ຍົກສູງຄຸນນະພາບດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ
ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 7-11 ມິຖຸຸນານີ້ ທີ່ໂຮງແຮມເມືອງແທ່ງ ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີບັນດາຮອງປະທານ, ຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ໃນວັນທີ 13 ມິຖຸນາ 2022 ທີ່ຈະມາເຖິງນີ້ ພວກເຮົາກໍຈະໄດ້ພ້ອມກັນເຂົ້າຮ່ວມກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອຈັດຕັ້ງປະຕິດບັດໜ້າທີ່ການເມືອງຂອງສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ. ເພື່ອເຮັດໃຫ້ການດໍາເນີນກອງປະຊຸມສະພາແຫ່ງຊາດມີຄຸນນະພາບ ແລະ ມີປະສິດທິຜົນນັ້ນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກລົງໃຫ້ດໍາເນີນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍມີຈຸດປະສົງເພື່ອສ້າງເງື່ອນໄຂໃຫ້ສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ, ການຊີ້ແຈງອະທິບາຍ ຂອງບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າອົງການ ກ່ຽວກັບເອກະສານເນື້ອໃນຕ່າງໆ; ປຶກສາຫາລືແລກປ່ຽນຂໍ້ມູນ ຊຶ່ງກັນ ແລະ ກັນ ລະຫວ່າງສະມາຊິກສະພາແຫ່ງຊາດ ແລະ ຄະນະນໍາຂອງກະຊວງທີ່ກ່ຽວຂ້ອງ ແນໃສ່ເຮັດໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ເປັນເອກະພາບ ຊຶ່ງຈະເປັນຂໍ້ສະດວກໃຫ້ແກ່ການພິຈາລະນາຮັບຮອງເອກະສານຕ່າງໆ ຢູ່ກອງປະຊຸມສະພາແຫ່ງຊາດ ບັນລຸໄດ້ຕາມແຜນການທີ່ວາງໄວ້ ທັງເປັນການຍົກສູງຄຸນນະພາບ ການດໍາເນີນກອງປະຊຸມສະພາແຫ່ງຊາດ ໃຫ້ມີປະສິດທິຜົນນັບມື້ສູງຂຶ້ນ.
ທ່ານກ່າວຕື່ມວ່າ: ກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້, ຈະໄດ້ສຸມໃສ່ພິຈາລະນາ ແລະ ສ້າງຄວາມເຂົ້າໃຈຕໍ່ບັນດາເນື້ອໃນຕ່າງໆ ດັ່ງນີ້: ວຽກລັດຖະບານ, ວຽກງານກົດໝາຍ ແລະ ອົງການໄອຍະການປະຊາຊົນ, ເຜີຍແຜ່ນິຕິກໍາພາຍໃນສະພາແຫ່ງຊາດ ແລະ ວຽກງານອື່ນໆ ຈໍານວນໜຶ່ງ, ບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ລ້ວນແຕ່ເປັນບັນຫາສໍາຄັນພື້ນຖານຂອງຊາດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ.
ສະນັ້ນ, ຈຶ່ງສະເໜີໃຫ້ສະມາຊິກສະພາແຫ່ງຊາດ, ຄະນະຮັບຜິດຊອບເນື້ອໃນ, ຮ່າງກົດໝາຍ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການປະກອບຄວາມຄິດເຫັນ, ຮ່ວມກັນຄົ້ນຄວ້າຊອກຫາວິທີການແກ້ໄຂບັນຫາຄວາມຫຍຸ້ງຍາກທີ່ເກີດຂຶ້ນ ໃຫ້ມີຄວາມເປັນເອກະພາບ ແລະ ພ້ອມກັນຈັດຕັ້ງປະຕິບັດ; ການຄົ້ນຄວ້າປະກອບຄໍາເຫັນໃຫ້ຮັບປະກັນສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ສອດຄ່ອງກັບສິດ ແລະ ໜ້າທີ່ຂອງສະມາຊິກສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນ ລັດຖະທໍາມະນູນ, ກົດໝາຍ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ແລະ ສາມາດເຊື່ອມໂຍງທາງດ້ານເສດຖະກິດກັບພາກພື້ນ ແລະ ສາກົນ.