ເກີດເຫດຄູກັ້ນນໍ້າຊົ່ວຄາວພັງຊຸເອົາເຮືອນປະຊາຊົນບ້ານ ລາດກືມ ເມືອງງາ

- 494841968 1018169043830224 7180766228617281655 n - ເກີດເຫດຄູກັ້ນນໍ້າຊົ່ວຄາວພັງຊຸເອົາເຮືອນປະຊາຊົນບ້ານ ລາດກືມ ເມືອງງາ
- kitchen vibe - ເກີດເຫດຄູກັ້ນນໍ້າຊົ່ວຄາວພັງຊຸເອົາເຮືອນປະຊາຊົນບ້ານ ລາດກືມ ເມືອງງາ

ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ ລາຍງານວ່າ: ເວລາ ປະມານ 1 ໂມງກາງຄືນຂອງວັນທີ 29 ເມສາ 2025 ນີ້ ເກີດເຫດຄູກັ້ນນໍ້າຊົ່ວຄາວພັງ ແລະ ໄຫລຊຸເຮືອນ 2 ຫລັງຢູ່ ບ້ານລາດກຶມ ເມືອງງາ ແຂວງອຸດົມໄຊ ມີຜູ້ສູນຫາຍຈໍານວນ 9 ຄົນ.

ເນື່ອງຈາກຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ຄູກັນນໍ້າຊົ່ວຄາວຂອງໂຄງການກໍ່ສ້າງເສັ້ນທາງ ຮັບແຮງດັນນໍ້າບໍ່ຢູ່ ແລ້ວແຕກໄຫລຊຸ ເອົາເຮືອນປະຊາຊົນ 2 ຫລັງຢູ່ແຄມຫ້ວຍດັ່ງກ່າວ ເຮັດໃຫ້ມີຜູ້ສູນຫາຍ 9 ຄົນຄື:

- Visit Laos Visit SALANA BOUTIQUE HOTEL - ເກີດເຫດຄູກັ້ນນໍ້າຊົ່ວຄາວພັງຊຸເອົາເຮືອນປະຊາຊົນບ້ານ ລາດກືມ ເມືອງງາ

1. ທ້າວ ອຸນຄ່າ ອາຍຸ 70 ປີ.

2. ທ້າວ ຈັນຄຳ ອາຍຸ 45 ປີ

3. ນາງ ສາບ ອາຍຸ 37 ປີ.

4. ນາງ ທອງ ອາຍຸ 35 ປີ

5. ທ້າວ ດອນ ອາຍຸ 30 ປີ

6. ທ້າວ ສົມພົງ ອາຍຸ 3 ປີ

7. ນາງ ພູ ອາຍຸ 5 ປີ

8. ນາງ ໝອນ ອາຍຸ 5 ປີ

9. ນາງ ເມົາ ອາຍຸ 60 ປີ

ເຊິ່ງຄາດວ່າຜູ້ສູນຫາຍຈໍານວນ 9 ຄົນນັ້ນ ແມ່ນໄດ້ຖືກມວນນໍ້າ ແລະ ດິນຊຸລົງແມ່ນໍ້າຂອງ

ປັດຈຸບັນ ອົງການປົກຄອງເມືອງງາ ແລະ ການຈັດຕັ້ງບ້ານ ພ້ອມດ້ວຍພາກສວນກ່ຽວຂ້ອງພວມເລັ່ງຊອກຄົ້ນຫາຜູ້ສູນຫາຍ

ທີ່ມາ: ວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ

- 3 - ເກີດເຫດຄູກັ້ນນໍ້າຊົ່ວຄາວພັງຊຸເອົາເຮືອນປະຊາຊົນບ້ານ ລາດກືມ ເມືອງງາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!