ສະພາ ຮັບຮອງເອົາ ທ່ານ ວຽງທະວີສອນ ເທບພະຈັນ ເປັນປະທານອົງການກວດສອບແຫ່ງລັດ ຄົນໃໝ່
June 20, 2022 - 12:23 PM


ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ມິຖຸນາ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນພິຈາລະນາ ແລະ ໄດ້ລົງຄະແນນສຽງເຫັນດີເປັນສ່ວນຫຼາຍ ຮັບຮອງເອົາ ທ່ານ ວຽງທະວີສອນ ເທບພະຈັນ ດຳລົງຕຳແໜ່ງເປັນ ປະທານອົງການກວດສອບແຫ່ງລັດຄົນໃໝ່.
ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຂຶ້ນຜ່ານຄຳສະເໜີຂອງທ່ານປະທານປະເທດ ສະບັບເລກທີ 059/ປປທ ລົງວັນທີ 17/6/2022 ກ່ຽວກັບການຍົກຍ້າຍ ແລະ ເລືອກຕັ້ງປະທານອົງການກວດສອບແຫ່ງລັດ ຊຶ່ງມີເນື້ອໃນສຳຄັນວ່າ: ປະທານປະເທດ ໄດ້ຂໍສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ຊຸດທີ IX ພິຈາລະນາກ່ຽວກັບການຍົກຍ້າຍ ແລະ ເລືອກຕັ້ງປະທານອົງການກວດສອບແຫ່ງລັດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້: ຍົກຍ້າຍ ທ່ານ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄປຮັບໜ້າທີ່ໃໝ່; ເລືອກຕັ້ງ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເປັນປະທານອົງການກວດສອບແຫ່ງລັດ.
ຈາກນັ້ນ, ສສຊ ກໍໄດ້ພ້ອມກັນສຸມໃສ່ປະກອບຄຳເຫັນ ພິຈາລະນາຢ່າງຖີ່ຖ້ວນຕໍ່ການສະເໜີ ດັ່ງກ່າວ, ກ່ອນຈະຮັບຮອງເອົາດ້ວຍສຽງສ່ວນຫຼາຍ.
ໂອກາດນີ້, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ກ່າວວ່າ: ໃນນາມປະທານອົງການກວດສອບແຫ່ງລັດຄົນໃໝ່ ຕົນເອງຈະພະຍາຍາມຖອດຖອນບົດຮຽນຈາກບັນດາທ່ານອະດີດປະທານອົງການກວດສອບແຫ່ງລັດ ທີ່ໄດ້ດຳລົງຕໍາແໜ່ງມາກ່ອນ; ພ້ອມກັນນັ້ນ, ຈະສືບຕໍ່ຮໍ່າຮຽນຈາກຄະນະນໍາ ກໍຄື ພາກສ່ວນວິຊາການທຸກພາກສ່ວນຂອງອົງການກວດສອບແຫ່ງລັດ ເພື່ອເຮັດໃຫ້ຕົນເອງມີຄວາມຮູ້ຄວາມເຂົ້າໃຈວຽກງານຂອງອົງການໃຫ້ດີຂຶ້ນ ບໍ່ວ່າຈະເປັນທາງດ້ານວິຊາສະເພາະ, ດ້ານຫຼັກໝັ້ນ, ດ້ານການຈັດຕັ້ງ, ດ້ານບຸກຄະລາກອນ ກໍຄືການປະຕິບັດໜ້າທີ່ໃນການສະແດງຄວາມຮັບຜິດຊອບໂດຍກົງ ຕໍ່ສະພາແຫ່ງຊາດ, ຕໍ່ປະຊາຊົນ ແລະ ບັນດາອົງການອຳນາດລັດ ແຫ່ງ ສປປ ລາວ ໂດຍສະເພາະແມ່ນ ລະບອບການລາຍງານຕໍ່ທ່ານປະທານປະເທດ, ຕໍ່ທ່ານນາຍົກລັດຖະມົນຕີ, ຕໍ່ຄະນະປະຈຳສະພາແຫ່ງຊາດ; ຈະສຸມທຸກຄວາມສາມາດທາງດ້ານເຫື່ອແຮງ, ສະຕິປັນຍາ ເພື່ອນຳເອົາອົງການກວດສອບແຫ່ງລັດ ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ ໃນການຮັບປະກັນໃຫ້ການຄຸ້ມຄອງລັດ, ຄຸ້ມຄອງງົບປະມານ, ນຳໃຊ້ງົບປະມານກໍຄືທຶນຮອນຈາກແຫຼ່ງຕ່າງໆໃຫ້ມີປະສິດທິພາບ, ໂປ່ງໃສ ໂດຍສອດຄ່ອງກັບວິໄນທາງດ້ານການເງິນ ຕາມຫຼັກການແຫ່ງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ເພື່ອນຳພາປະເທດຊາດ ກ້າວເຂົ້າສູ່ການພັດທະນາຕາມທິດທາງທີ່ໄດ້ກຳນົດໄວ້ຢູ່ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ປະກົດຜົນເປັນຈິງ.