ການສ້າງກົມກອງ ແລະ ສະຖາບັນການສຶກສາປອດຢາເສບຕິດ ພົບຄວາມຫຍຸ້ງຍາກ ຍ້ອນໂຄວິດ-19 ແລະ ຂາດງົບປະມານ
ທ່ານ ພຸດ ສິມມາລາວົງ ລັດຖະມົນກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານສະພາບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດ ໃນຂະແໜງການສຶກສາ ແລະ ກິລາຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 21 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດວ່າ: ການຈັດຕັ້ງຜັນຂະຫຍາຍວາ ລະແຫ່ງຊາດດັ່ງກ່າວໃນຂະແໜງຂອງຕົນ ໂດຍສະເພາະວຽກທີ່ຕິດພັນ ເປັນວຽກປົກກະຕິທີ່ເຄີຍເຮັດມານັ້ນກໍຄືການສ້າງໂຮງຮຽນປອດຢາເສບຕິດ ໂດຍສຸມໃສ່ການນຳພາສຶກສາອົບຮົມແນວຄິດ, ຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດສະມາຊິກພັກ, ພະນັກງານຄູ-ອາຈານ, ນັກຮຽນ, ນັກສຶກສາໃຫ້ເລິກເຊິ່ງ ແລະ ກວ້າງຂວາງ, ທົ່ວເຖິງ ແລະ ທຸກກົມກອງຮາກຖານການສຶກສາ ແລະ ກິລາ ເພື່ອນໍາເອົາເນື້ອໃນວຽກງານດັ່ງກ່າວ ສອດແຊກເຂົ້າໃນຫຼັກສູດການຮຽນ-ການສອນ. ພ້ອມນັ້ນ ກໍໂຄສະນາເຜີຍແຜ່ກົດໝາຍນິຕິກຳທີ່ກ່ຽວຂ້ອງໃນຫຼາຍຮູບການ, ຫຼາຍຊ່ອງທາງເປັນຕົ້ນທາງແຜ່ນພັບ, ໜັງສືພິມ, ໂທລະພາບ, ວິທະຍຸກະຈາຍສຽງ ແລະ ຜ່ານສື່ອື່ນໆ.
ຂະນະດຽວກັນກໍໄດ້ຈັດສໍາມະນາຖາມ-ຕອບຄວາມຮູ້ຜົນຮ້າຍ ແລະ ອັນຕະລາຍຂອງຢາເສບຕິດໃນສຳນັກງານກົມກອງສະຖານການສຶກສາ ແລະ ກິລາ; ສິ່ງສໍາຄັນ ເມື່ອຮອດ ວັນສາກົນຕ້ານຢາເສບຕິດກໍໄດ້ສ້າງຂະບວນການຕ່າງໆເພື່ອປູກຈິດສຳນຶກໃຫ້ແກ່ລູກຫຼານນັກຮຽນນັກສຶກສາຂອງພວກເຮົາ.
ນອກນີ້ຍັງໄດ້ເອົາໃຈໃສ່ສ້າງ, ປັບປຸງນິຕິກໍາຕ່າງໆ ແລະ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບໂຄງການສ້າງໂຮງຮຽນປະຖົມສຶກສາ ແລະມັດທະຍົມສຶກສາປອດຢາເສບຕິດ ແລະ ຄະນະຮັບຜິດຊອບໄດ້ຮັບຮອງວິທະຍາໄລປອດຢາເສບຕິດ; ຄໍາສັ່ງວ່າດ້ວຍການຕ້ານ ແລະສະກັດກັ້ນສິ່ງເສບ ຕິດ, ຂໍ້ຕົກລົງວ່າດ້ວຍຂໍ້ຫ້າມການລົງວິໄນຕໍ່ຄູ ແລະ ບຸກຄະລາກອນ, ເພີ່ມບົດລົງວິໄນເຂົ້າຕື່ມໂດຍສະ ເພາະລົງວິໄນຜູ້ທີ່ພົວພັນກັບຢາເສບຕິດ; ອອກແຈ້ງການການເພີ່ມ ທະວີການຕ້ານສະກັດກັ້ນການນຳໃຊ້ຢາສູບໄຟຟ້າ ແລະ ຢາສູບອື່ນໆ, ອອກຂໍ້ຕົກລົງວ່າດ້ວຍການອະນຸມັດເອກະສານຂອບແນວຄິດການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບທຸກຂັ້ນຈັດກອງປະ ຊຸມທົບທວນຖອດຖອນບົດຮຽນຂອງຄະນະຮັບຜິດຊອບຂັ້ນສູນກາງ ແລະ ທ້ອງຖິ່ນໃນການສະກັດກັ້ນແລະ ແກ້ໄຂບັນຫາຢາເສບຕິດໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈຳ 3 ເດືອນ, 6 ເດືອນ ແລະ ປະຈຳປີ.
ແນວໃດກໍດີຜ່ານມາ, ການຈັດຕັ້ງປະຕິບັດບັນດາວຽກງານທີ່ຕິດພັັນກັບວາລະແຫ່ງຊາດໂດຍສະເພາະໄລ ຍະການລະບາດຂອງໂຄວິດ-19 ພົບຄວາມຫຍຸ້ງຍາກ ເປັນຕົ້ນວຽກງານທີ່ກ່ຽວຂ້ອງກັບການສ້າງກົມກອງ ແລະ ສະຖາບັນການສຶກສາປອດຢາເສບຕິດໄລຍະ 7-8 ເດືອນຜ່ານມາ.
ອີກດ້ານໜຶ່ງ ກໍຍ້ອນງົບປະມານ ຈຶ່ງບໍ່ສາມາດໄປປະຕິບັດວຽກງານດັ່ງກ່າວໃຫ້ທົ່ວເຖິງໄດ້ ເພາະການປະເມີນຕ້ອງໄດ້ລົງຕົວຈິງ ຊຶ່ງການທີ່ໄປກວດຊອກຫາ ຫຼື ພິສູດວ່າຕິດຢາເສບຕິດ ແມ່ນຈຳຕ້ອງໄດ້ໃຊ້ທັງຊັບພະຍາກອນ ແລະ ເວລາ, ແຕ່ຄາດວ່າໄລຍະເປີດສົກຮຽນໃໝ່ 2022-2023 ນີ້ ຈະເລີ່ມຕິດຕາມກວດກາປະເມີນ. ນອກນີ້, ຈະໄດ້ສຸມໃສ່ຮ່ວມມືກັບຕ່າງປະເທດ ແລະ ບັນດາຂະແໜງກ່ຽວຂ້ອງເປັນຕົ້ນຕ້ອງໄດ້ເຮັດວຽກຢ່າງໃກ້ຊິດກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ອົງການຈັດຕັ້ງຂອງລັດ ແລະ ສັງຄົມ ຢູ່ຂັ້ນສູນກາງ, ທ້ອງຖິ່ນ ແລະ ທຸກພາກສ່ວນກ່ຽວຂ້ອງ.