6 ເດືອນ ແຂວງເຊກອງ ແກ້ໄຂຄະດີຢາເສບຕິດໄດ້ 46 ເລື່ອງ
![6 ເດືອນ ແຂວງເຊກອງ ແກ້ໄຂຄະດີຢາເສບຕິດໄດ້ 46 ເລື່ອງ - 6097fe3b d64b 4a61 ac00 6e2987f33e3e - 6 ເດືອນ ແຂວງເຊກອງ ແກ້ໄຂຄະດີຢາເສບຕິດໄດ້ 46 ເລື່ອງ 6 ເດືອນ ແຂວງເຊກອງ ແກ້ໄຂຄະດີຢາເສບຕິດໄດ້ 46 ເລື່ອງ - 6097fe3b d64b 4a61 ac00 6e2987f33e3e - 6 ເດືອນ ແຂວງເຊກອງ ແກ້ໄຂຄະດີຢາເສບຕິດໄດ້ 46 ເລື່ອງ](https://www.laophattananews.com/wp-content/uploads/2022/06/6097fe3b-d64b-4a61-ac00-6e2987f33e3e.jpg)
ພາຍຫລັງພັກ-ລັດຖະບານ ໄດ້ກໍານົດເອົາການແກ້ໄຂບັນຫາຢາເສບຕິດເປັນໜຶ່ງໃນສອງວາລະແຫ່ງຊາດ, ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງກໍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາເຈົ້າໜ້າທີ່ປກສແຂວງ, ປກສ ເມືອງ ແລະ ປກສ ກຸ່ມບ້ານປະຕິບັດວາລະດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດຍາດໄດ້ຜົນສໍາເລັດ.
ພົນຈັດຕະວາ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ ເປີດ ເຜີຍວ່າ: 6 ເດືອນປີ 2022 ສາມາດເລີກຮື້ ແລະ ແກ້ໄຂຄະດີຢາເສບຕິດໄດ້ 46 ເລື່ອງ, ຈັບຜູ້ຖືກຫາໄດ້ 54 ຄົນ, ຢຶດດຂອງກາງຢາບ້າໄດ້ 68.615 ເມັດ, ລົດໃຫຍ່ຍີ່ຫໍ້ຮຸນໃດ 1 ຄັນ, ລົດຈັກ 24 ຄັນ, ໂທລະ ສັບ 35 ໜ່ວຍ, ໂມງ 1 ໜ່ວຍ, ປືນດັດແປງ 2 ກະບອກ, ປືນແກັບ 2 ກະບອກ, ເງິນ 14 ລ້ານກວ່າກີບ, ເງິນໂດລາ ແລະ ເງິນດົງຈຳນວນໜຶ່ງ ພ້ອມວັດຖຸສາຍຄໍຄ້າຍຄືຄໍາ 1 ເສັ້ນ. ພ້ອມນີ້ກໍໄດ້ເອົາໃຈໃສ່ເຄື່ອນໄຫວເກັບກໍາຂໍ້ມູນ ແລະ ຂຶ້ນບັນຊີເປົ້າໝາຍຄ້າ-ຂາຍຢາເສບຕິດ 212 ຄົນ, ຍິງ 8 ຄົນ; ຂຶ້ນບັນຊີເປົ້າໝາຍເສບຢາເສບຕິດ 992 ຄົນ, ຍິງ 19 ຄົນ; ສຶກສາອົບຮົມຜູ້ເສບ ແລະ ມົ້ວສຸມຢາເສບຕິດ 148 ຄົນ, ຍິງ 6 ຄົນ; ກວດນໍ້າປັດສະວະຊອກຫາສານເສບຕິດ 463 ຄົນ, ຍິງ 47 ຄົນ, ໃນນີ້ ພົບສານເສບຕິດ 3 ຄົນ ແລະ ສົ່ງຜູ້ຕິດຢາເສບຕິດໄປປິ່ນປົວບໍາບັດ-ຟື້ນຟູສຸຂະພາບຢູ່ສູນຕ່າງໆ 6 ຄົນ, ຍິງ 2 ຄົນ.
ພົນຈັດຕະວາ ສົມໄຊ ກ່າວຕື່ມວ່າ: ປັດຈຸບັນ, ບັນຫາຢາເສບຕິດຢູ່ແຂວງເຊກອງ ຍັງສືບຕໍ່ເພີ່ມທະວີແພ່ຂະຫຍາຍຫລາຍຂຶ້ນ ຊຶ່ງໄດ້ເບື່ອເມົາທຸກຊັ້ນຄົນ ແລະ ກໍ່ໃຫ້ເກີດມີປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມເຊັ່ນ: ຂີ້ລັກງັດແງະ, ຄ້າ-ຂາຍເຖື່ອນ, ຂົ່ມຂືນທໍາສໍາເລົາ ແລະ ອື່ນໆ ທີ່ສົ່ງຜົນສະທ້ອນໂດຍກົງຕໍ່ຄວາມບໍ່ສະ ຫງົບຂອງສະຖາບັນຄອບຄົວ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ການພັດທະນາເສດຖະ ກິດ-ສັງຄົມ. ແນວໃດກໍດີ ຖ້າບັນດາຂະແໜງການຂັ້ນແຂວງ, ເມືອງ, ອົງການປົກຄອງບ້ານ ແລະ ສະຖາບັນຄອບຄົວເປັນເຈົ້າການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍແກ້ໄຂບັນຫາຢາເສບຕິດຮ່ວມກັບເຈົ້າໜ້າທີ່ ປກສ ປາກົດການຫຍໍ້ທໍ້ຕ່າງໆເຫລົ່ານີ້ ກໍຈະຫລຸດໜ້ອຍຖອຍລົງ.