ແຂວງວຽງຈັນ ພົບຄວາມຫຍຸ້ງຍາກການແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງ ສ່ວນໜຶ່ງແມ່ນລົດຂອງພະນັກງານ, ທະຫານ, ຕຳຫລວດ
ວັນທີ 14 ມິຖຸນາ 2022 ນີ້, ທ່ານ ບຸນສອນ ເພັດລາວັນ ປະທານຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ ປະກອບຄຳຄິດເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະມາຊິກສະພາແຫ່ງຊາດຊຸດທີ IX ວ່າ: ຜ່ານມາເຖິງວ່າ ສສຊ ເຂດ 10 ແຂວງວຽງຈັນ ໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານ ໂດຍສະເພາະລາຍຮັບຈາກການແກ້ໄຂການນຳເຂົ້າພາຫະນະທີ່ບໍ່ຖືກຕ້ອງໄດ້ດີສົມຄວນ, ແຕ່ກໍພົບຄວາມຫຍຸ້ງຍາກບໍ່ໜ້ອຍ. ຂະນະທີ່ກະຊວງການເງິນກຳນຳໃຫ້ແກ້ໄຂສຳເລັດພາຍໃນເດືອນມິຖຸນານີ້.
ທ່ານ ບຸນສອນ ເພັດລາວັນ ປະທານຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ ກ່າວໃນໂອກາດປະກອບຄຳເຫັນໃສ່ບົດລາຍງານສະພາບພົ້ນເດັ່ນການປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ 6 ເດືອນຕົ້ນປີ 2022 ກໍຄືການຕິດຕາມຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານໂດຍສະເພາະລາຍຮັບຈາກການແກ້ໄຂພາຫະນະນຳເຂົ້າທີ່ບໍ່ຖືກຕ້ອງທັງໝົດ 976 ຄັນ ເຊິ່ງມາຮອດປັດຈຸບັນສາມາດແກ້ໄຂໄດ້ແລ້ວ 726 ຄັນສາມາດຈັດເກັບລາຍຮັບໄດ້ 8 ຕື້ກວ່າກີບ ແລະ ຍັງຄ້າງ 250 ຄັນ ກຳລັງສືບຕໍ່ແກ້ໄຂ້.
ປະທານຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ ກ່າວຕື່ມວ່າ: ເຖິງວ່າພວກເຮົາແກ້ໄຂບັນຫານີ້ໄດ້ໂດຍພື້ນຖານ, ແຕ່ກໍພົບຄວາມຫຍຸ້ງຍາກບໍ່ໜ້ອຍເນື່ອງຈາກລົດນຳເຂົ້າທີ່ບໍ່ຖືກຕ້ອງສ່ວນໜຶ່ງແມ່ນລົດຂອງພະນັກງານ, ທະຫານ, ຕຳຫລວດ ເຊິ່ງການເສຍພາສີເອົາຕາມປີຜະລິດລົດ. ບາງກໍລະນີເຮັດເປັນລົດສ່ວນລວມ, ແຕ່ຕົວຈິງເປັນຂອງສ່ວນບຸກຄົນ.