WTO ເຕືອນວິກິດຂາດເຂີນອາຫານ ຈາກສົງຄາມຣັດເຊຍ-ຢູເຄຣນ ຈະຍືດເຍື້ອໄປອີກຫລາຍປີ


ອົງການການຄ້າໂລກ (WTO) ເຕືອນວິກິດຂາດເຂີນອາຫານທີ່ເປັນຜົນມາຈາກສົງຄາມໃນຢູເຄຣນອາດຍືດເຍື້ອຕໍ່ໄປອີກຫລາຍປີ ໂດຍສະເພາະປະເທດໃນອາຟຣິກາ ເຊິ່ງຈະໄດ້ຮັບຜົນກະທົບຢ່າງໜັກຈາກການຂາດເຂີນເຂົ້າສາລີ ແລະ ປຸ໋ຍ.
ຢູເຄຣນຖືເປັນຜູ້ສົ່ງອອກເຂົ້າສາລີລາຍໃຫຍ່ຂອງໂລກ ເຊິ່ງກວມອັດຕາການສົ່ງອອກ 9% ໃນຕະຫລາດໂລກ. ຂະນະດຽວກັນ ກໍເປັນຜູ້ສົ່ງອອກນ້ຳມັນດອກຕາເວັນລາຍໃຫຍ່ກວມອັດຕາສູງເຖິງ 42% ຂອງຕະຫລາດນ້ຳມັນດອກຕາເວັນທົ່ວໂລກ ແລະ 16% ຂອງຕະຫລາດເຂົ້າໂພດທົ່ວໂລກ.
ຜົນຈາກສົງຄາມເຮັດໃຫ້ຕອນນີ້ມີເຂົ້າສາລີປະມານ 20-25 ລ້ານໂຕນ ຕົກຄ້າງຢູ່ໃນສາງ ແລະ ທ່າເຮືອຂອງຢູເຄຣນ ໂດຍບໍ່ສາມາດສົ່ງອອກໄດ້ ເນື່ອງຈາກທ່າເຮືອຊາຍຝັ່ງທະເລດຳໄດ້ຖືກປິດລ້ອມໂດຍກອງທັບຣັດເຊຍ ຈົນນຳໄປສູ່ການປັ່ນປ່ວນຂອງລາຄາເຂົ້າສາລີໃນຕະຫລາດໂລກ ເຊິ່ງທ່ານ ເອັນໂກຊີ ໂອຄອນໂຈ-ໄອວີລາ ຜູ້ອຳນວຍການອົງການການຄ້າໂລກ ໄດ້ເປີດເຜີຍຕໍ່ສຳນັກຂ່າວ BBC ວ່າ: ເປັນເລື່ອງເສົ້າທີ່ເຫັນລາຄາທັນຍາພືດເພີ່ມສູງຂຶ້ນ.
ຜູ້ອຳນວຍການອົງການການຄ້າໂລກ ລະບຸວ່າ: “ເຂົ້າສາລີປັບລາຄາຂຶ້ນແລ້ວເຖິງ 59% ເມື່ອທຽບໃສ່ປີຜ່ານມາ. ຂະນະທີ່ນ້ຳມັນດອກຕາເວັນກໍມີລາຄາແພງຂຶ້ນ 30% ແລະ ເຂົ້າໂພດສຳລັບລ້ຽງສັດໄດ້ປັບລາຄາຂຶ້ນ 23%”.
ອ້າງອີງ: