ຈູຫງອກແອັງ ອະດີດເຈົ້າຄອງນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ ຖືກກັກຕົວຊົ່ວຄາວ ຂໍ້ຫາ ຄອບຄອງ, ນຳໃຊ້ຊັບສິນຂອງລັດຢ່າງຟຸມເຟືອຍ
ວັນທີ 10 ມິຖຸນາ 2022ນີ້, ໜັງສືພິມ ຟາບຫລວດ(ກົດໝາຍ) ຂອງຫວຽດນາມ ລາຍງານຂ່າວວ່າ: ທ່ານ ຈູຫງອກແອັງ ອະດີດເຈົ້າຄອງນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ ຖືກກັກຕົວຊົ່ວຄາວ ຈາກການຖືກກ່າວຫາວ່າ ຄອບຄອງ, ນຳໃຊ້ຊັບສິນຂອງລັດຢ່າງຟຸມເຟືອຍ ພາໃຫ້ເກີດຄວາມເສຍຫາຍຢ່າງຫລວງ ຫລາຍ ຊຶ່ງພົວພັນກັບຄະດີ ຫວຽດອ້າ. ຕາມກົດໝາຍອາຍາ ມາດຕາ 219, ກົມຕຳຫລວດສືບສວນສອບສວນ C03 ໄດ້ຈັບກຸມໃນວັນທີ 7 ມິຖຸນາ 2022 ຜ່ານມາ.
ຂະນະທີ່ກ່ອນຖືກກັກຕົວ 3 ຊົ່ວໂມງ, ທ່ານ ຈູຫງອກແອັງ ຖືກສະພາປະຊາຊົນນະຄອນຫລວງ ຮ່າໂນ້ຍ ລຶບຊື່ອອກຈາກຕຳແໜ່ງເຈົ້າຄອງ ນະຄອນ ຫລວງ ຮາໂນ້ຍ ພ້ອມທັງຖືກລຶບຊື່ອອກຈາກພັກ ໃນວັນທີ 9 ມິຖຸນາ 2022 ຜ່ານມາ.
ແຫລ່ງຂ່າວລາຍງານຕື່ມວ່າ: ຜູ້ທີ່ຖືກຈັບພ້ອມທ່ານ ຈູຫງອກແອັງ ຍັງມີທ່ານ ຟາມກົງຕາກ ອະດີດຮອງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ.
ພົນໂທ ໂຕເອິນໂຊ ຫົວໜ້າຫ້ອງວ່າການ, ໂຄສົກກະຊວງຕຳຫລວດ ໃຫ້ຮູ້ວ່າ: ທ່ານຈູຫງອກແອັງ ໃນສະໄໝເປັນລັດຖະມົນຕີກະຊວງວິທະຍາສາດ-ເຕັກໂນໂລຊີ ແລະ ທ່ານ ຟາມກົງຕາກ ຖືກກ່າວຫາວ່າ ” ລະເມີດຂໍ້ກຳນົດກົດໝາຍກ່ຽວກັບການມອບຮັບ, ຄຸ້ມຄອງ, ສວຍໂອກາດນຳໃຊ້ໂຄງການວິທະຍາສາດ-ເຕັກໂນໂລຊີລະດັບຊາດ ເພື່ອຜະລິດເຄື່ອງກວດໂຄວິດ-19″ ພາໃຫ້ເກີດຄວາມເສຍຫາຍ.