Turkey ປະກາດປ່ຽນຊື່ປະເທດເປັນ Türkiye ມີຜົນທັນທີຫລັງ UN ຮັບຮອງ
![Turkey ປະກາດປ່ຽນຊື່ປະເທດເປັນ Türkiye ມີຜົນທັນທີຫລັງ UN ຮັບຮອງ - https cdn - Turkey ປະກາດປ່ຽນຊື່ປະເທດເປັນ Türkiye ມີຜົນທັນທີຫລັງ UN ຮັບຮອງ Turkey ປະກາດປ່ຽນຊື່ປະເທດເປັນ Türkiye ມີຜົນທັນທີຫລັງ UN ຮັບຮອງ - https cdn - Turkey ປະກາດປ່ຽນຊື່ປະເທດເປັນ Türkiye ມີຜົນທັນທີຫລັງ UN ຮັບຮອງ](https://www.laophattananews.com/wp-content/uploads/2022/06/https-_cdn.cnn_.com_cnnnext_dam_assets_220603031055-01-turkey-name-change.jpg)
ອົງການສະຫະປະຊາຊາດ (UN) ອະນຸມັດຄຳຂໍຂອງ Turkey ໃນການປ່ຽນຊື່ປະເທດເປັນ Türkiye ຫລັງຈາກລັດຖະບານ Turkey ເລີ່ມຕົ້ນຂະບວນການປ່ຽນຊື່ປະເທດມາແຕ່ເດືອນທັນວາ ແລະ ຍື່ນຄຳຂໍຢ່າງເປັນທາງການໃນວັນທີ 1 ມິຖຸນາຜ່ານມາ.
ໃນວັນທີ 1 ມິຖຸນາຜ່ານມາ, ທ່ານ ສເຕຟານ ດູຈາຣິກ ໂຄສົກປະຈຳຕົວທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ຖະແຫລງຂ່າວວ່າ: ສະຫະປະຊາຊາດອະນຸມັດການຍື່ນຂໍປ່ຽນຊື່ປະເທດຂອງ Turkey ເປັນ Türkiye ແລ້ວ.
ທ່ານ ດູຈາຣິກ ລະບຸວ່າ: ການປ່ຽນຊື່ປະເທດຄັ້ງນີ້ ມີຜົນບັງຄັບໃຊ້ທັນທີທີ່ສະຫະປະຊາຊາດໄດ້ຮັບຈົດໝາຍຈາກທ່ານ ເມຟລຸດ ຈາວູໂຊລູ ລັດຖະມົນຕີກະຊວງການຕ່າງປະເທດ Turkey ເຊິ່ງສົ່ງເຖິງທ່ານ ກູເຕີເຣສ ພ້ອມຄຳຮ້ອງຂໍປ່ຽນຊື່ປະເທດ.
ທ່ານ ຈາວູໂຊລູ ເຜີຍວ່າ: ການປ່ຽນຕົວສະກົດຊື່ປະເທດເປັນສ່ວນໜຶ່ງຂອງການດຳເນີນງານທີ່ມີຈຸດປະສົງເພີ່ມກຽດຂອງ Turkey ໃນເວທີໂລກ.
ອ້າງອີງ:
https://edition.cnn.com/2022/06/02/europe/turkey-trkiye-united-nations-scli-intl/index.html