ແມນຢູ ໃກ້ຈະໄດ້ ເດິ ຢອງ ສົມໃຈ ຫລັງຍື່ນຂໍ້ສະເຫນີລາຄາໃກ້ຄຽງທີ່ບາເຊໂລນາຕັ້ງໄວ້

ຫຍັບເຂົ້າໃກ້ຄວາມຈິງແລ້ວ ຫລັງຂໍ້ສະເຫນີຂອງ ແມນເຊສເຕີ ຢູໄນເຕັດ ກຽມຍື່ນຊື້ ແຟຣັງກີ ເດິ ຢອງ ໂດຍຕົວວເລກ ຫ່າງຈາກທີ່ບາເຊໂລນາ ຕັ້ງໄວ້ຫນ້ອຍດຽວເທົ່ານັ້ນ.
ເປີດຕົວເລກທີ່ ແມນເຊສເຕີ ຢູໄນເຕັດ ທີມດັງແຫ່ງພຣີເມຍລີກ ອັງກິດ ພາຍໃຕ້ການນຳທີມຂອງ ເອຣິກ ເທນ ຮາກ ແມ່ທີມຄົນໃຫມ່ຊາວເນເທີແລນ ກຽມຍື່ນຊື້ ແຟຣັງກີ ເດິ ຢອງ ກອງກາງຄົນບ້ານດຽວກັນໄວ້ທີ່ 64 ລ້ານປອນ.
ຕົວເລກດັ່ງກ່າວຂອງຍອດທີມສີແດງແຫ່ງເມືອງແມນເຊສເຕີ ຖືວ່າເປັນຕົວເລກທີ່ຫ່າງຈາກ ບາເຊໂລນາ ສະໂມສອນຊັ້ນນຳຂອງ ລາລີກາ ສະເປນ ຕັ້ງໄວ້ຫນ້ອຍດຽວເທົ່ານັ້ນທີ່ຕົວເລກ 69 ລ້ານປອນ ເຊິ່ງຫລາຍສື່ເລີ່ມລາຍງານໄປໃນທິດທາງດຽວກັນແລ້ວ ວ່ານີ້ຄືໄລຍະເວລາສຳຄັນຂອງການຊື້ຂາຍນີ້.
ສຳັບ ແຟຣັງກີ ເດິ ຢອງ ຄືເປົ້າຫມາຍອັນດັບຫນຶ່ງທີ່ ເອຣິກ ເທນ ຮາກ ຜູ້ຈັດການທີມຮ່ວມທີມ ຕ້ອງການຄວ້າຕົວມາຮ່ວມ ທີມໃຫ້ໄດ້ເພື່ອເປັນກອງກາງຂັບເຄື່ອນເກມບຸກຕາມແຜນການເຮັດທີມຂອງລາວໃນການພາທີມກັບໄປປະສົບຄວາມສຳເລັດອີກເທື່ອຫນຶ່ງ.