ກວດພົບນັກກິລາໃຊ້ສານກະຕຸ້ນ ຖືກຢຶດຫລຽນໂອແລມປິກເກມ


ເມື່ອບໍ່ດົນມານີ້ ສະຫະພັນກິລາຍົກນໍ້າໜັກສາກົນ ຫລື International Weightlifting Federation (IWF) ໄດ້ເປີດເຜີຍຜົນກວດສອບການໃຊ້ສານກະຕຸ້ນຂອງນັກກິລາໃນງານໂອແລມປິກ, ຊີງແຊ້ມໂລກ ແລະ ລາຍການໃຫຍ່ໆລະດັບສາກົນຫລາຍລາຍການ ໂດຍສະເພາະໃນງານໂອແລມປິກເກມ 2012 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊຶ່ງພົບວ່າ: ມີນັກກິລາຍົກນໍ້າໜັກລະດັບໂອແລມປິກ ຈົງໃຈໃຊ້ສານກະຕຸ້ນເອົາປຽບຄູ່ແຂ່ງໃນການແຂ່ງຂັນ ໂດຍປະກອບມີ 5 ຄົນຄື: ໂອເລັກຊີ້ ໂຕຣັອກຕີ້ ເຈົ້າຂອງຫລຽນຄຳ ລຸ້ນນໍ້າໜັກບໍ່ເກີນ -105 ກິໂລ ຊາວຢູເຄຣນ ໄວ 32 ປີ ຖືກຢຶດຫລຽນຄືນຮຽບຮ້ອຍ.
ສ່ວນ ວາເລັນຕິນ ຫຣິສຕັອຟ ຊາວອາເຊີໄບຈັນ ອາຍຸ 24 ປີ ເຈົ້າຂອງຫລຽນທອງ ລຸ້ນນໍ້າໜັກບໍ່ເກີນ -56 ກິໂລ ກໍຖືກຢຶດຫລຽນຄືນເຊັ່ນກັນ ລວມທັງຫລຽນທອງຊີງແຊ້ມໂລກ 2015 ລຸ້ນນໍ້າໜັກບໍ່ເກີນ -62 ກິໂລ ແລະ ຫລຽນເງິນຊີງແຊ້ມເອີຣົບ ລຸ້ນນໍ້າໜັກບໍ່ເກີນ -62 ກິໂລ ໃນປີ 2013.
ຂະນະທີ່ ຣັສລານ ນູຣູດີນັອຟ ຊາວອຸດສະເບກິດສະຖານ ໄດ້ທີ 4 ໂອແລມປິກເກມ 2012 ລຸ້ນນໍ້າໜັກບໍ່ເກີນ -105 ກິໂລ ທັງເປັນເຈົ້າຂອງຫລຽນຄຳໂອແລມປິກເກມ 2016, ຫລຽນຄຳ ແລະ ຫລຽນເງິນ ຊີງແຊ້ມໂລກ 2013, 2014 ພ້ອມກັບຫລຽນຄຳເອຊຽນເກມ 2018 ແລະ 2 ຫລຽນຄຳຊີງແຊ້ມອາຊີ 2012, 2013 ແມ່ນຖືກສັ່ງຫ້າມເຄື່ອນໄຫວທຸກກິດຈະກຳດ້ານກິລາຍົກນໍ້າໜັກ ໂດຍບໍ່ມີກຳນົດ (ລໍຖ້າການພິຈາລະນາບົດລົງໂທດ).
ສ່ວນອີກ 2 ນັກກິລາ: ເມລານີ້ ດາລຸສຢານ ຊາວອາຣມີເນຍ ແລະ ມິກາລາຍ ໂນວີເຄົາ ຊາວເບລາຣຸສ ກໍຖືກສັ່ງພັກຫ້າມເຄື່ອນໄຫວທຸກກິດຈະກຳດ້ານກິລາຍົກນໍ້າໜັກ ໂດຍບໍ່ມີກຳນົດ (ລໍຖ້າການພິຈາລະນາບົດລົງໂທດ). ປັດຈຸບັນ ຄະນະກຳມະການທີ່ກ່ຽວຂ້ອງກຳລັງພິຈາລະນາໃສ່ບົດລົງໂທດ ຄາດວ່າຈະຖືກສັ່ງຫ້າມເຂົ້າຮ່ວມໂອແລມປິກ ແລະ ປັບໄຫມເງິນຈຳນວນໜຶ່ງ.