ສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຫລາຍມາດຕາ

ສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຫລາຍມາດຕາ - 415460e2 3bea 4a08 b5be 97062a8a10c3 - ສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຫລາຍມາດຕາ
ສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຫລາຍມາດຕາ - kitchen vibe - ສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຫລາຍມາດຕາ

ວັນທີ 19 ມີນາ 2025 ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.

ສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຫລາຍມາດຕາ - 4428e0ed 2928 44f5 8430 1f425f902bfa 1024x682 - ສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຫລາຍມາດຕາ

ໃນກອງປະຊຸມ, ທ່ານ ວິໄລວົງ ບຸດດາຄໍາ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວໃຫ້ຮູ້ວ່າ: ໄລຍະຜ່ານມາ, ພາຍຫຼັງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ໃນປີ 2015 ເປັນຕົ້ນມາ, ກົດໝາຍສະບັບດັ່ງກ່າວ ຖືເປັນບ່ອນອີງທາງດ້ານນິຕິກຳທີ່ສໍາຄັນໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດຖະກອນຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ; ເນື້ອໃນກົດໝາຍສະບັບດັ່ງກ່າວ, ຍັງໄດ້ຖືກຜັນຂະຫຍາຍເປັນນິຕິກຳລຸ່ມກົດໝາຍຈໍານວນໜຶ່ງ. ຕະຫຼອດ 10 ປີ ຜ່ານມາ, ກົດໝາຍດັ່ງກ່າວ ແລະ ນິຕິກຳລຸ່ມກົດໝາຍ ຖືເປັນເຄື່ອງມືສຳຄັນ; ຜ່ານການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຊຶ່ງດ້ານຂໍ້ຫຍຸ້ງຍາກ ເຊັ່ນ: ບາງພາກສ່ວນຍັງມີຄວາມເຂົ້າໃຈຄາດເຄື່ອນຕໍ່ກັບຈຸດປະສົງ, ເນື້ອໃນ ແລະ ຂັ້ນຕອນວິທີການຈັດຕັ້ງປະຕິບັດເນື້ອໃນມາດຕາຕ່າງໆ ແລະ ນິຕິກຳລຸ່ມກົດໝາຍ ພາໃຫ້ການປະຕິບັດວຽກງານຍັງບໍ່ທັນເປັນເອກະພາບສູງ ແລະ ຖືກຕ້ອງຕາມຈຸດປະສົງຂອງນິຕິກຳ.

ພ້ອມນີ້, ທ່ານ ວິໄລວົງ ບຸດດາຄໍາ ຍັງໄດ້ໃຫ້ຮູ້ເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ວ່າ: ອີງໃສ່ແນວທາງນະໂຍບາຍປ່ຽນແປງໃໝ່ ທີ່ມີຫຼັກການ ແລະ ວຽກງານຈຸດສຸມຂອງພັກ ແລະ ລັດຖະບານ, ການຜັນຂະຫຍາຍມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນການນໍາພາຂອງພັກ ສະບັບເລກທີ 05/ຄບສພ, ມະຕິ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງຄະນະບໍລິຫານສູນກາງພັກ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025, ຮ່າງລັດຖະທຳມະນູນ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ແລະ ນິຕິກຳອື່ນໆ, ແຜນພັດທະນາສະພາບເສດຖະກິດ-ສັງຄົມ ແຫ່ງຊາດ, ຍຸດທະສາດວຽກງານຄຸ້ມຄອງລັດຖະກອນ ຂອງ ສປປ ລາວ ຮອດປີ 2030 ສົມທົບກັບພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດບັນດານິຕິກຳ ກ່ຽວກັບວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ໃນໄລຍະ 10 ປີ ຜ່ານມາ (2015-2025) ແລະ ອີງໃສ່ຜົນການລົງປະເມີນ, ທາບທາມຄໍາເຫັນ ຈາກບັນດາພາກສ່ວນຮັບຜິດຊອບວຽກງານຄຸ້ມຄອງລັດຖະກອນ ໃນຂອບເຂດທົ່ວປະເທດ ເຫັນວ່າມີຄວາມຈໍາເປັນຕ້ອງໄດ້ປັບປຸງກົດໝາຍດັ່ງກ່າວ, ເພື່ອໃຫ້ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດຖະກອນ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ໂດຍສະເພາະແມ່ນຂອດການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດຖະກອນໃນປັດຈຸບັນ ແລະ ຕໍ່ໜ້າ, ຄະນະຮັບຜິດຊອບ ໄດ້ຄົ້ນຄວ້າ ແລະ ສະເໜີປັບປຸງຂອບເຂດການນໍາໃຊ້ກົດໝາຍ, ອາຍຸເຂົ້າເປັນລັດຖະກອນໃໝ່, ອາຍຸກະສຽນຮັບອຸດໜູນບໍານານ, ຊື່ເອີ້ນຕໍາແໜ່ງບໍລິຫານ, ຂັ້ນຂອງຕຳແໜ່ງວິຊາການ, ສິດ ແລະ ໜ້າທີ່ ຂອງອົງການຄຸ້ມຄອງພະນັກງານ-ລັດຖະກອນ ຂັ້ນສູນກາງ – ຂັ້ນຕາແສງ ແລະ ອື່ນໆ. ສໍາລັບໂຄງປະກອບ ແລະ ບາງເນື້ອໃນສໍາຄັນຂອງຮ່າງກົດໝາຍສະບັບປັບປຸງ ຄະນະຮັບຜິດຊອບໄດ້ຄົ້ນຄວ້າປັບປຸງເນື້ອໃນ ຮ່າງກົດໝາຍດັ່ງກ່າວຈາກ 9 ພາກ 18 ໝວດ 99 ມາດຕາ ມາເປັນ 9 ພາກ 19 ໝວດ 101 ມາດຕາ; ໃນນັ້ນ, ມີມາດຕາປັບປຸງໃໝ່ ຈໍານວນ 44 ມາດຕາ ແລະ ສ້າງໃໝ່ 5 ມາດຕາ.

ຄາດຄະເນຜົນໄດ້ຮັບ ເມື່ອຮ່າງກົດໝາຍສະບັບນີ້ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເປັນນິຕິກຳທີ່ເປັນເຄື່ອງມືອັນສໍາຄັນໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ຊຶ່ງຊ່ວຍໃຫ້ອົງການຈັດຕັ້ງພັກ-ລັດແຕ່ລະຂັ້ນ ມີກົນໄກບໍລິຫານ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ ທີ່ສອດຄ່ອງກັບແນວທາງປ່ຽນແປງໃໝ່ ທີ່ມີຫຼັກການຂອງພັກ, ລະບຽບກົດໝາຍຂອງລັດ, ການພັດທະນາເສດຖະກິດ-ສັງຄົມ, ທ່າອ່ຽງຂອງຍຸກສະໄໝຂອງພາກພື້ນ ແລະ ສາກົນ; ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ຈະໄດ້ຮັບການປັບປຸງເຂົ້າສູ່ລະບົບ, ມີຄວາມເປັນເອກະພາບ ຕາມທິດກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ ທີ່ກຳນົດໃນມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງຄະນະບໍລິຫານສູນກາງພັກເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025.

ສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຫລາຍມາດຕາ - 5 - ສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຫລາຍມາດຕາ
ສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຫລາຍມາດຕາ - 4 - ສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຫລາຍມາດຕາ
ສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຫລາຍມາດຕາ - 3 - ສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຫລາຍມາດຕາ