ລວມ 5 ລູກຍິງໄກເຄິ່ງສະໜາມດີທີ່ສຸດ


ປະຕູຂອງ ເວນ ຣູນີ ທີ່ຍິງ ເວສແຮມ ວ່າງາມແລ້ວ ແຕ່ມີອີກ 5 ສຸດຍອດລູກຍິງໄກເຄິ່ງສະໜາມ ບາງລູກເກືອບເຄິ່ງສະໜາມແລ້ວເຂົ້າເປັນປະຕູຢ່າງງົດງາມ ເຊິ່ງບາງເທື່ອອາດຈະງາມກວ່າລູກຂອງ ຣູນີ ຍິງ ມາເບິ່ງເລີຍວ່າມີລູກໃດແດ່.


ເວນ ຣູນີ ກອງໜ້າ ເອຟເວີຕັນ ຫາກໍສະແດງລູກຍິງສຸດງາມເກີນເຄິ່ງສະໜາມໃນເກມ ພຣີເມຍລີກ ອັງກິດ ນັດທີ່ ເອຟເວີຕັນ ເປີດສະໜາມ ກູຕິສັນ ພາຣ໌ກ ຖະຫລົ່ມ ເວສແຮມ ຢູໄນເຕັດ 4-0 ໃນວັນທີ 29 ພະຈິກຜ່ານມາ.
ກ່ອນໜ້ານີ້ເຄີຍມີລູກຍິງໄກເກີດຂຶ້ນຫລາຍໃນ ພຣີເມຍລີກ ແຕ່ງາມທີ່ສຸດຂໍຄັດເລືອກມາໃຫ້ 5 ລູກດັ່ງນີ້:
- ເດວິດ ເບັກແຮມ – ສິງຫາ 1996


ເດວິດ ເບັກແຮມ ປີກດາວຮຸ່ງຂອງ ແມນເຊັດສເຕີ ຢູໄນເຕັດ ໃນເວລານັ້ນ ແຈ້ງເກີດໃນວົງການບານເຕະ ຫລັງຍິງໄກເກີນເຄິ່ງສະໜາມຜ່ານມື ນີລ ຊັລລິແວນ ຜູ້ຮັກສາປະຕູ ວິມເບີລດັນ ເຂົ້າໄປຢ່າງງົດງາມ.
ຫລັງຈາກນັ້ນ ເບັກແຮມ ກໍປະສົບຜົນສຳເລັດຢ່າງຫລວງຫລາຍ ເນື່ອງຈາກນອກຈາກຈະມີຝີຕີນດີແລ້ວ ຍັງມີໜ້າຕາດີເປັນຂວັນໃຈຂອງສາວໆທົ່ວໂລກນຳອີກ.
- ເມນໍຣ໌ ຟິເກຣົວ – ທັນວາ 2009


ຟິເກຣົວ ອາດຈະບໍ່ແມ່ນນັກເຕະທີ່ໂດ່ງດັງຫລາຍໃນ ພຣີເມຍລີກ ແຕ່ປະຕູທີ່ລາວຍິງໃຫ້ ວີແກນ ແອທເລຕິກ ໃນການແຂ່ງຂັນພົບ ສະໂຕ໊ດ ຖືວ່າງົດງາມຕິດອັນດັບເຊັ່ນກັນ.
ຟິເກຣົວ ສວຍໂອກາດຍິງຟຣີຄິກໄວຈາກເຄິ່ງສະໜາມ ກ່ອນບານຈະລອຍຂ້າມຫົວ ໂທມັສ ໂຊເຣນເຊນ ຜູ້ຮັກສາປະຕູ ສະໂຕ໊ດ ສຽມມຸມເຂົ້າປະຕູໄປຢ່າງງົດງາມ.
- ຊາຣ໌ລີ ອາດຳ – ເມສາ 2015


ອາດຳ ຍິງໄກຈາກໄລຍະເຖິງ 65 ຫລາ ດ້ວຍຕີນຊ້າຍ ໃນການແຂ່ງຂັນທີ່ ສະໂຕ໊ດ ບຸກໄປຢ້ຽມ ເຊລຊີ ຫລັງເຫັນວ່າ ຕິໂບ ກູຣ໌ກຕົວ ອອກມາໄກຈາກໜ້າປະຕູ.
ລູກນີ້ງົດງາມເຖິງຂະໜາດທີ່ ໂຊເຊ່ ມູຣິນໂຢ ຜູ້ຈັດການທີມ ເຊລຊີ ໃນເວລານັ້ນ ຕ້ອງອອກມາຍ້ອງ ແລະ ຍອມຮັບວ່າ ງາມຈົນສົ່ງປະກວດປະຕູຍອດຍ້ຽມແຫ່ງລະດູການໄດ້.
- ຊາປິ ອາລອນໂຊ – ກັນຍາ 2006


ອະດີດກອງກາງ ລີເວີພູລ ຍິງໄກຈາກເຄິ່ງສະໜາມໃນເກມພົບ ນິວຄາສເຊິລ ຢູໄນເຕັດ ທີ່ສະໜາມ ແອນຟິລ ໂດຍສົ່ງບານຂ້າມ ສະຕີຟ ຮາຣ໌ເປີ ຜູ້ຮັກສາປະຕູ ນິວຄາສເຊິລ ທີ່ຖອຍຫລັງຈົນລົ້ມລຸກຄຸກຄານ.
- ຫລຸຍ ຊົວເຣຊ – ເມສາ 2012


ດາວຍິງທີມຊາດອຸຣຸໄກວ ເຕະໄກກວ່າ 45 ຫລາ ໃນເກມທີ່ ລີເວີພູລ ພົບ ນໍຣິຊ ໂດຍສົ່ງບານຂ້າມຫົວ ຈອນ ຣັດຕີ້ ຜູ້ຮັກສາປະຕູ ນໍຣິຊ.