ສານຂະຫຍາຍປະກັນ ກຣີນວູດ ອາທິດຫນ້າ

ເມສັນ ກຣີນວູດ ດາວຍິງ ແມນເຊສເຕີ ຢູໄນເຕັດ ຕ້ອງຫວັງອີກເທື່ອຫນຶ່ງ ເມື່ອສານມີກຳນົດຈະພິຈາລະນາຄຳຮ້ອງຂໍຂະ ຫຍາຍໄລຍະເວລາປະກັນຕົວ ຫລັງຕົກເປັນຜູ້ຕ້ອງຫາຄະດີຂົ່ມຂືນໃນອາທິດຫນ້າ.
ເມສັນ ກຣີນວູດ ດາວຍິງເດັກສ້າງຂອງ ແມນເຊສເຕີ ຢູໄນເຕັດ ທີມໃຫຍ່ແຫ່ງພຣີເມຍລີກ ອັງກິດ ຕ້ອງຕັ້ງຕາລໍຄອຍ ເມື່ອສານມີກຳນົດຈະພິຈາລະນາຄຳຂໍຂະຫຍາຍໄລຍະເວລາປະກັນຕົວຂອງລາວໃນອາທິດຫນ້າ ຫລັງຕົກເປັນຜູ້ຕ້ອງຫາໃນຄະ ດີທຳຮ້າຍຮ່າງກາຍ ແລະ ຂົ່ມຂືນອະດີດຄົນຮັກ.
‘‘ Daily mail’’ ສື່ຊື່ດັງຂອງອັງກິດລາຍງານວ່າ ເຈົ້າຫນ້າທີ່ຕຳຫລວດຍັງຄົງເດີນຫນ້າສອບສວນຄະດີຂອງ ກຣີນວູດ ເຊິ່ງຍັງຖືກ ກ່າວຫາວ່າ ‘‘ ຂູ່ຂ້າ ’’ ຍິງສາວຄູ່ກໍລະນີ ແລະ ໄດ້ມີການຍື່ນຄຳຮ້ອງເພື່ອຂະຫຍາຍເວລາປະກັນຕົວ ເຊິ່ງພວມຈະໄດ້ຮັບການພິຈາ ລະນາທີ່ສານເມືອງແມນເຊສເຕີ ແລະ ສານແຂວງຊັລຟອດ ໃນວັນພຸດທີ 22 ມິຖຸນານີ້ ໂດຍ ກຣີນວູດ ບໍ່ຈຳເປັນຕ້ອງເດີນ ທາງໄປເຂົ້າຮັບຟັງການພິຈາລະນາແຕ່ຢ່າງໃດ.
ທັງນີ້ ກຣີນວູດ ຖືກຈັບກຸມຕັ້ງແຕ່ເດືອນມັງກອນທີ່ຜ່ານມາ ຫລັງມີການໂພດພາບ ແລະ ວິດີໂອ ທີ່ລາວລົງມາທຳຮ້າຍອະດີດແຟນ ສາວໃນສື່ສັງຄົມອອນລາຍ ໂດຍດາວເຕະອາຍຸ 20ປີ ຕ້ອງນອນຄຸກຢູ່ 3 ຄືນ ແລະ ຖືກ ຕົ້ນສັງກັດ ສັ່ງຫ້າມແບບບໍ່ມີກຳນົດກ່ອນ ຈະໄດ້ຮັບການປະກັນຕົວອອກມາສູ້ຄະດີ ແລະ ພວມຈະຫມົດປະກັນໃນອາທິດຫນ້າຈົນຕ້ອງຍື່ນຄຳຮ້ອງໃຫ້ມີການຂະຫຍາຍ ໄລຍະເວລາປະກັນຕົວລະຫວ່າງທີ່ຕຳຫລວດຍັງຄົງເຮັດການສອບສວນບໍ່ສຳເລັດດັ່ງກ່າວ.