ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ

ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ - 289388606 749274823187887 1275441939211879479 n - ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ
ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ - kitchen vibe - ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ

ວັນທີ 20 ມິຖຸນາ 2022 ຜ່ານມາ ໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຈັດພິທີມອບ-ຮັບໂຄງການຊ່ວຍເຫຼືອກໍ່ສ້າງ-ສ້ອມແປງເຮືອນຢູ່ອາໄສ ຈໍານວນ 14 ຫຼັງ ໃຫ້ແກ່ 14 ຄອບຄົວຂອງລູກຫຼານວິລະຊົນ ທີ່ທຸກຍາກຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ຕາງໜ້າອົງການປົກຄອງແຂວງກ່າວຮັບໂດຍທ່າທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ທ່ານນາງ ນາລີ ສີສຸລິດ ປະທານທີ່ປຶກສາກິຕິມະສັກໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ທ່ານ ຄໍາເພັດ ດວງມາລາ ເຈົ້າເມືອງໆຮົ່ມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ອິນແປງ ຊາມຸນຕີ ປະທານໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ລາຍງານປະຫວັດຄວາມເປັນມາຂອງໂຄງການຈິດອາສາ ຊຶ່ງເປັນໂຄງການໜຶ່ງທີ່ເກີດຂຶ້ນຍ້ອນຄວາມເປັນຫ່ວງເປັນໃຍຂອງທ່ານນາງ ນາລີ ສີສຸລິດ ທີ່ມີຕໍ່ປະຊາຊົນຜູ້ທີ່ທຸກຍາກໃນຂອບເຂດທົ່ວປະເທດ ເພື່ອເຕົ້າໂຮມຄວາມສາມັກຄີລະຫວ່າງຄອບຄົວການນໍາຂັ້ນສູງຮ່ວມກັບພາກທຸລະກິດ.

ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ - Visit Laos Visit SALANA BOUTIQUE HOTEL - ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ
ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ - Visit Laos Visit SALANA BOUTIQUE HOTEL - ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ

ສະນັ້ນ, ຈຶ່ງໄດ້ສ້າງຕັ້ງໂຄງ ການດັ່ງກ່າວຂຶ້ນມາເພື່ອສຸມໃສ່ປຸກລະດົມຄອບຄົວການນໍາ, ພາກທຸລະກິດ, ສະມາຄົມ ແລະ ມູນນິທິຕ່າງໆເພື່ອປະກອບສ່ວນຊ່ວຍເຫຼືອຄອບຄົວປະຊາຊົນທີ່ຍັງທຸກຍາກໃນຂອບເຂດທົ່ວປະເທດ ເພື່ອໃຫ້ເຂົາເຈົ້າໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ.

ພ້ອມນັ້ນ, ທ່ານຍັງໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງ-ສ້ອມແປງເຮືອນຢູ່ອາໄສໃຫ້ຄອບຄົວທຸກຍາກບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ຊຶ່ງໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ ມາຮອດປັດຈຸບັນແມ່ນໄດ້ສໍາເລັດແລ້ວ 100% ຊຶ່ງປະກອບມີເຮືອນ ຈໍານວນ 14 ຫຼັງ, ໃນນັ້ນປຸກສ້າງໃໝ່ 12 ຫຼັງ, ສ້ອມແປງຈໍານວນ 2 ຫຼັງ ລວມມູນຄ່າການກໍ່ສ້າງ 878 ລ້ານກວ່າກີບ.

ໂອກາດດັ່ງກ່າວນີ້, ທ່ານນາງ ນາລີ ສີສຸລິດ ໄດ້ມີຄຳເຫັນພ້ອມຮຽກຮ້ອງໃຫ້ປະຊາຊົນ 14 ຄອບຄົວທີ່ໄດ້ຮັບເຮືອນໃນຄັ້ງນີ້ຈົ່ງເອົາໃຈໃສ່ປົກປັກຮັກສາເຮືອນທີ່ຕົນໄດ້ຮັບໃຫ້ມີຄວາມສະອາດ ແລະ ສາມາດນໍາໃຊ້ໄດ້ຍາວນານ.

ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ - 3 - ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ
ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ - 4 - ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ
ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ - 5 - ມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກບ້ານຜາລະແວກ