ເຕືອນຝົນຕົກໜັກວັນທີ 28 ພຶດສະພາ-1ມິຖຸນາ 2025 ລະວັງນໍ້າໄຫລຊຸ ແລະ ດິນເຈື່ອນ

- 495863260 1072255368335817 3190702811026430618 n - ເຕືອນຝົນຕົກໜັກວັນທີ 28 ພຶດສະພາ-1ມິຖຸນາ 2025 ລະວັງນໍ້າໄຫລຊຸ ແລະ ດິນເຈື່ອນ
- kitchen vibe - ເຕືອນຝົນຕົກໜັກວັນທີ 28 ພຶດສະພາ-1ມິຖຸນາ 2025 ລະວັງນໍ້າໄຫລຊຸ ແລະ ດິນເຈື່ອນ

ວັນທີ 26 ພຶດສະພາ 2025 ຜ່ານມານີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນວ່າ: ເນື່ອງຈາກໃນໄລຍະວັນທີ 28 ພຶດສະພາ ຫາ 1 ມິຖຸນາ 2025 ຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສຽງໃຕ້ ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີ ສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ. ໂດຍສະເພາະຢູ່ແຂວງພາກເໜືອ ຈະມີຝົນຕົກຕິດຕໍ່ ກັນຫຼາຍວັນ ຈະເຮັດໃຫ້ເກີດມີນໍ້າຖ້ວມຊຸ ແລະ ດິນເຈື່ອນໃນໄລຍະນີ້. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

- Visit Laos Visit SALANA BOUTIQUE HOTEL - ເຕືອນຝົນຕົກໜັກວັນທີ 28 ພຶດສະພາ-1ມິຖຸນາ 2025 ລະວັງນໍ້າໄຫລຊຸ ແລະ ດິນເຈື່ອນ
- 3 - ເຕືອນຝົນຕົກໜັກວັນທີ 28 ພຶດສະພາ-1ມິຖຸນາ 2025 ລະວັງນໍ້າໄຫລຊຸ ແລະ ດິນເຈື່ອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!