄດ້ພຽງ 32 ຫລຽນ ໃນນີ້ຫລຽນຄຳ 1 ຫລຽນ, ຫລຽນເງິນ 5 ຫລຽນ ແລະ ຫລຽນທອງ 29 ຫລຽນ ຖືວ່າລື່ນ 10 ຫລຽນ.
ດັ່ງທີ່ຮູ້ກັນດີແລ້ວວ່າ, ມະຫະກຳກີລາຊີເກມແມ່ນງານແຂ່ງຂັນກິລາຂອງ 11 ຊາດອາຊຽນ ເຊິ່ງ 2 ປີໃດຈັດຂຶ້ນເທື່ອໜຶ່ງ. ສຳລັບຄັ້ງທີ 31 ປະເທດຫວຽດນາມເປັນເຈົ້າພາບ ຖືວ່າຈັດຂຶ້ນຢ່າງຍິ່ງໃຫຍ່ພາຍໃຕ້ຫົວຂໍ້ “ເຕົ້າໂຮມເພື່ອສ່ອງແສງສະຫວ່າງ” ແລະ ຈົບລົງດ້ວຍຜົນສຳເລັດທຸກປະການ. ສ່ວນຄັ້ງທີ 32 ກຳປູ ເຈຍສືບຕໍ່ເປັນເຈົ້າພາບ ຄາດວ່າ ລາວເຮົາຈະໄດ້ຫລຽນຕ່າງໆລື່ນຄັ້ງນີ້ຕື່ມອີກເປັນຈຳນວນບໍ່ໜ້ອຍ.
ສຳລັບ ສປປ ລາວເຮົາ ໃນໄລຍະ 2-3 ປີຜ່ານມາ ການເຄື່ອນໄຫວກິລາມີບັນຫາມາກະທົບຫລາຍດ້ານ ເປັນຕົ້ນອັນທີໜຶ່ງຖືກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ໃນໄລຍະນີ້ເວົ້າໄດ້ວ່າກີລາທຸກປະເພດໄດ້ປິດການເຄື່ອນໄຫວໂດຍສິ້ນເຊີງ, ຊ້ຳບໍ່ໜຳ ສະໜາມກີລາຫລາຍແຫ່ງໄດ້ກາຍເປັນໂຮງໝໍພາກສະໜາມ. ອັນທີສອງຂາດງົບປະມານເພື່ອມາຊຸກຍູ້, ສົ່ງເສີມກິລາໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວຮອບດ້ານ, ສ່ວນອັນສຸດທ້າຍກໍແມ່ນໃນແວດວົງກິລາບ້ານເຮົາບໍ່ທັນເປັນມືອາຊີບທີ່ແນ່ນອນ ເພາະສະນັ້ນຈຶ່ງເຮັດໃຫ້ຄວາມກະຕືລືລົ້ນຂອງຄົນໃນຊາດບໍ່ທັນສູງຖ້າທຽບໃສ່ບັນດາປະເທດໃນກຸ່ມອາຊຽນ.
ເຖິງຢ່າງໃດກໍດີ ໃນອະນາຄົດຕໍ່ໜ້າ, ວົງການກິລາບ້ານເຮົາອາດຫວນມາຄຶກຄັກ ແລະ ກ້າວໜ້າພັດ ທະນາບໍ່ໄວກໍຊ້າ, ແຕ່ສິ່ງທີ່ໜ້າເປັນຫ່ວງນັ້ນ ເຮົາພັດທະນາໄດ້ຄ່າສອກໝູ່ຍິ່ງພັດທະນາອອກໄດ້ຄ່າວາ ດັ່ງຜົນທີ່ອອກມາໃນຊີເກມຄັ້ງທີ 31 ໄດ້ແຕ່ອັນດັບທີ 9 ຖືວ່າຢູ່ອັນດັບທ້າຍໆຂອງຕາຕະລາງຈຶ່ງຂໍຮຽກຮ້ອງໃຫ້ຂະແໜງການທີ່ກ່ຽວຂ້ອງຈົ່ງໄດ້ພ້ອມກັນຄິດ ແລະ ແກ້ໄຂຂອດທີ່ຍັງຄ້າງຄາ, ກົດໜ່ວງຖ່ວງດຶງວຽກງານດັ່ງກ່າວໃຫ້ພັດທະນາຕໍ່ໄປທຽມທັນກັບຊາດອື່ນເພາະແນວໃດປະເທດຊາດກໍໄດ້ເປີດຢ່າງເຕັມຮູບແບບ ແລ້ວ, ບາດໄປແຂ່ງຂັນເສຍມາບໍ່ຢາກໃຫ້ແກ້ຕົວ, ຕ້ອງຫາວິທີແກ້ໄຂໃຫ້ໄປທັນໝູ່ຈຶ່ງຖືວ່າມີການພັດທະນາກ້າວຂຶ້ນ.