ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ

ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ - uvqahudo  choe son hui 625x300 11 June 22 - ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ
ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ - kitchen vibe - ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ

ທ່ານ ນາງ ໂຈ ຊອນ ຮີ ເຊິ່ງເປັນນັກການເມືອງຜູ້ຍິງລະດັບສູງພຽງບໍ່ເທົ່າໃດຄົນຂອງ ສປປ ເກົາຫລີ ສ້າງປະຫວັດສາດເປັນຜູ້ຍິງຄົນທຳອິດ ທີ່ດຳລົງຕຳແໜ່ງລັດຖະມົນຕີການຕ່າງປະເທດ.

ວັນທີ 11 ມິຖຸນາ 2022, ສຳນັກຂ່າວກາງເກົາຫລີ (KCNA) ກະບອກສຽງຂອງລັດຖະບານພຽງຢາງ ລາຍງານວ່າ: ທ່ານ ກິມ ຈອງ ອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ເລື່ອນຂັ້ນນາງ ໂຈ ຊອນ ຮີ ໃຫ້ດຳລົງຕຳແໜ່ງລັດຖະມົນຕີການຕ່າງປະເທດ ແທນທ່ານ ຮີ ຊອນ ວອນ ເຊິ່ງຈະໄປດຳລົງຕຳແໜ່ງຜູ້ອຳນວຍການສຳນັກງານແນວຮ່ວມ ທີ່ເບິ່ງແຍງກ່ຽວກັບການພົວພັນລະຫວ່າງສອງເກົາຫລີ.

ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ - Visit Laos Visit SALANA BOUTIQUE HOTEL - ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ
ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ - Visit Laos Visit SALANA BOUTIQUE HOTEL - ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ

ທັງນີ້, ນາງ ໂຈ ຊອນ ຮີ ອາຍຸ 57 ປີ ສ້າງປະຫວັດສາດເປັນຜູ້ຍິງຄົນທຳອິດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງສູງສຸດທາງການທູດຂອງ ສປປ ເກົາຫລີ ໂດຍກ່ອນໜ້ານີ້ ນາງດຳລົງຕຳແໜ່ງຮອງລັດຖະມົນຕີການຕ່າງປະເທດມາກ່ອນ ແລະ ຖືເປັນໜຶ່ງໃນຜູ້ຍິງບໍ່ເທົ່າໃດຄົນ ເຊິ່ງດຳລົງຕຳແໜ່ງລະດັບສູງທາງການເມືອງໃນ ສປປ ເກົາຫລີ.

ການປ່ຽນແປງດັ່ງກ່າວເກີດຂຶ້ນລະຫວ່າງກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການກາງພັກຄົນນງານຊຸດທີ 8 ເຊິ່ງນອກຈາກນັ້ນ, ທ່ານ ກິມ ຈອງ ອຸນ ຍັງກ່າວເຖິງສະພາບແວດລ້ອມດ້ານຄວາມໝັ້ນຄົງຂອງ ສປປ ເກົາຫລີ “ຢູ່ໃນລະດັບຮ້າຍແຮງ” ແລະ ສະຖານະການໃນບໍລິເວນທີ່ຢູ່ອ້ອມຮອບເຕັມໄປດ້ວຍອັນຕະລາຍ ເຊິ່ງມີທ່າອ່ຽງທະວີຄວາມຮຸນແຮງຕະຫລອດເວລາ.

ອ້າງອີງ:

https://www.nknews.org/2022/06/kim-jong-un-stresses-dprks-right-to-self-defense-based-on-power-for-power/?t=1662766223718

ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ - 4 - ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ
ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ - 5 - ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ
ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ - 3 - ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ